ໃຜລ້ຽງງົວຄວນຮູ້ ສາເຫດ ແລະ ວິທີແກ້ໄຂໂລກທ້ອງອືດ

156

ສໍາລັບຊາວກະສິກອນ ປູກຝັງ ລ້ຽງສັດ ຄວນຮູ້ຈັກໂລກພະຍາດຕ່າງໆທີ່ເກີດຂຶ້ນກັນພືດພັນ ສັດລ້ຽງຂອງທ່ານ ພ້ອມວິທີຮັບມື ປ້ອງກັນ ແລະ ແກ້ໄຂຢູ່ສະເໝີ ເພື່ອບໍ່ໃຫ້ຕົ້ນທຶນທີ່ທ່ານໄດ້ນຳໃຊ້ຕ້ອງສູນເປົ່າ.

ໂດຍສະເພາະສັດລ້ຽງ ໃນແຕ່ລະລະດູການ ມັກຈະມີເຊື້ອພະຍາດເກີດຂຶ້ນກັບຝູງສັດ ຖ້າເຈົ້າຂອງສັດບໍ່ຮູ້ວິທີການລ້ຽງທີ່ຖືກຕ້ອງ ແລະບໍ່ສຶກສາຫາຂໍ້ມູນກໍ່ຈະເຮັດໃຫ້ສັດລ້ຽງມີຄວາມສ່ຽງຕໍ່ການຕາຍ, ມື້ນີ້ຂໍແນະນໍາໃຫ້ຮູ້ ສາເຫດ ແລະ ອາການໂລກທ້ອງອືດຂອງງົວ ທີ່ຊາວກະຊິກອນ ຫຼື ຜູ້ລ້ຽງງົວມັກພົບພໍ້ຕະຫຼອດໆ.

ສາເຫດຂອງໂລກທ້ອງອືດ ແມ່ນມາຈາກໃບມັນຕົ້ນ, ພືດຕະກຸນຖົ່ວ ແລະ ອາຫານທີ່ມີລົດຊາດຂົມເກີນໄປ.

ໂດຍວິທີສັງເກດງົວໂຕໃດທີ່ເປັນພະຍາດນີ້ມັນຈະສະແດງອອກ ທ້ອງຂອງມັນເປັນຕຶງໆ ບໍ່ຄ່ອຍກິນອາຫານ ຍ່າງກະວົນກະວາຍ ນໍ້າລາຍໄຫຼເປັນຟອງ ບໍ່ໃຊ້ເອື້ອງຫຍໍ້າ ດຽວລຸກຂຶ້ນ ແລະ ນອນລົງຢູ່ແບບນັ້ນ ຫາຍໃຈລໍາບາກ ຫຼາກເປັນໜັກມັນກໍຈະມີອາການ ນອນຢູ່ ແລະ ລຸກບໍ່ໄດ້ ມີອາການທ້ອງບວມ ຫາຍໃຈບໍ່ອອກ ແລະ ຕາຍໃນທີ່ສຸດ.

ສໍາລັບການຮັກສາ ຫາກງົວບໍ່ເປັນຫຼາຍ ຄວນໃຫ້ງົວເຄື່ອນໄຫວດຸໆ ບໍ່ໃຫ້ງົວນອນ ຫຼື ເອົານໍ້າມັນພືດໃຫ້ງົວກິນ 1-2 ລິດ ຫຼື ນໍ້າມັນທໍາມະດາກໍໄດ້ ແຕ່ຖ້າຫາກມັນເປັນຈົນມີອາການໜັກ ຈະໃຊ້ວິທີການເຈາະ ເອົາກ໊າສອອກ.

ວິທີການເຈາະທ້ອງເມື່ອງົວເກີດທ້ອງອືດ ຫາກງົວມີອາການທ້ອງອືດໃຫຍ່ຂຶ້ນໆ ແລະ ໄວຈົນເບິ່ງຄືຈະຫາຍໃຈບໍ່ອອກ ລົ້ມຕົວລົງນອນ ຕາເຫຼືອກ ຢືດຄໍ ອ້າປາກ  ພະຍາຍາມຈະຫາຍໃຈເຮົາຕ້ອງຮີບເຈາະທ້ອງງົວໃຫ້ແກ໊ສອອກຢ່າງໄວ ດັ່ງນີ້:
1 ກຽມອຸປະກອນສໍາລັບເຈາະ ໂດຍເລືອກຂະໜາດໃຫ້ເໝາະກັບໂຕງົວ ຫາກເປັນລູກງົວນ້ອຍຄວນໃຊ້ເຂັມສີດ ຂະໜາດນ້ອຍ ເປັນເບີ 16, 18 ຍາວ 1 ນິ້ວ, ຖ້າເປັນງົວໃຫຍ່ອາດໃຊ້ມີດປາຍແຫຼມອັນນ້ອຍໆ ຍາວພໍປະມານ 5-6 ນິ້ວ

2 ຕໍາແໜ່ງທີ່ເຈາະແມ່ນທີ່ ສວງຂ້າງຊ້າຍ ບໍລິເວນເຄິ່ງກາງມາດ້ານໜ້າເລັກໜ້ອຍ ວິທີການຫາຕໍາແໜ່ງເຈາະງ່າຍໆ ໂດຍໃຊ້ມືຊ້າຍແປະກັບຂອບຊີກໂຄງສຸດທ້າຍ ມືຂວາແປະກັບແນວກະດູກສັນຫຼັງນິ້ວໂປ້ 2 ຂ້າງແປະກັນຢູ່ໃສໃຫ້ເຈາະບ່ອນນັ້ນ.
3 ເມື່ອກໍານົດບ່ອນເຈາະແລ້ວໆ ໃຫ້ໂກນຂົນອອກເປັນ ບໍລິເວນກວ້າງຂະໜາດປະມານ 1 ນິ້ວ ຄູນ 1 ນິ້ວ ແລ້ວໃຊ້ ທິງເຈີ້ ທີ່ເປັນຢາບົວບາດສັດ ມາທາບໍລິເວນນັ້ນຫຼາຍໆເທື່ຶອ .

4 ແທງເຂັມ ຫຼື ມີດຜ່າຜິວໜັງກ່ອນຊັ້ນໜຶ່ງ ຈາກນັ້ນໃຫ້ຍ້າຍເຂັມ ຫຼື ເຄື່ອນມີດໄປທາງໜ້າເລັກໜ້ອຍ ແລ້ວຈຶ່ງແທງຜ່ານກ້າມເນື້ອຈົນທະລຸເຂົ້າໄປໃນກະເພາະທີ່ມີກ໊າສຢູ່ເຕັມ (ສາເຫດທີ່ຕ້ອງເຄື່ອນທີ່ເຈາະໄປທາງໜ້າກໍເພື່ອເວລາດຶງອອກຮູທີ່ຜິວໜັງຈະບໍ່ໄດ້ກົງກັບຮູທີ່ເຈາະເຂົາໄປໃນກະເພາະ ປ້ອງກັນການເກີດຊ່ອງທ້ອງອັກເສບ.

5 ຫາກໃຊ້ມີດແທງເຂົ້າໄປແລ້ວໃຫ້ບິດມີດເຮັດໃຫ້ເກີດເປັນຮູ ເພື່ອໃຫ້ກ໊າດ ຜ່ານອອກມາສະດວກ ພະຍາຍາມກົດເຂັມ ຫຼື ມີດໃຫ້ໃກ້ຜິວໜັງຕະຫຼອດເວລາທີ່ກ໊າສຈະອອກ ເຖິງວ່າມັນຈະຍຸບລົງກໍໃຫ້ກົດມືລົງໄປນໍາ ເພາະຖ້າບໍ່ກົດປາຍເຂັມ ຫຼື ມີດຈະຫຼຸດອອກຈາກກະເພາະໄດ້ ຊຶ່ງຈະເຮັດໃຫ້ນໍ້າ ແລະ ເສດອາຫານຈາກກະເພາະ ເຊິ່ງຕິດຢູ່ທີ່ປາຍມີດມີໂອກາດເປື້ອນໃນຊ່ອງທ້ອງຂອງງົວໄດ້.
6 ເມື່ອທຸກຢ່າງຫຍຸບລົງເປັນປົກກະຕິແລ້ວ ໃຫ້ດຶງ ເຂັມ ຫຼື ມີດອອກໃຫ້ໄວ ແລ້ວກໍທາຢາທິງເຈີ້ໃສ່ແຜງົວທຸກມື້ຈົນກວ່າມັນຈະເຊົາ.