ຜັກລາຄາແພງຂຶ້ນ

98

ລາຄາຜັກໃນທ້ອງຕະຫຼາດ ນະຄອນຫຼວງວຽງຈັນ ມີການປັບຂຶ້ນເລັກໜ້ອຍເນື່ອງຈາກຜັກຫຼາຍຊະນິດປູກຍາກຜົນຜະລິດໜ້ອຍ ຫຼາຍປະເພດຕ້ອງນໍາເຂົ້າຈາກປະເທດເພື່ອນບ້ານ.

ໃນວັນທີ 31 ກໍລະກົດ 2019 ຜ່ານມາ ທີມຂ່າວພວກເຮົາໄດ້ລົງຕິດຕາມລາຄາສິນຄ້າເຄື່ອງອຸປະໂພກ – ບໍລິໂພກ ທີ່ກະທົບໄວຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນທີ່ຕະຫຼາດໃນນະຄອນຫຼວງ ເຫັນວ່າ: ລາຍການສິນຄ້າປະເພດເຄື່ອງອຸປະໂພກ – ບໍລິໂພກ ບາງລາຍການປັບຂຶ້ນ 500 – 2.000 ກີບ.

ແມ່ປີງ ເຈົ້າຂອງຮ້ານຂາຍເຄື່ອງຍ່ອຍທີ່ຕະຫຼາດຂົວດິນ ໃຫ້ຮູ້ວ່າ: ສິນຄ້າທີ່ຂາຍຢູ່ຮ້ານກໍຈະມີປະເພດສິນຄ້າເຄື່ອງອຸປະໂພກ – ບໍລິໂພກທີ່ໃຊ້ໃນຊີວິດປະຈຳວັນທົ່ວໄປ ເຊັ່ນ: ນ້ຳປາ, ແປ້ງນົວ, ຄະນໍ, ເສັ້ນເຂົ້າປຽກ, ເສັ້ນເຝີ ແລະ ອື່ນໆ ເຊິ່ງສິນຄ້າເກືອບທັງໝົດແມ່ນນຳເຂົ້າຈາກປະເທດໄທ ເຊິ່ງລາຄາສິນຄ້າໄລຍະນີ້ແມ່ນປັບຂຶ້ນເລັກໜ້ອຍ 500 – 2.000 ກີບ ເນື່ອງຈາກເງິນກີບອ່ອນຄ່າ ຖ້າທຽບໃສ່ເງິນບາດ. ສະນັ້ນ, ເຮົາຈະຕ້ອງໄດ້ປັບຂຶ້ນເພື່ອໃຫ້ມີກຳໄລເລັກໜ້ອຍ.

ຂະນະທີ່ແມ່ຄ້າຂາຍຜັກທ່ານໜຶ່ງໃຫ້ຮູ້ວ່າ: ສຳລັບລາຄາຜັກໄລຍະນີ້ເປັນລະດູຝົນຈະເຫັນລາຄາຜັກບາງປະເພດລາຄາເລີ່ມປັບຂຶ້ນບາງປະເພດເລີ່ມຂາດຕະຫຼາດ ເຊັ່ນ: ຫອມບົ່ວໄດ້ນຳເຂົ້າຈາກປະເທດເພື່ອນບ້ານມາຂາຍລາຄາບາງມື້ຢູ່ທີ່ 2 ແສນຕໍ່ໝື່ນ ( 12 ກິໂລ ), ບາງມື້ຢູ່ທີ່ 170.000 ກີບຕໍ່ໝື່ນ ສ່ວນລາຄາຂາຍຍ່ອຍຢູ່ທີ່ 20 ພັນກີບຕໍ່ກິໂລ, ຫອມລາບ 30 ພັນກີບຕໍ່ກິໂລ, ຫອມປ້ອມ 20 ພັນກີບຕໍ່ກິໂລ.

ດ້ານແມ່ຄ້າຂາຍຜັກທີ່ຕະຫຼາດຫົວຂົວ ເມືອງໄຊເສດຖາ ທ່ານໜຶ່ງກໍເວົ້າເປັນສຽງດຽວກັນວ່າ: ລາຄາຜັກໄລຍະນີ້ແມ່ນແພງຂຶ້ນຫຼາຍຖ້າທຽບໃສ່ລະດູແລ້ງ ສ່ວນການຂາຍກໍຂ້ອນຂ້າງຍາກຄົນຊື້ບໍ່ຫຼາຍ ບາງມື້ຕ້ອງໄດ້ຂາຍເລອອກ ເຮັດໃຫ້ຂາດທຶນຫຼາຍສົມຄວນ ຖ້າສົມທຽບແລ້ວລາຄາຜັກຫອມບົ່ວຕອນຕົ້ນປີຢູ່ທີ່ປະມານ 60.000 – 150.000 ກີບຕໍ່ໝື່ນ ແລະ ປັດຈຸບັນແມ່ນ 170.000 – 320.000 ກີບຕໍ່ໝື່ນ.

ສ່ວນລາຄາເຂົ້າສານໜຽວ ແລະ ເຂົ້າຈ້າວ ທີ່ຕະຫຼາດຂົວດິນ ແລະ ຕະຫຼາດຫົວຂົວ ເຊິ່ງແບ່ງຕາມເກຣດເຂົ້າ ລາຄາເລີ່ມແຕ່ 65.000 ຫາ 120.000 ກີບຕໍ່ໝື່ນ ແລະ ເຂົ້າຈ້າວ ລາຄາ 65.000 ຫາ 130.000 ກີບຕໍ່ໝື່ນ. ຂະນະທີ່ລາຄາເຂົ້າສານ ທົ່ວຕະຫຼາດເມືອງນາຊາຍທອງ ຕາມການສັງລວມຂອງຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ເຂົ້າໜຽວ ລາຄາ 84.000 ຫາ 90.000 ກີບຕໍ່ໝື່ນ ແລະ ເຂົ້າຈ້າວ ລາຄາ 78.000 ຫາ 102.000 ກີບຕໍ່ໝື່ນ.

ຕາມການໃຫ້ສຳພາດຂອງ ທ່ານ ແສງອຸໄທ ດວງມະນີວົງ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນາຊາຍທອງ ວ່າ: ສິນຄ້າທີ່ມີການເໜັງຕີງໃນປັດຈຸບັນນີ້ແມ່ນປະເພດເຂົ້າ ເຫັນວ່າເລີ່ມມີການເໜັງຕີງຫຼາຍ. ເຖິງຢ່າງໃດກໍຕາມ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ກໍໄດ້ປະສານສົມທົບພາກທຸລະກິດເພື່ອກຳນົດລາຄາໃຫ້ສົມເຫດສົມຜົນ ໃຫ້ຢູ່ຕາມລະບຽບຂອງກະຊວງອຸດສາຫະກຳ ແລະ ການຄ້າວາງອອກ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ ກໍຄືສັງຄົມ ຕິດພັນກັບການກວດກາສິນຄ້າເກືອດຫ້າມ, ສິນຄ້າໝົດອາຍຸ, ເສື່ອມຄຸນນະພາບ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ, ສືບຕໍ່ແກ້ໄຂບັນຫາການຂາຍເຄື່ອງຕາມແຄມທາງທີ່ບໍ່ເປັນລະບຽບໃຫ້ເປັນຮູບປະທຳ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.

( ຂ່າວ: ສັນຕິ )