ຝົນຊ້ານາແຫ້ງ ອາດສະພັງທອງ ຄາດກາງເດືອນນີ້ຈິ່ງປັກດຳແລ້ວ

69

ມາຮອດປັດຈຸບັນ ການປັກດຳເຂົ້ານາປີຢູ່ບາງແຂວງ ເມື່ອທຽບໃສ່ປີຜ່ານມາຖືວ່າຊັກຊ້າຫຼາຍ ເນື່ອງມາຈາກສະພາບອາກາດທີ່ບໍ່ເອື້ອອຳນວຍ ບາງເຂດປະສົບໄພແລ້ງບໍ່ສາມາດປັກດຳເຂົ້ານາໄດ້ ບາງພື້ນທີ່ຍັງບໍ່ທັງລົງມືຕົກກ້າເທື່ອ ສົ່ງຜົນເຮັດໃຫ້ການຜະລິດເຂົ້ານາປີບໍ່ສຳເລັດທັນຕາມລະດູການ. ຂະນະທີ່ຊາວກະສິກອນ ເມືອງອາດສະພັງທອງ ແຂວງສະຫວັນນະເຂດມາຮອດປະຈຸບັນສາມາດປັກດຳໄດ້ພຽງ 75% ຄາດວ່າຖ້າຟ້າຝົນເປັນໃຈກາງເດືອນສິງຫາຈະສໍາເລັດການປັກດໍາ.

 

ອີງຕາມການໃຫ້ສໍາພາດຂອງທ່ານນາງ ມະນີວອນ ຕານວົງພັບ ຫົວໜ້າປູກຝັງ ປະຈໍາຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ອາດສະພັງທອງ ໃຫ້ຮູ້ວ່າ: ມາເຖິງປັດຈຸບັນນີ້ ທົ່ວເມືອງອາດສະພັງທອງ  ສາມາດປັກດໍາເຂົ້ານາປີໄດ້ແລ້ວ 75% ຂອງເນື້ອທີ່ທັງໝົດ 13.206 ເຮັກຕາ, ສາມາດໄຖຮຸດໄດ້ 100% ແລະ ລົງມືຕົກກ້າໄດ້ 100% ຂອງເນື້ອທີ່ທັງໝົດ.

 

 

ຊາວກະສິກອນທົ່ວເມືອງ ອາດສະພັງທອງ ແມ່ນໄດ້ເລີ່ມລົງມືປັກດໍາໃນຕົ້ນເດືອນກໍລະກົດເປັນຕົ້ນມາ ແລະ ຄາດວ່າຖ້າຫາກສະພາບດິນຟ້າອາກາດເອື້ອອໍານວຍກາງເດືອນສິງຫາ ຈະສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ສ່ວນແນວພັນທີ່ຊາວກະສິກອນນິຍົມໃຊ້ຫຼາຍແມ່ນແນວພັນເຂົ້າປັບປຸງກວມເອົາ 98% ຂອງແນວພັນປູກ ສ່ວນທີ່ເຫຼືອແມ່ນເປັນແນວພັນພື້ນເມືອງ.

 

 

ການລົງມືປັກດໍາເຂົ້ານາປີໃນປີນີ້ ຖ້າທຽບໃສ່ປີຜ່ານມາເຫັນວ່າຍັງຊັກຊ້າ, ຍ້ອນວ່າຊາວກະສິກອນແມ່ນອີງໃສ່ທໍາມະຊາດ ແລະ ສະພາບເງື່ອນໄຂຕົວຈິງ, ບໍ່ມີຊົນລະປະທານຄືເມືອງອື່ນໆ, ມີບາງທ້ອງຖິ່ນຂອງເມືອງຫາກໍ່ລົງມືຕົກປັກດໍາກໍ່ມີ. ຄຽງຄູ່ກັນນີ້ຊາວກະສິກອນໃນເມືອງກໍ່ຍັງໄດ້ພ້ອມພຽງກັນປູກພືດສໍາຮອງອີກ ຄາດຈະສູ້ຊົນປູກພືດສໍາຮອງໃນລະດູຝົນຕື່ມອີກໃນເນື້ອທີ່ 600 ເຮັກຕາ. ມາເຖິງປັດຈຸບັນ ກໍ່ລົງມືປູກໄປໄດ້ແລ້ວ 322 ເຮັກຕາ ສໍາລັບພືດທີ່ນິຍົມປູກຫຼາຍແມ່ນ: ສາລີ, ໝາກແຕງ, ເຜືອກ, ມັນ ແລະ ພືດຜັກຕ່າງໆອີກຈໍານວນໜຶ່ງ ເຂດທີ່ນິຍົມປູກຫຼາຍກໍ່ແມ່ນເຂດບ້ານ ປົ່ງດົງ, ປົ່ງນາ ແລະ ບ້ານໄລກະທະ ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ.

 

 

ທີ່ມາ: ຖວທ ອາດສະພັງທອງ