ທ່ານນາຍົກເດີນທາງໄປວັງວຽງ ຢ້ຽມຊົມສະຖານທີ່ທ່ອງທ່ຽວຫຼາຍແຫ່ງ

66

ໃນວັນທີ 8 ສິງຫາຜ່ານມາ ທ່ານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ແລະ ການນຳຂັ້ນແຂວງ ໄດ້ເດີນທາງຢ້ຽມຢາມເມືອງວັງວຽງ ທ່ຽວຊົມສະຖານທີ່ທ່ອງທ່ຽວຫຼາຍແຫຼ່ງ, ເຊື່ອວ່າຫຼັງຈາກນີ້ການທ່ອງທ່ຽວໃນເມືອງວັງວຽງຈັນໄດ້ຮັບການພັດທະນາດີຂຶ້ນ.

 

ໃນໂອກາດເດີນທາງຢ້ຽມຢາມນັ້ນ ທ່ານໄດ້ໄປທ່ຽວຊົມ ແຫລ່ງທ່ອງທ່ຽວທີ່ກຳລັງໄດ້ຮັບຄວາມສົນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນຖໍ້ານອນ ແລະ ຖໍ້ານາງຟ້າ ເຊີ່ງພາຍໃນແຫລ່ງທ່ອງທ່ຽວມີຫລາຍກິດຈະກຳໃຫ້ນັກທ່ອງທ່ຽວຫຼິ້ນ ບໍ່ວ່າຈະເປັນການຂີ່ກົງເບັງລອດເຂົ້າຊົມຖໍ້ານອນ ຂີ່ສະລິງ ລ່ອງເຮຶອຍັກ ເຂົ້າຊົມຄວາມງົດງາມຂອງຖໍ້ານາງຟ້າ ແລະ ອື່ນໆອີກ.

 

ນອກຈາກນັ້ນ ທ່ານ​ ນາຍົກລັດຖະມົນຕີຍັງໄດ້ລົງຢ້ຽມຢາມ ກິດຈະການຂອງນັກທຸລະກິດລາວ ທີ່ຖ້ຳນາງອົ້ວຄຽມ​ (ວັງວຽງອີນເຕິປາກ) ຢູ່ເບື້ອງຕາເວັນຕົກ ຂອງສາຍນໍ້າຊອງ ເມືອງວັງວຽງ ແຂວງວຽງຈັນເຊັ່ນດຽວກັນ.

ຂ່າວໂດຍ: ສະໄຫວ

ຂອບໃຈຂ່າວຈາກ: Lao Youth Radio FM 90.0 Mhz