ປກສ ເອັຟຊີ ຫວັງເຂົ້າຮອບຊີງຊະນະເລີດ ບານເຕະຊີງຂັນ ສຕລ ຄອມມານໂດ 2019

51

ປກສ ເອັຟຊີ ຫວັງເຂົ້າຮອບຊີງຊະນະເລີດການແຂ່ງຂັນບານເຕະຊີງຂັນ ສຕລ ຄອມມານໂດ 2019 ເຖິງວ່າຈະມີ ລາວໂຕໂຢຕ້າ ເອັຟຊີ ແຊັມເປບຊີ ລາວພຣີເມຍລີກ ຂວາງທາງຢູ່ກໍຕາມ ໃນຮອບຮອງຊະນະເລີດ.

ຈາກຜົນງານນັດທໍາອິດ ປກສ ເອັຟຊີ ບຽດເອົາຊະນະ ມາສເຕີ 7 ເອັຟຊີ 2 – 1 ຜ່ານເຂົ້າສູ່ຮອບ 8 ທີມສຸດທ້າຍ ກໍຍັງສ້າງຜົນງານໂດດເດັ່ນ ເອົາຊະນະ ເຄວສ ຢູໄນເຕັດ ໄປຂາດລອຍ 7 – 0 ໃນການແຂ່ງຂັນບານເຕະຊີງຂັນ ສຕລ ຄອມມານໂດ 2019 ( Commando LFF CUP 2019 ) ທີ່ກັບມາແຂ່ງຂັນເມື່ອທ້າຍອາທິດທີ່ຜ່ານມາ.

ເຮັດໃຫ້ ປກສ ເອັຟຊີ ຜ່ານເຂົ້າໄປລໍຖ້າພົບທີມຊະນະລະຫວ່າງ ລາວໂຕໂຢຕ້າ ເອັຟຊີ ຫຼື ເຄພີເອັສ ເອັຟຊີ ທີ່ເລື່ອນການແຂ່ງຂັນໄປວັນທີ 21 ສິງຫາ 2019 ເນື່ອງຈາກສະພາບຝົກຕົກໜັກບໍ່ສາມາດແຂ່ງຂັນໄດ້ ໂດຍຮອບຮອງຊະນະເລີດ ປກສ ຈະລໍຖ້າພົບທີມຊະນະລະຫວ່າງ 2 ທີິມດັ່ງກ່າວ ໃນວັນທີ 24 ສິງຫາ 2019, ສ່ວນ ອີໂວ ຢູໄນເຕັດ ທະລຸເຂົ້າຮອບ 4 ທີມສຸດທ້າຍໄປພົບກັບ ຊ້າງນ້ອຍ ເອັຟຊີ.

ທ່ານ ພູມປັນຍາ ໄຊຊະນະ ຫົວໜ້າຄູຝຶກຂອງ ປກສ ເອັຟຊີ ໃຫ້ສໍາພາດວ່າ: ສະເພາະນັດທີ່ພົບກັບ ເຄວສ ຢູໄນເຕັດ ພວກເຮົາໄດ້ກະກຽມທີມມາ 1 ອາທິດ ແລະ ພວກເຮົາມີປະສົບການຫຼາຍກວ່າໃນການແຂ່ງຂັນລີກສູງສຸດຂອງ ສປປ ລາວ ຈາກການທີ່ລູກທີມຫຼິ້ນໄດ້ຕາມແຜນ ແລະ ບໍ່ປະໝາດ ເຮັດໃຫ້ຜົນອອກມາໄດ້ຕາມເປົ້າ ສາມາດເອົາຊະນະ ເຄວສ ຢູໄນເຕັດ 7 – 0. ທັງນີ້, ຍັງເຫັນໄດ້ວ່າລູກທີມມີການເອົາໃຈໃສ່ໃນການແຂ່ງຂັນ, ຄອງບານໄດ້ຫຼາຍຂຶ້ນ ແລະ ມີຄວາມມຸ່ງໝັ້ນໃນການລ່າແຊັມລາຍການນີ້.

“ ໃນນັດຕໍ່ໄປພວກເຮົາມີໂອກາດສູງທີ່ຈະພົບກັບ ລາວໂຕໂຢຕ້າ ເອັຟຊີ ແຊັມ ເປບຊີ ລາວພຣີເມຍລີກ 2019 ທີ່ມີນັດແຂ່ງຂັນກັບ ເຄພີເອັສ ເອັຟຊີ ທີມຈາກບານເຕະສາຍ ກ ໃນຮອບ 8 ທີມສຸດທ້າຍ ເນື່ອງຈາກເລື່ອນການແຂ່ງຂັນ ຖ້າບໍ່ມີຫຍັງຜິດພາດກໍຈະຕ້ອງພົບກັບ ລາວໂຕໂຢຕ້າ ເອັຟຊີ ໃນຮອບ 4 ທີມສຸດທ້າຍ ເຊິ່ງຕາມລະບຽບຂອງບານເຕະຊີງຂັນ ສຕລ ຄອມມານໂດ ແມ່ນນັກເຕະຕ່າງປະເທດສາມາດລົງໄດ້ 2 ຄົນ ແນ່ນອນພວກເຮົາຈະວາງແຜນຮັບມື ລາວໂຕໂຢຕ້າ ໃຫ້ດີທີ່ສຸດ ໂດຍຈະເນັ້ນການຄອງບານ ແລະ ຈະຫຼິ້ນຢ່າງເຕັມທີ່ເພື່ອຫວັງເຂົ້າຮອບຊີງໃຫ້ໄດ້ ເຖິງວ່າພວກເຮົາຈະເສຍໃຫ້ກັບ ລາວໂຕໂຢຕ້າ ເອັຟຊີ ມາແລ້ວໃນລີກທັງຮອບຂາໄປ ແລະ ຂາກັບ ແຕ່ກໍຫວັງເອົາໂອກາດນີ້ລ້າງຕາໃຫ້ໄດ້ ”, ຫົວໜ້າຄູຝຶກຂອງ ປກສ ເອັຟຊີ ກ່າວ.

ສໍາລັບບານເຕະລາຍການຊີງຂັນ ສຕລ ຄອມມານໂດ 2019 ມີສະໂມສອນໃນ ເປບຊີ ລາວພຣີເມຍລີກ ກັບ ສະໂມສອນໃນສາຍ ກ 2019 ( COMMANDO LAO DIVISION 1 ) ມີ 14 ທີມເຂົ້າຮ່ວມ ແບ່ງເປັນທີມຈາກ ລາວພຣີເມຍລີກ 6 ທີມ ແລະ ທີມຈາກ ສາຍ ກ 8 ທີມ, ສ່ວນຮູບແບບການແຂ່ງຂັນແມ່ນຈັບສະຫຼາກປະກົບຄູ່ແຂ່ງຂັນ, ແຂ່ງຂັນແບບນ໊ອກເອົ້າເສຍຕົກຮອບທັນທີ. ຂະນະທີ່ 2 ສະໂມສອນ ຄື: ເຄພີເອັສ ເອັຟຊີ ແລະ ທຣີນີຕີ ເອັຟຊີ ໂຊກດີໃນການຈັບສະຫຼາກໄດ້ສິດຢືນຖ້າໃນຮອບ 8 ທີມສຸດທ້າຍແບບອັດຕະໂນມັດ.

( ຄໍາສອນ; ຮູບຈາກ: ສຕລ )