ຂຸນເຫຼັກ ດັບຝັນ ກັບຕັນ ຄວ້າສາຍແອວຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ

81

ການແຂ່ງຂັນມວຍຮອບ ຮຸ່ນນໍ້າໜັກ 55 ກິໂລກຣາມ ຊີງແຊັມສາຍແອວທ່ານຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ນວ) ຄູ່ຊີງຊະນະເລີດເປັນການພົບກັນລະຫວ່າງ ຂຸນເຫຼັກ ສະໂມສອນມວຍ ຄຳເສັງ ພົບກັບ ກັບຕັນ ຂວັນໃຈສີໂຄດ ຈັດຂຶ້ນ ໃນຕອນແລງວັນທີ 10 ສິງຫານີ້ ທີ່ສະໂມສອນກີລາໃນຮົ່ມພະແນກສຶກສາທິການ ແລະ ກີລາ ນວ ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ

ຜ່ານການແຂ່ງຂັນປາກົດວ່າ: ກັບຕັນ ສັບສອກເຂົ້າໜ້າຂອງ ຂຸນເຫຼັກ ຈົນດັງຫັກ ຕັ້ງແຕ່ຍົກທໍາອິດ, ແຕ່ ຂຸນເຫຼັກ ເດີນໜ້າລຸຍຕໍ່ພິກສະຖານະການກັບມາໄດ້ປຽບ ໃນ 2 ຍົກສຸດທ້າຍ ເດີນໜ້າບຸກຕະຫຼອດການແຂ່ງຂັນ ແລະ ເຮັດໄດ້ດີກວ່າຈົນຈົບການແຂ່ງຂັນເອົາຊະນະ ກັບຕັນ ໄປຄວ້າສາຍແອວແຊັມໄປຄອງ, ສ່ວນຄູ່ຊິງອັນດັບ 3 ເກົ້າແສນ ຂວັນໃຈສີໂຄ້ດ ເອົາຊະນະ ແມັກນ້ອຍ ສໍຈະເລີນຊິງ ຄວ້າອັດດັບ 3 ໄປຄອງ.

ລາຍການດັ່ງກ່າວເປີດສາດມາແຕ່ຕົ້ນເດືອນມິຖຸນາ ຜ່ານມາ ໂດຍມີນັກສົກສີມືດີ 8 ຄົນ ຈາກ 6 ຄ້າຍມວຍອ້ອມຂ້າງນະຄອນຫຼວງວຽງຈັນ ປະກອບດ້ວຍ ສົ່ງເຂົ້າຮ່ວມແຂ່ງຂັນ ຈັດແບ່ງອອກເປັນ 2 ກຸ່ມ ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເອົາຜູ້ທີ່ສາມາດຊະນະຄະແນນໄດ້ຫຼາຍທີ່ສຸດຜ່ານເຂົ້າຮອບຕໍ່ໄປ ແລະ ການກັບມາແຂ່ງຂັນກັນໃນຮອບຄັ້ງນີ້ ກໍເປັນການຮ່ວມມືກັນລະຫວ່າງ ສະຫະພັນມວຍລາວ ນະຄອນຫຼວງວຽງຈັນ ຮ່ວມກັບ ບໍລິສັດ ກໍກຽດບ໋ອກຊີງກຣຸບ ຈາກປະເທດໄທ ໂດຍຈະມີການຖ່າຍທອດສົດ ຜ່ານທາງໂທລະພາບລາວສະຕຣາ ອີກດ້ວຍ.
ຂ່າວ: ຄໍາສອນ
ຮູບຈາກ: ສົງການ