ວ່າງງານ ອາໄສຕົ້ມຕຸນປຸກເຮືອນໄດ້ເປັນຫຼັງຢູ່ກິນສະບາຍ

119

ດັ່ງທີ່ພວກເຮົາໄດ້ເຕືອນກັນມາຕະຫຼອດ ໃນຍຸກນີ້ອອນລາຍຊ່ວຍໃຫ້ຊື້ໄດ້ຂາຍຄ່ອງ ແຕ່ຢ່າໄວ້ໃຈໂລກອອນລາຍ ເພາະຕໍ່ໜ້າກັນຍັງໂກງກັນໄດ້ ເຫັນມາຫຼາຍລາຍແລ້ວ ຈຶ່ງບໍ່ຄວນຊະລາໃຈໃນການຊື້-ຂາຍ ຫຼື ແລກປ່ຽນໃດໆ ຫາກຍັງບໍ່ມີການກວດສອບລະອຽດ ບໍ່ແມ່ນແຫຼ່ງໜ້າເຊື່ອຖືບໍ່ຄວນໂອນເງິນຫຼັກລ້ານໃຫ້ ເພາະໂອກາດຈະໄດ້ມາມັນຍາກແສນຍາກ.

ຕາມຂ່າວຈາກເພຈ ປ້ອງກັນຄວາມສະຫງົບນະຄອນຫຼວງແຈ້ງ ໃນວັນທີ 7 ພຶດສະພາ 2024 ຜ່ານມາ, ຫົວໜ້າພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ລາຍງານວ່າ: ວັນທີ 24 ມີນາ 2024 ຜ່ານມາ ເຈົ້າ ໜ້າທີ່ ປກສ ເມືອງຫາດຊາຍຟອງ ໄດ້ເຂົ້າກັກຕົວເປົ້າໝາຍສໍ້ໂກງຊັບແລກປ່ຽນເງິນຕາທາງເຟສບຸກ ພາຍຫຼັງໄດ້ຮັບແຈ້ງຈາກຜູ້ເສຍຫາຍສາມາດກັກຕົວ ໄດ້ 1 ຄົນ ຢູ່ເສັ້ນທາງເຂດບ້ານນາທົ່ມ ເມືອງໄຊທານີ ນວ ຊື່ທ້າວ ປະລິນຍາ (ນາມສົມມຸດ) ອາຍຸ 34 ປີ ພັກເຊົາຢູ່ບ້ານດົງຊຽງດີ ເມືອງນາຊາຍທອງ.

May be an image of 1 person and text
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຜູ້ກ່ຽວຮັບສາລະພາບວ່າ: ໄດ້ເລີ່ມສໍ້ໂກງຊັບມາແຕ່ ປີ 2020 ຈົນຮອດມື້ຖືກກັກຕົວ ຜູ້ກ່ຽວໄດ້ໂສ້ງໂກງຊັບທາງອອນລາຍມາແລ້ວຫຼາຍຄັ້ງ ເຊິ່ງຄັ້ງຫຼ້າສຸດແມ່ນຮັບແລກປ່ຽນເງິນຈຳນວນ 10.000 ຢວນຈາກຜູ້ເສຍຫາຍ, ໂດຍວິທີການແມ່ນສ້າງເຟສບຸກປອມຂຶ້ນມາ 9 ເພຈ ແລະ ເບີວັອບແອບ 2 ເບີ ແລ້ວເອົາຮູບຄົນອື່ນທີ່ໜ້າເຊື່ອຖືມາເປັນໂປຣຟາຍໜ້າເຟສບຸກແລ້ວໂພສໃນຮູບການຕ່າງໆ ໂດຍສະເພາະການຮັບແລກປ່ຽນເງິນຕາ.

May be an image of 1 person, smiling, slow loris and text
ເມື່ອມີຄົນຫຼົງເຊື່ອກໍໃຫ້ໂອນເງິນຕາມາໃຫ້ຜູ້ກ່ຽວກ່ອນ ແລະ ສັນຍາວ່າຈະໂອນເງິນກີບຄືນໃຫ້ຕາມລາຄາທີ່ຕົກລົງແລກປ່ຽນກັນໄວ້ ເຊິ່ງການໂອນແມ່ນໃຫ້ໂອນຜ່ານບັນຊີຮ້ານແລກປ່ຽນເງິນຕາ ຫຼື ບຸກຄົນທີ່ຮັບໂອນເງິນອອກຕ່າງປະເທດຈາກນັ້ນກໍຫາຮ້ານທີ່ຮັບໂອນເງິນກັບມາຄືນມາພາຍໃນປະເທດ, ເມື່ອເງິນຖືກໂອນກັບຄືນມາແລ້ວກໍໃຫ້ໂອນເຂົ້າຮ້ານຄ້າຕ່າງໆ ໂດຍສະເພາະໂອນເຂົ້າບັນຊີຮ້ານຊື້-ຂາຍຄຳ ເພື່ອຊື້ຄຳ ສ່ວນເງິນທີ່ຍັງເຫຼືອ ແມ່ນຂໍເອົາເປັນເງິນສົດນຳເຈົ້າຂອງບັນຊີ, ເວລາຮັບສິນຄ້າ ຫລື ຮັບເງິນ ແມ່ນຈ້າງຄົນຂັບລົດຂົນສົ່ງໄປຮັບມາໃຫ້ ແຕ່ບາງຄັ້ງກໍເຂົ້າໄປເອົາດ້ວຍຕົວເອງ ເມື່ອໄດ້ເງິນ ແລະ ຄຳແລ້ວໄດ້ເອົາເງິນມາໃຊ້ຈ່າຍພາຍໃນຄອບຄົວ ພ້ອມທັງເອົາເງິນໄປຊື້ທີ່ດິນ ແລະ ປຸກສ້າງເຮືອນ 1 ຫຼັງ.

May be an image of 2 people and text
ເຈົ້າໜ້າທີ່ ປກສ ລາຍງານຕື່ມວ່າ: ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າທີ່ພວມສືບຕໍ່ເກັບກຳຂໍ້ມູນ ເພື່ອດຳເນີນການສືບສວນ-ສອບສວນຕາມຫລັກການ ແລະ ກົດໝາຍ.

ທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ