ບຸນຊ່ວງເຮືອທີ່ຫຼວງພະບາງ ປີນີ້ມີຫຼາຍກິດຈະກຳ

106

ທຸກໆປີເມື່ອຮອດມື້ແຮມ 15 ຄໍ່າ ເດືອນ 9 ຈະເປັນບຸນຫໍ່ເຂົ້າປະດັບດິນ ຢູ່ແຂວງຫຼວງພະບາງ ຈະມີບຸນຊ່ວງເຮືອ ຄວບຄູ່ໄປນຳ ໂດຍປີນີ້ທາງແຂວງໄດ້ກຽມກິດຈະກຳໄວ້ຫຼາຍຢ່າງໂດຍຈະເລີ່ມແຕ່ວັນທີ 23 – 29 ສິງຫາ.

ອີງຕາມແຈ້ງການຂອງເຈົ້າຄອງນະຄອນຫຼວງພະບາງ ສະບັບເລກທີ 61/ຈນຫຼບ ລົງວັນທີ 26 ກໍລະກົດ 2019 ວ່າດ້ວຍລາຍການເຄື່ອນໄຫວບຸນຫໍ່ເຂົ້າປະດັບດິນ ບຸນຊ່ວງເຮືອ ທີ່ນະຄອນຫຼວງພະບາງ ແມ່ນຈະຈັດຂຶ້ນໃນລະຫວ່າງມື້ແຮມ 8 – 14 ຄໍ່າ ເດືອນ 9 ລາວ ກົງກັບວັນທີ    23 – 29 ເດືອນສິງຫາ 2019 ໂດຍຈະຈັດໃຫ້ມີຫຼາກຫຼາຍກິດຈະກຳຕາມຮີດຄອງປະເພນີລາວ ເປັນຕົ້ນແມ່ນຕະຫຼາດນັດມວນຊົນ, ໃສ່ບາດໃຫ້ພະພິກຂຸສົງ, ຊ່ວງເຮືອ, ທ່ຽວຊົມແຫຼ່ງທ່ອງທ່ຽວທາງວັດທະນະທຳຕ່າງໆໃນຂອບເຂດອ້ອມຕົວເມືອງຫຼວງພະບາງ ແລະ ອື່ນໆ ເພື່ອສົ່ງເສີມການອະນຸຮັກ – ຮັກສາວັດທະນະທຳອັນດີງາມຂອງຊາວລາວເຮົາ ພ້ອມທັງສົ່ງເສີມການທ່ອງທ່ຽວ.

ບຸນເຂົ້າປະດັບດິນ ບຸນຊ່ວງເຮືອ ທີ່ນະຄອນຫຼວງພະບາງ ປະຈຳປີ 2019 ນີ້, ຈະຈັດຂຶ້ນໃນ 4 ວັນຫຼັກ ເຊັ່ນ: 1). ວັນສຸກ ວັນທີ 23/08/2019 ແຮມ 8 ຄ່ຳ ເດືອນ 9 ປີ 2562 ແມ່ນມີການຊ່ວງເຮືອທີ່ບ້ານຫາດຮ່ຽນ; 2). ວັນອັງຄານ ວັນທີ 27/08/2019 ແຮມ 12 ຄ່ຳ ເດືອນ 9 ປີ 2562 ແມ່ນມີການຊ່ວງເຮືອທີ່ບ້ານສັງຄະໂລກ; 3). ວັນພຸດ ວັນທີ 28/08/2019 ແຮມ 13 ຄ່ຳ ເດືອນ 9 ປີ 2562 ເລີ່ມເວລາ 7:00 – 12:00 ໂມງ ແມ່ນມີພິທີໂລະລາດ ( ຕະຫຼາດນັດມວນຊົນ ) ທີ່ຖະໜົນກາງເມືອງຫຼວງພະບາງ; 4). ວັນພະຫັດ ວັນທີ 29/08/2019 ແຮມ 14 ຄ່ຳ ເດືອນ 9 ປີ 2562 ເປັນມື້ບຸນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງເຮືອ ຫຼວງພະບາງທີ່ບຶງນ້ຳຄານ ( ນ້ຳຄານ ).

ເຊິ່ງຈະເລີ່ມຕົ້ນໃນວັນທີ 23 ສິງຫາ 2019 ເວລາ 5:30 ໂມງເຊົ້າ ພິທີໃສ່ບາດເຂົ້າຫໍ່ໂປ້ ເຂົ້າຕົ້ມ ເຂົ້າໜົມ ອາຫານຄາວຫວານຕ່າງໆໃຫ້ພະພິກຂຸສົງ; ເວລາ 8:00 – 8:30 ໂມງ ການນຳພັກ – ລັດ ແຂກຕ່າງດ້າວທ້າວຕ່າງແດນ ແລະ ມວນຊົນຈະເລີ່ມທະຍອຍເຕົ້າໂຮມກັນຢູ່ສອງຟາກນ້ຳຄານ ເພື່ອຊົມ ແລະ ຮຽນຮູ້ປະເພນີວັດທະນະທຳອັນດີງາມຂອງບຸນຊ່ວງເຮືອທີ່ຍິ່ງໃຫຍ່ທີ່ສຸດໃນປະເທດລາວກໍວ່າໄດ້, ເພາະມີເຮືອປະເພນີທີ່ເຂົ້າຮ່ວມຊ່ວງຫຼາຍທີ່ສຸດມາຈາກຫຼາຍພາກສ່ວນ, ມາຈາກຫຼາຍແຂວງ, ເປັນບຸນຊ່ວງເຮືອທີ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.

ຫຼັງຈາກນັ້ນ, ປະມານ 9:00 ໂມງເປັນຕົ້ນໄປ ແມ່ນເລີ່ມໄຂພິທີບຸນຊ່ວງເຮືອຢ່າງເປັນທາງການ ໂດຍເລີ່ມຈາກເຮືອນາງ   ດໍາ – ນາງດ່ອນ ( ຈາກບ້ານຊຽງແມນ ຫຼື ວັດຊຽງຍືນ ) ລົງມາເປັນຄູ່ເປີດໜ້ານ້ຳ. ຈາກນັ້ນ, ກໍແມ່ນເຮືອຊ່ວງຈາກວັດ ຈາກບ້ານ ຈາກພາກສ່ວນຕ່າງໆໂດຍມີນາງເຮືອ ( ສາວງາມປະຈຳເຮືອ ) ຖືຂັນດອກໄມ້ທູບທຽນນັ່ງສະຫງ່າເປັນລາຣີ ໃຫ້ທຸກຄົນໄດ້ເຫັນໄດ້ຊົມເພື່ອໄປບູຊາເຈົ້າອາຮັກ – ຣັກສາບ່ອນຕ່າງໆຂອງເຂດບ້ານນັ້ນໆ. ຫຼັງຈາກນັ້ນ, ກໍເລີ່ມຊ່ວງເຮືອຈົນຮອດແລງ ແລະ ປະກາດຜົນພ້ອມມອບລາງວັນໃຫ້ເຮືອຊ່ວງແຕ່ລະລຳ.

( ຂ່າວ: ກາວຊົ່ງ )