ຄຳມ່ວນແຈ້ງເຈົ້າຂອງແຮ່ເຫຼັກ ຮີບຮ້ອນນຳເອກະສານສະເໜີຕໍ່ລັດ ໃຫ້ກຳນົດ 15 ວັນເທົ່ານັ້ນ

101

ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຄໍາມ່ວນໄດ້ປະກາດຫາເຈົ້າຂອງແຮ່ເຫຼັກ ທີ່ກອງໄວ້ຢູ່ 5 ຈຸດ ໃນເມືອງຫີນບູນ ຖ້າເປັນຂອງຜູ້ໃດ ຫຼື ບໍລິສັດໃດໃຫ້ຮີບຮ້ອນເຂົ້າມາຢື່ນເອກະສານກຳມະສິດ ພາຍໃນກຳນົດ 15 ວັນລັດຖະການ ຖ້າກາຍຈະຖືກເຈົ້າໜ້າທີ່ອາຍັດຊັບໄວ້ ແລະ ປະມູນຂາຍ ຕາມລະບຽບກົດໝາຍ.

 

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນເທົ່ານັ້ນ

 

ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງຄຳມ່ວນ ແຈ້ງມາຍັງທ່ານເພື່ອຊາບວ່າ: ໃນໄລຍະຜ່ານມາ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຄຳມ່ວນຮ່ວມກັບອຳນາດການປົກຄອງທ້ອງຖິ່ນ, ກວດພົບແຮ່ເຫຼັກຈຳນວນ 5 ຈຸດດັ່ງນີ້: ແຮ່ເຫຼັກທີ່ຍັງບໍ່ທັນປຸງແຕ່ງ ຈຳນວນປະມານ 300 ໂຕນ, ຢູ່ບ້ານໜອງຊື່ນ ເມືອງຫີນບູນ; ແຮ່ເຫຼັກມຸ່ນ ກອງໄວ້ຢູ່ທາງຫຼັງ ໂຮງງານຫຼອມກົ່ວ ຈຳນວນປະມານ 2.360 ໂຕນ ຢູ່ບ້ານສົມຊື່ນ ເມືອງຫີນບູນ; ແຮ່ເຫຼັກບົດກອງທີ 1 ຈຳນວນປະມານ 8.553 ໂຕນ ຢູ່ບ້ານໜອງຫອຍ ເມືອງຫີນບູນ; ແຮ່ເຫຼັກບົດກອງທີ 2 ຈຳນວນປະມານ 2.678 ໂຕນ ຢູ່ບ້ານໜອງຫອຍ ເມືອງຫີນບູນ ແລະ ແຮ່ເຫຼັກມຸ່ນ ຈຳນວນປະມານ 8.772 ໂຕນ ຢູ່ເດີນໂຮງງານສີມັງ ບ້ານນໍ້າດິກ ເມືອງຫີນບູນ

 

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນເທົ່ານັ້ນ

 

ຖ້າບຸກຄົນໃດ, ນິຕິບຸກຄົນ, ບໍລິສັດໃດ ຫາກເຫັນວ່າ ແຮ່ເຫຼັກທີ່ກອງໄວ້ຢູ່ຈຸດຕ່າງໆ ທີ່ກ່າວມາຂ້າງເທິງນັ້ນເປັນຂອງຕົນເອງ ແມ່ນໃຫ້ຮີບຮ້ອນນຳເອົາເອກະສານຕ່າງໆໃນການອະນຸຍາດ ຕາມລະບຽບການເຂົ້າໄປແຈ້ງຕໍ່ຂະແໜງຄຸ້ມຄອງແຮ່ທາດ ພະແນກພະລັງງານ ແລະ ບໍ່ແຮ່ແຂວງຄຳມ່ວນ ພາຍໃນກຳນົດ 15 ວັນ ເຊິ່ງເລີ່ມແຕ່ມື້ອອກລາຍເຊັນເປັນຕົ້ນໄປ ຖ້າຫາກບໍ່ເຫັນພາກສ່ວນໃດມາອ້າງກຳມະສິດພາຍໃນກຳນົດວັນເວລາດັ່ງກ່າວ ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຄຳມ່ວນຈະໄດ້ອາຍັດ ແລະ ຢຶດເຂົ້າຊັບສິນຂອງລັດ ແລະ ປະມູນຂາຍ ຕາມລະບຽບກົດໝາຍ.

 

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນເທົ່ານັ້ນ