ສົກ 2018 – 2019 ມສ ວຽງຈັນ ໄດ້ໃບປະກາດແດງ 5 ຄົນ

400

ໃນສົກປີ 2018 – 2019 ຜ່ານມາ ໂຮງຮຽນ ມສ ວຽງຈັນ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດສອນບໍາລຸງນັກຮຽນເພື່ອໃຫ້ການສອບເສັງຈົບຊັ້ນໄດ້ດີທີ່ສຸດ ເຊິ່ງຜ່ານການສອບເສັງຈົບຊັ້ນ ມ 4 ແລະ ມ 7 ສາມາດຍາດໄດ້ໃບປະກາດແດງຈຳນວນ 5 ຄົນ ຍິງ 4 ຄົນ ແລະ ອີກຫຼາຍລາງວັນດີເດັ່ນຂອງຂັ້ນເມືອງຈັນທະບູລີ.

ວັນທີ 6 ສິງຫາ 2019 ມສ ວຽງຈັນ ໄດ້ຈັດພິທີສະຫຼຸບຜົນການຮຽນ – ການສອບເສັງຈົບຊັ້ນ ມ 4 ແລະ ມ 7 ຂຶ້ນທີ່ສະໂມສອນໃຫຍ່ໂຮງຮຽນ ມສ ວຽງຈັນ ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ພ້ອມດ້ວຍບັນດາຄູ – ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ນ້ອງນັກຮຽນ ມ 4 ແລະ ມ 7 ທັງໝົດເຂົ້າຮ່ວມ.

ທ່ານ ນາງ ວຽງສຸວັນ ພະໄຊສົມບັດ ໄດ້ກ່າວວ່າ: ໃນສົກປີ 2018 – 2019 ຜ່ານມາ ໂຮງຮຽນ ມສ ວຽງຈັນ ມີນັກຮຽນສອບເສັງຈົບຊັ້ນ ມ 4 ທັງໝົດ 334 ຄົນ ຍິງ 199 ຄົນ, ມີທັງໝົດ 8 ຫ້ອງ ແລະ ມ 7 ຈຳນວນ 603 ຄົນ ຍິງ 372 ຄົນ, ມີທັງໝົດ 16 ຫ້ອງ ເພື່ອໃຫ້ການສອບເສັງຈົບຊັ້ນໄດ້ຮັບຜົນດີກວ່າເກົ່າ ໃນສົກປີ 2018 – 2019 ນີ້ ໂຮງຮຽນໄດ້ຕັ້ງໜ້າປະຕິບັດການສອນບໍາລຸງໃຫ້ແກ່ນັກຮຽນທີ່ຈະເສັງຈົບຊັ້ນມາຕັ້ງແຕ່ວັນທີ 1 ກຸມພາ 2019 ຫາ 15 ມິຖຸນາ 2019 ເຊິ່ງສອນໃນຊົ່ວໂມງທີ 7 ເວລາ 15:00 – 16:00 ໂມງ ເພື່ອກະກຽມໃນການສອບເສັງໃຫ້ໄດ້ 100% ໂດຍຊັ້ນ ມ 4 ບຳລຸງທັງໝົດ 576 ຊົ່ວໂມງ, ຊັ້ນ ມ 7 ບໍາລຸງທັງໝົດ 960 ຊົ່ວໂມງ ແລະ ສຳລັບຫ້ອງສອງພາສາໄດ້ບໍາລຸງນັກຮຽນວິຊາວິທະຍາສາດທຳມະຊາດ ເປັນພາສາຝຣັ່ງ ແລະ ບໍາລຸງພາສາຝຣັ່ງ ຈຳນວນ 560 ຊົ່ວໂມງ.

ຜ່ານການສອບເສັງຈົບຊັ້ນ ມ 4 ໃນວັນທີ 18 – 20 ມິຖຸນາ 2019 ຜ່ານມາສາມາດເສັງໄດ້ 100%. ໃນນັ້ນ, ໄດ້ໃບປະກາດ  ແດງ 2 ຄົນ ຍິງ 2 ຄົນ ຄື: ນາງ ແກ້ມໃສ     ແກ້ວສະນະ ຫ້ອງ 4/1 ແລະ ນາງ ເກດສະໜາ ສູນດາລາຫ້ອງ 4/1; ໄດ້ຄະແນນສູງສຸດຂັ້ນເມືອງຈັນທະບູລີ 4 ຄົນ ຍິງ 4 ຄົນ ຄື: ນາງ ມິຖຸນາ ສີສະໝອນ ຫ້ອງ      4/1, ນາງ ກັນຕະນາ ມະໄລທອງ ຫ້ອງ 4/1, ນາງ ເກດສະໜາ ສູນດາລາ ຫ້ອງ 4/1 ແລະ ນາງ ມຸກຕາວັນ ວົງລໍຄຳ ຫ້ອງ 4/1; ເສັງໄດ້ຄະແນນຮອບດ້ານທຸກວິຊາບໍ່ຫຼຸດ 7 ຈຳນວນ 106 ຄົນ ຍິງ 79 ຄົນ ແລະ ຊັ້ນ ມ 7 ສາມາດສອບເສັງໄດ້ 100%. ໃນນັ້ນ, ໄດ້ໃບປະກາດແດງ 3 ຄົນ ຍິງ 2 ຄົນ ຄື: ນາງ ເກດຕາວັນ ສີບຸນເຮືອງ ຫ້ອງ 7/3, ນາງ   ຄຳຫຼ້າ ສຸພິເລິດ ຫ້ອງ 7/4 ແລະ ທ້າວ       ພູມມະຈັນ ມະນີວັນ ຫ້ອງ 7/4; ເສັງໄດ້ຄະແນນດີເດັ່ນຮອບດ້ານຈຳນວນ 409 ຄົນ ຍິງ 267 ຄົນ.

ທ່ານ ນາງ ວຽງສຸວັນ ພະໄຊສົມບັດ ຍັງກ່າວຕື່ມວ່າ: ນອກຈາກການຮຽນ – ການສອນໃນໂຮງຮຽນແລ້ວ ໂຮງຮຽນຍັງໄດ້ພານ້ອງນັກຮຽນ ມ 4 ແລະ ມ 7 ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການເຄື່ອນໄຫວວຽກງານຕ່າງໆຂອງໂຮງຮຽນ ເປັນຕົ້ນແມ່ນການສະແດງຜົນງານຄວາມຮູ້ – ຄວາມສາມາດຂອງຕົນໃນງານສະຫຼອງ 60 ປີ ມສ ວຽງຈັນ, ໄດ້ເຂົ້າຮ່ວມການຖາມ – ຕອບຄຳຖາມວິທະຍາສາດ, ສັບປະດາຮຽນຮູ້ວິທະຍາສາດ ແລະ ຮັບຟັງການແນະແນວການສຶກສາຈາກສະຖາບັນຕ່າງໆ. ຍັງໄດ້ລົງພາກປະຕິບັດຕົວຈິງ ແລະ ເສີມສ້າງ ຄວາມຮູ້ຄວາມເຂັ້ມແຂງໃນການໃຊ້ຊີວິດປະຈຳວັນໃຫ້ຖືກຕ້ອງ ເປັນຕົ້ນແມ່ນນັກຮຽນຊັ້ນ ມ 7 ທີ່ໄດ້ໄປທັດສະນະຫຼາຍສະຖານທີ່ ເຊັ່ນ: ສວນພູຕາວັນ, ກຳແພງເມືອງວຽງຈັນ, ໂຮງງານຜະລິດຢາເລກ 3, ເຂື່ອນໄຟຟ້າທ່າລາດ, ບໍລິສັດ ຊີມັງ ວັງວຽງ, ສວນກະສິກຳ ແລະ ຫັດຖະກຳຫຼັກ 52 ແລະ ອື່ນໆ. ນອກຈາກນັ້ນ, ນັກຮຽນ ມ 4 ແລະ ມ 7 ຍັງໄດ້ໄປແຂ່ງຂັນຮ່ວມກິດຈະກຳ ແລະ ທັດສະນະສຶກສາຢູ່ຕ່າງປະເທດ ເຊັ່ນ: ປະເທດຈີນ, ຍີ່ປຸ່ນ, ໄທ, ອາເມຣິກາ, ມາເລເຊຍ, ຝຣັ່ງ ແລະ ສິງກະໂປ.

ນອກນັ້ນ, ພິທິຍັງໄດ້ມອບໃບຍ້ອງຍໍໃຫ້ນ້ອງນັກຮຽນທີ່ໄດ້ຮັບໃບປະກາດແດງຈຳນວນ 5 ຄົນ ຍິງ 4 ຄົນ, ມອບໃບຍ້ອງຍໍດີເດັ່ນໃຫ້ນ້ອງນັກຮຽນ ມ 4 ທີ່ໄດ້ຄະແນນສູງສຸດຂັ້ນເມືອງຈັນທະບູລີ ຈຳນວນ 4 ຄົນ, ມອບໃບຍ້ອງຍໍໃນການເຄື່ອນໄຫວວຽກງານນອກຫຼັກສູດ ຈຳນວນ 160 ຄົນ ຍິງ 80 ຄົນ ແລະ ມອບໃບຍ້ອງຍໍໃຫ້ແກ່ນັກຮຽນທີ່ເກັ່ງຮອບດ້ານ ຈຳນວນ 515 ຄົນ ຍິງ 346 ຄົນ.

( ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ )