ຍຳໝາກມັງຄຸດໃສ່ກຸ້ງສົດ ຄຸນຄ່າທາງອາຫານທີ່ຫຼາກຫຼາຍ

403

ລາຍການອາຫານມື້ນີ້ ຈະໃຊ້ໝາກມັງຄຸດມາປຸງແຕ່ງອາຫານ ເພາະໝາກມັງຄຸດຊ່ວຍປິ່ນປົວພະຍາດຊ້ຳເຮຶ້ອ, ພະຍາດກ່ຽວກັບລຳໄສ້, ເປັນຢາແກ້ທ້ອງບິດ, ເປັນຢາສ້າງສົມດຸນທາດໃນຮ່າງກາຍ, ເປັນຢາປິ່ນປົວນ້ຳເປື້ອນກັດຕີນ, ປິ່ນປົວບາດແຜ, ໃຊ້ເປັນຢາລ້າງບາດ, ແກ້ບາດເປື່ອຍ, ເປັນໜອງ ແລະ ອື່ນໆອີກ. ເຫັນສັບພະຄຸນຫຼາຍຢ່າງແບບນີ້ບໍ່ແມ່ນວ່າຈະກິນແຕ່ໝາກມັງຄຸດຢ່າງດຽວ ຄວນກິນອາຫານໃຫ້ຫຼາກຫຼາຍຮ່ວມນໍາ ເຊັ່ນຍຳໝາກມັງຄຸດໃສ່ກຸ້ງສົດ ດັ່ງນີ້:

ສ່ວນປະສົມ:

1 ໝາກມັງຄຸດ 10 – 15 ໜ່ວຍ.

2 ກຸ້ງສົດ 200 ກຣາມ.

3 ໝາກເຜັດແດງ 5 – 10 ໜ່ວຍ.

4 ຫົວຜັກບົ່ວແດງ 3 ຫົວ.

5 ນ້ຳໝາກນາວ 3 ບ່ວງແກງ.

6 ນ້ຳປາ 2 ບ່ວງແກງ.

7 ນ້ຳຕານ 2 ບ່ວງແກງ.

8 ໝາກເຫຼ່ນນ້ອຍຜ່າເຄິ່ງ 3 ໜ່ວຍ.

9 ຜັກຫອມລາບ ຫຼື ຫອມຫໍ້ຕາມໃຈມັກ.

ວິທີປຸງແຕ່ງ.

ແກະໝາກມັງຄຸດເອົາແຕ່ນວນໃສ່ຖ້ວຍກຽມໄວ້ ( ລະວັງຢ່າແກະແຮງຫຼາຍເພາະຈະເຮັດໃຫ້ເນື້ອມັນຊ້ຳ ). ຈາກນັ້ນ, ເອົານໍ້າໃສ່ໝໍ້ຄ້າງໄຟແຮງລໍຖ້ານ້ຳຟົດ ລ້າງກຸ້ງແກະເປືອກອອກແລ້ວນໍາໄປລວກຈົນສຸກດີ ແລະ ຕັກຂຶ້ນໃຫ້ສະເດັດນ້ຳ.

ຫຼັງຈາກນັ້ນ, ກຽມເຮັດນ້ຳຍຳໂດຍມີນ້ຳຕານ, ນ້ຳປາ ແລະ ນ້ຳໝາກນາວ ໃສ່ຊາມຄົນໃຫ້ເຂົ້າກັນດີ ຈຶ່ງຊອຍໝາກເຜັດພ້ອມຫົວຜັກບົ່ວແດງບາງໆລົງ ຄົນທຸກຢ່າງໃຫ້ເຂົ້າກັນ ( ຖ້າບໍ່ຢາກຄົນໃຫ້ຕຳສ່ວນປະສົມໄດ້ຍົກເວັ້ນຫົວຜັກບົ່ວແດງ ).

ເມື່ອໄດ້ນ້ຳຍຳແລ້ວເອົາກຸ້ງ, ໝາກມັງຄຸດ ແລະ ໝາກເຫຼ່ນລົງຄົນໃຫ້ເຂົ້າກັນເບົາໆ ຊີມລົດຊາດໃຫ້ອອກສົ້ມຫວານເຄັມ ຫຼື ຕາມໃຈມັກ ຕັກໃສ່ຈານເດັດຜັກຫອມລາບໂຮຍໜ້າ ເທົ່ານີ້ກໍພ້ອມເສີບແລ້ວ.

ຂໍ້ມູນຈາກ: kapook.com

ຮຽບຮຽງ: ນຸ້ມນິ້ມ