ພົບຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວກວ່າ 200 ກໍລະນີ ຢູ່ຫຼວງນໍ້າທາ

49

ການລະບາດຂອງພະຍາດໄຂ້ຍຸງລາຍ ຍັງມີທ່າອ່ຽງເພີ່ມກວ່າປີຜ່ານມາ ສະເພາະແຂວງຫຼວງນໍ້າທາ ນັບແຕ່ຕົ້ນເດືອນ ມິຖຸນາ 2019 ມາຮອດປັດຈຸບັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 209 ກໍລະນີ, ໃນນັ້ນຫຼາຍກວ່າໝູ່ແມ່ນຢູ່ເມືອງຫຼວງນໍ້າທາ.

 

 

ທ່ານ ດຣ ຫຍຸ້ງ ລໍຄໍາ ຫົວໜ້າຂະແໜງຄວບຄຸ້ມພະຍາດຕິດຕໍ່ ພະແນກສາທາລະນາສຸກແຂວງ ຫຼວງນໍ້າທາໄດ້ລາຍງານວ່າ: ຈໍານວນຜູ້ຕິດເຊື້ອສ່ວນໃຫຍ່ແມ່ນກຸ່ມທີ່ມີການເຄື່ອນຍ້າຍໄປມາ ແລະ ຢູ່ເຂດຊຸມຊົນແອອັດຈຶ່ງເກີດເປັນພະຍາດໄດ້ງ່າຍໂດຍສະເພາະຢູ່ບັນດາເມືອງ, ເຊິ່ງໃນທົ່ວແຂວງມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ 209 ກໍລະນີ ແລະ ຍັງບໍ່ມີກໍລະນີເສຍຊີວິດເທື່ອ. ໃນນັ້ນ, ຢູ່ເມືອງຫຼວງນໍ້າທາມີຜູ້ຕິດເຊື້ອໄຂ້ຍຸງລາຍ 159 ກໍລະນີ, ເມືອງສິງ 8 ກໍລະນີ, ເມືອງວຽງພູຄາ 1 ກໍລະນີ, ເມືອງນາແລ 4 ກໍລະນີ ແລະ ເມືອງລອງ 42 ກໍລະນີ.

 

 

ເຊິ່ງໄລຍະນີ້ພະຍາດໄຂ້ຍຸງລາຍເກີດລະບາດໜັກຢູ່ເຂດຊຽງກົກ ເມືອງລອງ ແຂວງຫຼວງນໍ້າທາ. ປັດຈຸບັນ ທີມງານຫ້ອງການສາທາລະນາສຸກແຂວງ, ຫ້ອງການສາທາບັນດາເມືອງ , ສຸກສາລາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງເຮັດສຸຂະສຶກສາ, ແຈກຢາຍຢາຂ້າໜອນນໍ້າ, ຊິດຢາປ້ອງກັນ, ປຸກລະດົມຂະບວນການປະຕິບັດ 5 ປ, ເພື່ອສະກັດກັ້ນບໍ່ໃຫ້ມີການແຜ່ລະບາດຂອງພະຍາດໄຂ້ຍຸງລາຍເປັນຕົ້ນແມ່ນ: ເອົາໃຈໃສ່ ປົກປິດພາຊະນະທີ່ໃສ່ນໍ້າ, ປ່ຽນຖ່າຍນໍ້າຢູ່ອຸແອ່ງບໍ່ໃຫ້ກາຍໜຶ່ງອາທິດ, ປ່ອຍປາຫາງນົກຍູງໃສ່ອ່າງນໍ້າທີ່ປ່ຽນຖ່າຍບໍ່ໄດ້, ປັບປຸງ ສິ່ງແວດລ້ອມອ້ອມແອ້ມເຮືອນ ແລະ ປະຕິບັດໃຫ້ເປັນນິໄສ, ຖ້າທຸກຄົນປະຕິບັດໄດ້ເມື່ອ ບໍ່ມີໜອນນໍ້າຍຸງລາຍ, ບໍ່ມີຍຸງລາຍ ກໍ່ບໍ່ມີໄຂ້ເລືອດອອກ.

 

 

ທ່ານ ດຣ ຫຍຸ້ງ ລໍຄໍາ ຫົວໜ້າຂະແໜງຄວບຄຸ້ມພະຍາດຕິດຕໍ່ ພະແນກສາທາລະນາສຸກແຂວງ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນຕ້ອງມີສະຕິ, ເຝົ້າລະວັງ ແລະ ຕິດຕາມ ເອົາໃຈໃສ່ໃນການດໍາລົງຊີວິດໃຫ້ມີຄວາມສະອາດ , ຫຼີກລຽ້ງບໍ່ໃຫ້ຍຸງກັດ, ເມື່ອເກີດເຈັບເປັນຄວນໄປກວດສຸຂະພາບ ແລະ ຮັບການປິ່ນປົວຢູ່ໂຮງໝໍໂດຍດ່ວນ, ຖ້າຫາກເປັນໄຂ້ແມ່ນບໍ່ໃຫ້ຊື້ຢາມາກິນເອງ ຖ້າວ່າເປັນໄຂ້ຍຸງລາຍກໍ່ຈະໄດ້ປິ່ນປົວແຕ່ຫົວທີເພາະຫຼີກລ້ຽງບັນຫາກໍລະນີເສຍຊີວິດເກີດຂື້ນ.