ວິທີຊ່ວຍໃຫ້ນອນຫຼັບສະບາຍ

107

ຫຼາຍໆຄົນທີ່ມີບັນຫາການນອນບໍ່ຫຼັບ ສົ່ງຜົນໃຫ້ນອນບໍ່ພຽງພໍ ແລະ ເວລາຕື່ນນອນຂຶ້ນມາເຮັດໃຫ້ບໍ່ສົດຊື່ນ, ແຕ່ຖ້າໄດ້ນອນໜ້ອຍເປັນເວລາຕິດຕໍ່ກັນຫຼາຍ ກໍຈະຍິ່ງເຮັດໃຫ້ຮ່າງກາຍຊຸດໂຊມລົງໄປເລື້ອຍໆ ເຊິ່ງມີວິທີທີ່ຊ່ວຍໃຫ້ຫຼັບສະບາຍຂຶ້ນເພື່ອຖະໜອມສຸຂະພາບ ແລະ ຮ່າງກາຍ.

1 ຈັດລະບຽບເວລາການນອນ:

ພະຍາຍາມຈັດລະບຽບການນອນໃຫ້ເປັນເວລາ ແລະ ເຂົ້ານອນຕາມເວລານັ້ນໆແບບສະໝ່ຳລະເໝີ ໂດຍສະເພາະເວລາກ່ອນ 22:00 ໂມງ ແລະ ຕື່ນ 6:00 ໂມງ ເພາະເວລານີ້ຈະເປັນໄລຍະທີ່ເໝາະສົມທີ່ສຸດໃນການພັກຜ່ອນຂອງຮ່າງກາຍ.

2 ນັ່ງສະມາທິກ່ອນນອນເຮັດຈິດໃຈໃຫ້ສະຫງົບ:

ການຝຶກເພື່ອກຳນົດລົມຫາຍໃຈ ເຊັ່ນ: ການນັ່ງສະມາທິ ຫຼື ການຫຼິ້ນໂຍຄະ ຈະຊ່ວຍໃຫ້ຮ່າງກາຍມີການຜ່ອນຄາຍ ແລະ ເຮັດໃຫ້ຫຼັບສະບາຍຫຼາຍຂຶ້ນ ລວມທັງການເຮັດໃຫ້ຈິດໃຈສະຫງົບ, ຖ້າມີສິ່ງທີ່ມາລົບກວນຈິດໃຈກ່ອນນອນການໃຫ້ລະບາຍສິ່ງເຫຼົ່ານັ້ນອອກມາ ໂດຍການຂຽນທຸກຢ່າງໃສ່ເຈ້ຍ ຫຼື ຈະລະບາຍໃຫ້ຄົນອ້ອມຂ້າງຟັງ.

3 ໃຊ້ອຸປະກອນເສີມ ແລະ ສ້າງບັນຍາກາດ:

ການໃຊ້ແນວປິດຕາ, ການເປີດເພງເບົາໆ ແລະ ການສ້າງກິ່ນຫອມອ່ອນໆຈາກນ້ຳມັນຫອມລະເຫີຍ ຈະຊ່ວຍໃຫ້ຜ່ອນຄາຍ ແລະ ນອນຫຼັບງ່າຍຂຶ້ນ ໂດຍເອົາເຄື່ອງມືສື່ສານທຸກຊະນິດອອກໄປໄວ້ໄກໆຕົວ ແລະ ມອດໄຟໃນຫ້ອງນອນເພື່ອສ້າງບັນຍາກາດທີ່ສະຫງົບ.

4 ອອກກຳລັງກາຍກ່ອນນອນ:

ຄວນອອກກຳລັງກາຍກ່ອນ 4 – 6 ຊົ່ວໂມງ ແລ້ວຈຶ່ງເຂົ້ານອນ ແລະ ປະຕິບັດເປັນປະຈຳ ເນື່ອງຈາກການອອກກຳລັງກາຍສະໝ່ຳສະເໝີຈະຊ່ວຍໃຫ້ຫຼັບສະບາຍ ແລະ ເຮັດໃຫ້ມີສຸຂະພາບຮ່າງກາຍທີ່ແຂງແຮງຂຶ້ນອີກ.

5 ຫຼີກເວັ້ນເຄື່ອງດື່ມທີ່ມີສານກະຕຸ້ນ:

ຫຼີກເວັ້ນການດື່ມຊາ, ກາເຟ ຫຼື ຊ໋ອກໂກແລັດ ເພາະສານຄາເຟອິນທີ່ປະສົມຢູ່ໃນນັ້ນຈະເຮັດໃຫ້ຮ່າງກາຍຕື່ນ ແລະ ເຮັດໃຫ້ນອນບໍ່ຫຼັບ ໂດຍປ່ຽນມາດື່ມແນວອຸ່ນໆຈະດີກວ່າ ເຊັ່ນ: ນົມອຸ່ນ ຫຼື ເຄື່ອງດື່ມຈາກ Whole Grains ດື່ມກ່ອນນອນຈະຊ່ວຍໃຫ້ສະໝອງ ແລະ ຮ່າງກາຍຜ່ອນຄາຍແລ້ວນອນຫຼັບງ່າຍ.

6 ຂໍຄຳປຶກສາຈາກແພດ:

ຫຼາຍຄົນອາດຈະເບິ່ງວ່າການນອນບໍ່ພໍແມ່ນມີປັດໄຈມາຈາກຄວາມຕຶງຄຽດ, ແຕ່ໃນຄວາມເປັນຈິງແລ້ວການທີ່ຮ່າງກາຍບໍ່ໄດ້ພັກຜ່ອນຢ່າງພຽງພໍນັ້ນອາດຈະສົ່ງຜົນກັບຮ່າງກາຍດ້ານອື່ນໆອີກ ຫຼື ອາດຈະມີຄວາມສ່ຽງຕໍ່ການເປັນພະຍາດຕ່າງໆໄດ້, ຖ້າມີບັນຫານອນບໍ່ຫຼັບແນະນຳໃຫ້ປຶກສາແພດສະເພາະທາງເພື່ອຄວາມປອດໄພຈະດີກວ່າ.

ຂໍ້ມູນຈາກ: tickettail.com

ຮຽບຮຽງ: ນຸ້ມນິ້ມ