ການເປີດບໍລິການລົດໄຟຂົນສົ່ງສິນຄ້າ ລາວ – ໄທ ຈະຍູ້ແຮງການກະຈາຍຜະລິດຕະພັນລາວ ສູ່ຕະຫຼາດສາກົນ

95

ເມື່ອວັນທີ 1 ສິງຫາ 2019 ໄດ້ມີພິທີເປີດແລ່ນຂະບວນລົດໄຟຂົນສົ່ງສິນຄ້າຜ່ານແດນຂ້າມຂົວມິດຕະພາບ ລາວ – ໄທ 1 ຖືເປັນບົດບາດສໍາຄັນຕໍ່ການຄ້າລະຫວ່າງປະເທດໃນການກະຈາຍ “ ຜະລິດຕະພັນຂອງລາວ ” ອອກສູ່ຕະຫຼາດໄທ ແລະ ສາກົນໃຫ້ວ່ອງໄວ, ທັນເວລາ ແລະ ສາມາດຂົນສົ່ງໄດ້ຫຼາຍຂຶ້ນ.

 

ในภาพอาจจะมี หนึ่งคนขึ้นไป, ท้องฟ้า และสถานที่กลางแจ้ง

ພາບຂ່າວ

 

ທ່ານ ແສງທະວີໄສ ມະລີວັນ ຫົວໜ້າກົມທາງລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ເສັ້ນທາງລົດໄຟ ລາວ – ໄທ ໄລຍະ 1 ໄດ້ເປີດນໍາໃຊ້ແຕ່ຕົ້ນປີ 2009, ຕໍ່ມາໃນເດືອນມິຖຸນາ 2012 ໄດ້ສືບຕໍ່ໂຄງການກໍ່ສ້າງທາງລົດໄຟ ລາວ – ໄທ ໄລຍະ 2. ໃນນັ້ນ, ໄດ້ແບ່ງອອກເປັນສອງຕອນ ຄື: ຕອນທີ 1 ໄດ້ຈັດຕັ້ງປະຕິບັດການກໍ່ສ້າງແຕ່ເດືອນມີນາ 2013 ແລະ ສໍາເລັດໃນເດືອນກັນຍາ 2015 ປະກອບມີລານຕູ້ສິນຄ້າ CY ຫ້ອງການສາງໃນຮົ່ມທາງລົດໄຟເຂົ້າໄປຫາລານຕູ້ສິນຄ້າ ລາງຫຼີກ ລະບົບໂທລະຄົມ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ.

ສ່ວນຕອນທີ 2 ແມ່ນຈະສືບຕໍ່ກໍ່ສ້າງທາງລົດໄຟແຕ່ທ່ານາແລ້ງຫາສະຖານີນະຄອນຫຼວງວຽງຈັນ ( ບ້ານຄໍາສະຫວາດ ເມືອງໄຊເສດຖາ ) ຍາວ 7,5 ກິໂລແມັດ ຈະເລີ່ມກໍ່ສ້າງໃນເດືອນຕຸລາ 2019 ຄາດວ່າຈະໃຫ້ສໍາເລັດໃນເດືອນທັນວາ 2021 ເພື່ອສືບຕໍ່ການນໍາໃຊ້ລານຕູ້ສິນຄ້າ ( CY ) ໃຫ້ຖືກຕ້ອງຕາມຈຸດປະສົງເປົ້າໝາຍ.

 

ในภาพอาจจะมี เมฆ, ท้องฟ้า และสถานที่กลางแจ้ง

ພາບຂ່າວ

 

ໃນພິທີເປີດການນໍາໃຊ້ “ ຂະບວນລົດໄຟຂົນສົ່ງສິນຄ້າ ລາວ – ໄທ ຄັ້ງທໍາອິດ ” ທີ່ລານຕູ້ສິນຄ້າ ( CY ) ທ່ານາແລ້ງ ນະຄອນຫຼວງວຽງຈັນ ບໍລິສັດ ເບຍລາວ ຈຳກັດ ເປັນບໍລິສັດໜຶ່ງຂອງ ສປປ ລາວ ທີ່ໄດ້ສົ່ງອອກຜະລິດຕະພັນຂອງຕົນດ້ວຍຂະບວນລົດໄຟຂົນສົ່ງສິນຄ້າດັ່ງກ່າວ ເຊິ່ງມີຫຼາກຫຼາຍຜະລິດຕະພັນ ລວມຈຳນວນ 3.200 ແກັດ. ໃນຂະບວນປະຖົມມະລືກ ຈາກໄທ ມາ ລາວ ຄັ້ງນີ້ ຍັງໄດ້ມີການນຳເຂົ້າວັດຖຸດິບ ກໍຄື “ ເຂົ້າມ່ານ ” ຂອງ ບໍລິສັດ ເບຍລາວ ຈຳກັດ ຈຳນວນ 20 ຕູ້ຄອນເທັນເນີ ເພື່ອມາຮັບໃຊ້ໃຫ້ແກ່ການຜະລິດ.

ປັດຈຸບັນ ບໍລິສັດ ເບຍລາວ ຈຳກັດ ໄດ້ມີບາດກ້າວຂະຫຍາຍການຈຳໜ່າຍຜະລິດຕະພັນອອກສູ່ຕະຫຼາດສາກົນໃນທົ່ວໂລກ ແລະ ມີທ່າອ່ຽງໃນການເຕີບໂຕຂຶ້ນເລື້ອຍໆໃນແຕ່ລະປີ. ຜ່ານມາ ບໍລິສັດ ເບຍລາວ ໄດ້ນຳໃຊ້ການຂົນສົ່ງສິນຄ້າຜ່ານທາງລົດບັນທຸກ ແລະ ພົບຂໍ້ຫຍຸ້ງຍາກຫຼາຍບັນຫາໃນການຂົນສົ່ງ ເປັນຕົ້ນແມ່ນ: ໄລຍະເວລາໃນການຂົນສົ່ງ, ສະພາບດິນຟ້າອາກາດ, ຈຳນວນຂົນສົ່ງທີ່ຈຳກັດ. ດັ່ງນັ້ນ, ການປັບປຸງຍົກລະດັບດ້ານວຽກງານໂລຈິສຕິກ ໂດຍສະເພາະການຂົນສົ່ງສິນຄ້າທາງລົດໄຟເປັນອີກປັດໄຈໜຶ່ງ ທີ່ຈະຍົກລະດັບຄວາມສາມາດທາງດ້ານການຂະຫຍາຍກຳລັງການສົ່ງອອກໄປສູ່ສາກົນໃຫ້ຫຼາຍຂຶ້ນ ແລະ ທັນຕໍ່ເວລາ.

ในภาพอาจจะมี เมฆ, ท้องฟ้า และสถานที่กลางแจ้ง

ພາບຂ່າວ

 

ສຳລັບການຂົນສົ່ງສິນຄ້າທາງລົດໄຟ ຜ່ານຂົວມິດຕະພາບ ລາວ – ໄທ ແຫ່ງທີ 1 ເປີດໃຫ້ບໍລິການ ມື້ລະ 4 ຮອບ ດັ່ງນີ້:

ຂະບວນລົດຮ່ວມ 471 ເວລາອອກຈາກໜອງຄາຍ 07:30 ໂມງ ຮອດທ່ານາແລ້ງ 07:45 ໂມງ.

ຂະບວນລົດຮ່ວມ 481 ເວລາອອກຈາກທ່ານາແລ້ງ 10:15 ໂມງ ຮອດໜອງຄາຍ 10:30 ໂມງ.

ຂະບວນລົດຮ່ວມ 483 ເວລາອອກຈາກໜອງຄາຍ 14:45 ໂມງ ຮອດທ່ານາແລ້ງ 15:00 ໂມງ.

ຂະບວນລົດຮ່ວມ 484 ເວລາອອກຈາກທ່ານາແລ້ງ 17:30 ໂມງ ຮອດໜອງຄາຍ 17:45 ໂມງ.