ຜູ້ລັກຖິ້ມຂີ້ເຫຍື້ອ ຖືກປັບໃໝຕາມລະບຽບແລ້ວ ທີ່ເສັ້ນທາງໜອງບົວທອງ-ໜອງບຶກ

49

ຕາມທີ່ເພຈ ເສດຖະກິດ-ການຄ້າໄດ້ລົງຂ່າວໄປມື້ວານນີ້ມີຄົນລັກໄປຖີ້ມຂີ້ເຫຍື້ອຢູ່ເສັ້ນທາງໜັງບຶກ-ໜອງບົວທອງ ທັນທີທີ່ຂ່າວຖືກເຜີຍແຜ່ໄດ້ມີແຟນເພຈເຂົ້າມາສະແດງຄວາມຄິດເຫັນກັນຫຼວງຫຼາຍ ສ່ວນໃຫຍ່ກໍ່ຢາກໃຫ້ມີການປັບໃໝໃສ່ໂທດໃຫ້ສັງຄົມໄດ້ເຫັນ ເຊິ່ງຫ້ອງການບໍລິຫານ ແລະ ຄຸ້ມຄອງຕົວເມືອງວຽງຈັນກໍ່ນຳຕົວຜູ້ຖີ້ມຂີ້ເຫຍື້ອເຂົ້າສຶກສາອົບຮົມຢ່າງທັນການ ພ້ອມປັບໃໝເປັນທີ່ຮຽບຮ້ອຍແລ້ວ.

 

ກໍລະນີທີ່ມີພົນລະເມືອງດີໄດ້ພົບເຫັນລົດກະບະຮຸນໄດນ້ອຍ ສີຂາວ ໝາຍເລກທະບຽນ ກຕ 6138 ກຳແພງນະຄອນ ມີປ້າຍຕິດອອກຊື່ ຮ້ານຂາຍດອກໄຟ ເຫີງທົງ ໄດ້ຂົນຂີ້ຫຍື້ອໄປລັກຖີ້ມ ຢູ່ເສັ້ນທາງໜອງບົວທອງ-ໜອງບຶກ ໃນວັນທີ 2 ສິງຫາ 2019 ເຊິ່ງພາບ ແລະ ຂໍ້ມູນດັ່ງກ່າວໄດ້ສ້າງຄວາມສົນໃຈໃຫ້ແກ່ມວນຊົນຈຳນວນບໍ່ໜ້ອຍ.

 

 

ເມື່ອໄດ້ຮັບຂໍ້ມູນດັ່ງກ່າວ ທາງຫ້ອງການ ຄບຕ ຈຶ່ງໄດ້ສົ່ງວິຊາການລົງ ສົມທົບກັບ ຫ້ອງການ ຄບຕ ເມືອງສີໂຄດຕະບອງ ແລະ ອຳນາດການປົກຄອງບ້ານ ເພື່ອດຳເນີນການ ຕິດຕາມກວດກາ ແລະ ປັບໃໝ ຕາມມາດຕາ 3, ຂໍ້ 3.1 ວ່າດ້ວຍແຜນວຽກ ແລະ ມາດຕະການເສັ້ນທາງສະອາດ ຂອງມະຕິຕົກລົງອົງການປົກຄອງສະບັບເລກທີ 03/ອປຄ.ນວ, ລົງວັນທີ 25 ກັນຍາ 2015.

 

 

ພາຍຫຼັງພົບເຫັນຜູກະທຳຜິດແລ້ວ ຄະນະຮັບຜິດຊອບໄດ້ແຈ້ງຫຼັກຖານ ແລະ ຄວາມຜິດໃຫ້ເຈົ້າຂອງຮ້ານຮັບຊາບ, ເຊິ່ງຂີ້ເຫຍື້ອຂອງພວກກ່ຽວທັງໝົດມີປະມານ 200 ກິໂລ x 400 ກີບ x 100 ເທົ່າ ລວມເປັນຈຳນວນເງິນ 8.000.000 ກີບ.

 

 

ຜ່ານການແຈ້ງຫຼັກຖານ ແລະ ລະບຽບການທັງໝົດ ພວກກ່ຽວໄດ້ຮັບຊາບ ແລະ ຍອມຮັບຄວາມຜິດ ທີ່ພວກກ່ຽວໄດ້ກະທຳ ແລະ ລົງນາມໃນບົດບັນທຶກ ຈະບໍ່ກະທຳອີກ, ພ້ອມທັງຍິນຍອມຈ່າຍຄ່າປັບ  ໃໝຕາມລະບຽບການ. ໃນນີ້ ໄດ້ແບ່ງໃຫ້ຜູ້ພົບເຫັນ ແລະ ອຳນາດການປົກຄອງ 70%, ສ່ວນ 30% ມອບເຂົ້າຄັງລວມ ຂອງ ຄບຕ.

 

 

ສະນັ້ນ, ຫ້ອງການ ຄບຕ ຂໍຄວາມຮ່ວມມື ມາຍັງພໍ່ແມ່ປະຊາຊົນ ຈົ່ງຊ່ວຍກັນເປັນຫູ ເປັນຕາ ຖ້າພົບເຫັນໃຫ້ແຈ້ງອຳນາດການປົກຄອງບ້ານ ຫຼື ຫ້ອງການ ຄບຕ ໂທ: 020 56621164.