ບໍ່ແປກໃຈເລີຍທີ່ບາງຄົນດື່ມກາເຟທຸກມື້ ມັນດີແບບນີ້ນີ້ເອງ

129

ກາເຟເປັນເຄື່ອງດື່ມທີ່ດີຊະນິດໜຶ່ງ ແຕ່ສຳລັບຜູ້ທີ່ບໍ່ຄຸ້ນເຄີຍກັບມັນເວລາດື່ມເຂົ້າໄປແລ້ວຈະເຮັດໃຫ້ຫົວໃຈສັ່ນ ເມົາງ່າຍ, ສ່ວນຜູ້ທີ່ມັກ ກາເຟກໍ່ປຽບເໝືອນຢາຊູກຳລັງຊະນິດໜຶ່ງທີ່ຕ້ອງດື່ມທຸກມື້ ແລ້ວທ່ານເປັນແນວໃດ!!!

ໃຜແນ່ມັກດື່ກາເຟ ດື່ມຫຼາຍເປັນໂທດ ແຕ່ຖ້າດື່ມແບບພໍດີກໍເປັນຢາບໍາລຸງໄດ້ ມື້ນີ້ຈະມາບອກສັບພະຄຸນຂອງກາເຟທີ່ຫຼາຍໆຄົນອາດຍັງບໍ່ຮູ້ ກາເຟຊ່ວຍໃຫ້ຕື່ນຕົວ ກະຕຸ້ນການເຮັດວຽກຂອງສະໝອງ ຂະຫຍາຍຫຼອດລົມ ແຕ່ຕ້ອງດື່ມໃນປະລິມານທີ່ເໝາະສົມຄືບໍ່ໃຫ້ເກີນ 200 ມິລີກາມ/ມື້ ເພື່ອໃຫ້ສະໝອງບໍ່ຖືກກະຕຸ້ນຫຼາຍເກີນໄປ ຫາກດື່ມໄດ້ຈະສົ່ງຜົນດີແບບນີ້

1 ເຮັດໃຫ້ຜິວພັນດີ ຊ່ວຍໃຫ້ອະໄວຍະວະຍ່ອຍອາຫານເຮັດວຽກໄດ້ດີຂຶ້ນ ຊ່ວຍແກ້ບັນເຈັບທ້ອງ ຖອກທ້ອງໄດ້.
2 ເນື່ອງຈາກຄາເຟອິນ ຈະຊ່ວຍຢັບຢັ້ງ ການເກີດເຊວຜິດປົກກະຕິ ສາມາດຫຼຸດການເກີດໂລກຫົວໃຈ ແລະ ໂລກເບົາຫວານໄດ້ອີກດ້ວຍ
3 ຊ່ວຍກະຕຸ້ນສະໝອງໃຫ້ສົດຊື່ນ ເຮັດໃຫ້ອາລົມດີ ຈິດໃຈສະຫງົບຂຶ້ນໂດຍກົງ ເຮັດໃຫ້ສະມາທິດີ ສົ່ງຜົນໃຫ້ຄວາມຈໍາດີນໍາ ແຕ່ຕ້ອງດື່ມໃນປະລິມານທີ່ເໝາະສົມ.

4 ຖ້າປຽບທຽບກັບຄົນທີ່ດື່ມທຸກມື້ ກັບ ບໍ່ດື່ມ ສ່ວນຫຼາຍຄົນທີ່ດື່ມຈະມີສຸຂະພາບຮ່າງກາຍທີ່ດີກວ່າ ວ່ອງໄວ ມີກໍາລັງແຮງ ສາມາດອອກກໍາລັງກາຍ ຫຼື ເຮັດວຽກໄດ້ດົນ ແລະ ບໍ່ເມື່ອຍໄວອີກ.
5 ຈະເຮັດໃຫ້ບໍ່ມັກເຈັບທ້ອງ ຖອກທ້ອງ ເພາະຄາເຟອິນໃນກາເຟຊ່ວຍແຍກໄຂມັນໄດ້
ເຖິງຢ່າງໃດກໍຕາມ ກາເຟອາດບໍ່ແມ່ນບັນຫາໂດຍກົງ ສິ່ງສໍາຄັນທີ່ເຮົາຄວນເອົາໃຈໃສ່ນໍ້າຕານ ແລະ ຄຣີມທຽມຫຼາຍກວ່າທີ່ເມື່ອເຮົາຮັບປະທານເຂົ້າໄປຫຼາຍໆອາດສົ່ງຜົນບໍ່ດີຕໍ່ສຸຂະພາບ.