ພາຍຸວິພາ ສ້າງຄວາມເສຍຫາຍຢູ່ຫຼາຍແຂວງ

80

ໃນລະຫວ່າງວັນທີ 3 – 4 ສິງຫາຜ່ານມາ ພາຍຸວິພາ ໄດ້ພັດຜ່ານເຂົ້າປະເທດລາວ ເຮັດໃຫ້ມີຝົນຕົກໜັກຈົນເກີດເຫດນ້ຳຖ້ວມ, ນ້ຳໄຫຼຊຸ, ດິນເຈື່ອນ, ເສັ້ນທາງຫຼາຍຈຸດເປັນອຳມະພາດ ໂດຍສະເພາະແມ່ນບັນດາແຂວງພາກເໜືອ. ຂະນະທີ່ຢູ່ເມືອງວຽງໄຊ ແຂວງຫົວພັນ ມີຜູ້ສູນຫາຍ 7 ຄົນ ດ້ານການຊ່ວຍເຫຼືອຍັງເປັນໄປຢ່າງລຳບາກ, ສ່ວນເຫດການຢູ່ເມືອງນານ ປະເມີນແລ້ວເສຍຫາຍ 8 ຕື້ກວ່າກີບ.

ທ່ານ ຈູ ເຮີ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງວຽງໄຊ ແຂວງຫົວພັນ ໃຫ້ສໍາພາດທາງໂທລະສັບ ແກ່ທີມຂ່າວພວກເຮົາໃນວັນທີ 5 ສິງຫາ 2019 ວ່າ: ຈາກເຫດການພາຍຸຝົນຕົກໜັກໃນໄລຍະວັນທີ 3 ຫາ 4 ສິງຫາຜ່ານມາ ເຮັດໃຫ້ເກີດນ້ຳປ່າໄຫຼຊຸບ້ານຫີນດຳ ເມືອງວຽງໄຊ ແລະ ມີຄອບຄົວຜູ້ຖືກເຄາະຮ້າຍດິນເຈື່ອນທັບເຮືອນ ຈຳນວນ 2 ຄອບຄົວ ຄື: ຄອບຄົວ ທ້າວ ເຍ່ຍ ຈິງທໍ່ ແລະ ຄອບຄົວ ທ້າວ ເວັງຊົ່ງ ໂດຍມີຜູ້ສູນຫາຍທັງໝົດ 7 ຄົນ ຍິງ 3 ຄົນ, ມາຮອດປັດຈຸບັນຍັງຄົ້ນຫາບໍ່ພົບ ແລະ ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນຍັງສືບຕໍ່ຊ່ວຍກັນຄົ້ນຫາ. ສ່ວນດ້ານການໃຫ້ຄວາມຊ່ວຍເຫຼືອແມ່ນໄດ້ມີກໍາລັງທະຫານຕໍາຫຼວດຈໍານວນໜຶ່ງເດີນທາງໄປເຂດດັ່ງກ່າວເພື່ອນໍາເອົາຢາ, ອາຫານແຫ້ງ ແລະ ເງິນຈໍານວນໜຶ່ງໄປມອບບັນເທົາທຸກ, ແຕ່ການຊ່ວຍເຫຼືອກໍບໍ່ສາມາດຊ່ວຍເຫຼືອໄດ້ຢ່າງເຕັມທີ່ ເນື່ອງຈາກໃນເຂດທີ່ນໍ້າຖ້ວມແມ່ນຢູ່ຫ່າງໄກສອກຫຼີກ, ເສັ້ນທາງທີ່ໃຊ້ສັນຈອນເຂົ້າໄປໃນບ້ານແມ່ນຖືກຕັດຂາດ ( ດິນເຈື່ອນທັບທາງ, ນໍ້າຖ້ວມຫຼາຍຈຸດ ), ຜູ້ທີ່ເດີນທາງເຂົ້າໄປຊ່ວຍເຫຼືອແມ່ນຕ້ອງໄດ້ຍ່າງເຂົ້າໄປໄກເຖິງ 16 – 17 ກິໂລແມັດ.

ມາຮອດປັດຈຸບັນຜົນກະທົບຈາກອຸທົກກະໄພນໍ້າຖ້ວມເມືອງວຽງໄຊ ທັງບ້ານເຮືອນຂອງປະຊາຊົນທີ່ຖືກດິນເຊາະເຈື່ອນທັບຖົມ ແລະ ຖະໜົນຫົນທາງບາງເຂດຂາດ ປະເມີນຄວາມເສຍຫາຍເບື້ອງຕົ້ນ ປະມານ 4 – 5 ຕື້ກີບ. ພ້ອມດຽວກັນນັ້ນ, ກໍມີເນື້ອທີ່ດິນນາຈໍານວນໜຶ່ງ ເຊິ່ງຍັງບໍ່ສາມາດປະເມີນ ຄວາມເສຍຫາຍໄດ້ ເຊິ່ງຕ້ອງໄດ້ລົງເກັບກຳຂໍ້ມູນລະອຽດຕື່ມ.

ຂະນະທີ່ຢູ່ແຂວງຊຽງຂວາງ ຕາມການລາຍງານຂອງນັກຂ່າວທ້ອງຖິ່ນ ໃຫ້ຮູ້ວ່າ: ໃນອາທິດຜ່ານມາເກີດຝົນຕົກຫຼາຍມື້ຕິດຕໍ່ກັນ ເຮັດໃຫ້ນ້ຳຖ້ວມຫຼາຍຈຸດຢູ່ແຂວງຊຽງ ຂວາງ ໜັກກວ່າໝູ່ແມ່ນເມືອງແປກ, ເມືອງຄຳ ແລະ ເມືອງພູກູດ ເປັນຕົ້ນແມ່ນ: ເຂດລາດບວກ ເມືອງແປກ, ບ້ານນາປາ ເມືອງຄຳ ແລະ ບ້ານນ້ຳຈັດ ເມືອງພູກູດ ເຊິ່ງໄດ້ເຮັດໃຫ້ດິນເຈື່ອນ, ທາງຂາດ, ນ້ຳຖ້ວມນາ, ເຮືອນ, ໜອງປາ ແລະ ເນື້ອທີ່ການຜະລິດ, ສ່ວນຄວາມເສຍຫາຍພາກສ່ວນກ່ຽວຂ້ອງກຳລັງເກັບກຳຂໍ້ມູນ.

ທ່ານ ຄຳກ້ອນ ອົ້ວນວນສາ ຮອງເຈົ້າເມືອງແປກ ແຂວງຊຽງຂວາງ ທັງເປັນຫົວໜ້າຄະນະຄວບຄຸມ ແລະ ແກ້ໄຂໄພພິບັດຂັ້ນເມືອງ ໃຫ້ຮູ້ວ່າ: ຢູ່ເມືອງແປກ ແຂວງຊຽງຂວາງ ເກີດເຫດນ້ຳຖ້ວມກວມເອົາ 2 ບ້ານ ຄື: ບ້ານເປີບ, ບ້ານລາດບວກ ເຊິ່ງລະດັບນໍ້າໄດ້ຍື່ງຖ້ວມໄວ ໃນເວລາ 13 ໂມງ ຂອງວັນທີ 4 ສິງຫາ 2019 ຜ່ານມາ ໂດຍໄດ້ຖ້ວມໜັກທີ່ບ້ານລາດບວກ ແຕ່ຖ້ວມປະມານ 4 ຊົ່ວໂມງ. ຈາກນັ້ນ, ລະດັບນ້ຳກໍໄດ້ຫຼຸດລົງ ເຊິ່ງເຫດການນ້ຳຖ້ວມໃນຄັ້ງນີ້ຄາດວ່າມາຈາກການຕັນເຂື່ອນໄຟຟ້າຂະໜາດນ້ອຍຢູ່ “ ແກ້ງຄວນ ” ເຂື່ອນລະບາຍນໍ້າບໍ່ທັນແລ້ວເຮັດໃຫ້ນໍ້າຍູ້ ຍື່ງຖ້ວມບ້ານຂອງປະຊາຊົນໄວ ເພາະຜ່ານມາບ້ານລາດບວກ ບໍ່ເຄີຍມີປະຫວັດນໍ້າຖ້ວມໃນຮອບຫຼາຍສິບປີ.

ສ່ວນເຫດການນ້ຳຖ້ວມຢູ່ເມືອງນານ ແຂວງຫຼວງພະບາງ ກ່ອນໜ້ານີ້ ຮອດປັດຈຸບັນຕາມການລາຍງານຂອງ ທ່ານ ອຸ່ນຄຳ   ສຸວັນນະພັນ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ຜົນເສຍຫາຍຈາກເຫດການນ້ຳໄຫຼຖ້ວມ 8 ບ້ານ ຄື: ບ້ານນາຝາຍ, ນາເລົາ, ປ່າໄຜ່, ໂພນຫີນ, ສີບຸນເຮືອງ, ສີມຸງຄຸນ, ບ້ານທາດ ແລະ ບ້ານນາເຄີນ ຂອງເມືອງນານ ແຂວງຫຼວງພະບາງ ໃນວັນທີ 30 ກໍລະກົດ 2019 ຜ່ານມາ ມີຄອບຄົບຖືກຜົນກະທົບ ຈໍານວນ 358 ຄອບຄົວ, ມີຈໍານວນພົນ 1.522 ຄົນ ຍິງ 885 ຄົນ. ໃນນັ້ນ, ໜັກກວ່າໝູ່ແມ່ນບ້ານສີບຸນເຮືອງ ມີ 157 ຄອບຄົວ, ມີຈໍານວນພົນ 842 ຄົນ ຍິງ 455 ຄົນ ມາຮອດປັດຈຸບັນນີ້ທາງກອງບັນຊາການທະຫານເມືອງນານ ສົມທົບກັບກອງພັນ 414 ໄດ້ພ້ອມກັນຊ່ວຍເຫຼືອປະຊາຊົນອະນາໄມເຮືອນ, ອະນາໄມຖະໜົນຫົນທາງ ແລະ ປັບປຸງເຮືອນຂອງປະຊາຊົນທີ່ຖືກຜົນເສຍຫາຍ.

ທັງນີ້, ສໍາລັບຜົນເສຍຫາຍຈາກໄພນໍ້າຖ້ວມໃນຄັ້ງນີ້ ລວມເສຍຫາຍເບື້ອງຕົ້ນທັງໝົດ 8,45 ຕື້ກວ່າກີບ. ໃນນັ້ນ, ແບ່ງເປັນປະເພດເຄື່ອງໃຊ້ຄົວເຮືອນ, ເຄື່ອງນຸ່ງຫົ່ມ, ເຄື່ອງນອນ ມູນຄ່າ 1,73 ຕື້ກວ່າກີບ; ຂົງເຂດກະສິກໍາ ມູນຄ່າ 4,05 ຕື້ກວ່າກີບ; ຂົງເຂດໂຍທາທິການ ແລະ ຂົ່ງສົ່ງ ມູນຄ່າ 1,11 ຕື້ກວ່າກີບ ແລະ ວຽກພະລັງງານ ແລະ ບໍ່ແຮ່ ມູນຄ່າ 10 ລ້ານກີບ.