ຂົ້ວຂີ້ເມົາກຸ້ງສົດ

494

ລາຍການອາຫານມື້ນີ້ຈະອອກແບບເຜັດຮ້ອນ ດ້ວຍສ່ວນປະສົມຈາກເຄື່ອງເທດຕ່າງໆທີ່ເປັນປະໂຫຍດຕໍ່ຮ່າງກາຍ ແລະ ຍັງຊ່ວຍຂັບລົມໃນກະເພາະໄດ້ອີກດ້ວຍ ເຊິ່ງຈະນໍາກຸ້ງສົດມາປຸງແຕ່ງຮ່ວມກັບສ່ວນປະສົມໃຫ້ອອກລົດຊາດເຜັດ ຄື: ຂົ້ວຂີ້ເມົາກຸ້ງສົດ.

ສ່ວນປະສົມ: ກຸ້ງສົດ 500 ກຣາມ, ຜັກກະເພົາ 10 – 15 ຍອດ, ຫົວຜັກບົ່ວໃຫຍ່ 1/2 ຫົວ, ພິກໄທສົດ 3 ກ້ານ, ນ້ຳປາ 1 ບ່ວງແກງ, ນໍ້າມັນຫອຍ 1 ບ່ວງແກງ, ນ້ຳຕານ 1 ບ່ວງກາເຟ, ນ້ຳມັນ 3 ບ່ວງແກງ, ໝາກເຜັດໃຫຍ່ 3 ໜ່ວຍ, ໝາກເຜັດນ້ອຍ 5 ໜ່ວຍ,  ຫົວຜັກບົ່ວແດງ 5 ຫົວ, ກະທຽມ 3 ຫົວ, ຫົວສີໃຄ 2 ຫົວ, ໃບຂີ້ຫູດ 4 ໃບ.

ວິທີປຸງແຕ່ງ:

1 ລ້າງກຸ້ງໃຫ້ສະອາດປອກເປືອກປາດເອົາເສັ້ນດໍາອອກ ກຽມກຸ້ງແລ້ວໃຫ້ຊອຍຫົວຜັກບົ່ວໃຫຍ່, ໝາກເຜັດໃຫຍ່ ແລະ ຫົວສີໃຄ. ຈາກນັ້ນ, ຕຳໝາກເຜັດນ້ອຍ, ຫົວຜັກບົ່ວແດງ ແລະ ກະທຽມໃຫ້ລະອຽດ ເອົານ້ຳມັນໃສ່ໝໍ້ຄ້າງໄຟປານກາງເມື່ອຮ້ອນເອົາເຄື່ອງທີ່ຕຳລົງໄປຂົ້ວພໍໃຫ້ມີກິ່ນຫອມ ຈຶ່ງໃສ່ຫົວຜັກບົ່ວໃຫຍ່, ຫົວສີໃຄ ແລະ ພິກໄທສົດລົງໄປຂົ້ວ.

2  ຫຼັງຈາກນັ້ນ, ໃສ່ກຸ້ງປຸງລົດຊາດດ້ວຍນ້ຳຕານ, ນ້ຳປາ, ນໍ້າມັນຫອຍພ້ອມທັງໃສ່ໝາກເຜັດໃຫຍ່, ໃບກະເພົາ ແລະ ໃບຂີ້ຫູດຂົ້ວໃຫ້ເຂົ້າກັນຊີມລົດຊາດຕາມໃຈມັກ. ຕັກໃສ່ຈານເສີບພ້ອມກັບເຂົ້າຈ້າວ ຫຼື ຖ້າບໍ່ຢາກກິນກັບເຂົ້າກໍເອົາປະເພດເສັ້ນໝີ່, ກວຍຈັບ ແລະ ເສັ້ນສະປາເກັດຕີ້ຂົ້ວໃສ່ນຳກັນເລີຍໄດ້.

ທີ່ມາ: sister.com

ຮຽບຮຽງ: ນຸ້ມນິ້ມ