ນັບຖືນໍ້າໃຈ! ຮ້ານອາຫານບ້ານນ້ຳລາວ​ສະຫວັນນະເຂດ ລ້ຽງເຂົ້າປຽກ​800​ ຖ້ວຍແກ່ຄົນໄຂ້ ທີ່ນອນໂຮງໝໍ

61

“ທຳດີ ໄດ້ດີ” ວະລີນີ້ຍັງສາມາດໃຊ້ໄດ້ທຸກຍຸກທຸກສະໄໝໃນສັງຄົມ. ການທໍາຄວາມດີ ໂດຍບໍ່ຫວັງສິ່ງຕອບແທນເປັນທານອັນປະເສີດທີ່ສົ່ງຜົນໃຫ້ຜູ້ກະທຳໄດ້ອະນິສົງຜົນບຸນສູງ. ການທໍາຄວາມດີບໍ່ຂຶ້ນກັບຖານະ, ຊົນຊັ້ນ, ຊາດຕະກຸນ ຫຼື ໜ້າທີ່ຕໍາແໜ່ງແຕ່ປະການໃດ ແຕ່ມັນຫາກຂຶ້ນຢູ່ກັບຈິດໃຈທີ່ມີຄວາມເມດຕາໂອບເອື້ອອາລີຕໍ່ຜູ້ອື່ນໆທີ່ກຳລັງລຳບາກ ດັ່ງເລື່ອງລາວທີ່ເກີດຂຶ້ນຢູ່ໂຮງໝໍແຂວງສະຫວັນນະເຂດນີ້ ໜ້າຍົກຍ້ອງ ແລະ ຊົມເຊີຍນໍ້າໃຈທີ່ມີຕໍ່ເພື່ອນມະນຸດດ້ວຍກັນ.

 

ເມື່ອວັນທີ 9 ສິງຫາ 2019 ຜ່ານມານີ້, ຢູ່ໂຮງໝໍແຂວງສະຫວັນນະເຂດ, ຮ້ານອາຫານບ້ານນໍ້າລາວ ນຳໂດຍ ທ່ານ ວັນສົມ ວິລີດົມ ເຊິ່ງເປັນເຈົ້າຂອງຮ້ານ ໄດ້ເປັນເຈົ້າພາບ ລ້ຽງເຂົ້າປຽກຈຳນວນ 800 ຖ້ວຍ, ລວມມູນຄ່າ 4 ລ້ານກີບ ໃຫ້ແກ່ຄົນເຈັບທີ່ກໍາລັງປິ່ນປົວຈາກພະຍາດໄຂ້ເລືອດອອກ ລວມ ທັງພີ່ນ້ອງຂອງຄົນປ່ວຍ ແລະ ແພດ-ໝໍທີ່ກຳລັງໃຫ້ບໍລິການດ້ານສາທາລະນະສຸກ ແກ່ຄົນໄຂ້ທີ່ນອນປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດໃນປັດຈຸບັນ.

 

ທ່ານ ດຣ ນາງ ຄຳແກ້ວ ມີວາປະດິດ ຮອງຜູ້ອຳນວຍການໂຮງໝໍ ແຂວງສະຫວັນນະເຂດ ເຊິ່ງທ່ານເປັນຜູ້ທີ່ຮ່ວມບໍລິການໃນການລ້ຽງເຂົ້າປຽກໃນຄັ້ງນີ້ກ່າວວ່າ: ການບໍລິຈາກລ້ຽງເຂົ້າປຽກໃຫ້ ແກ່ຄົນໄຂ້ ໃນຄັ້ງນີ້ເກີດຂຶ້ນດ້ວຍຈິດໃຈເມດຕາໂອບເອື້ອອາລີຂອງເຈົ້າພາບ ເຊິ່ງມີຄວາມເປັນຫ່ວງເປັນໃຍຕໍ່ຄົນໄຂ້ ແລະ ຢາກແບ່ງເບົາໃນດ້ານອາຫານການກິນໃຫ້ ແກ່ຜູ້ທີ່ມາຈາກເຂດຫ່າງໄກ ສອກຫຼີກ ລວມທັງພີ່ນ້ອງຂອງຄົນໄຂ້ ແລະ ແພດໝໍ ຜູ້ໃຫ້ບໍລິການດ້ານການປິ່ນປົວໄດ້ຮັບປະທານຮ່ວມກັນ.