ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍຍັງເພີ່ມຂຶ້ນຕໍ່ເນື່ອງ

124

ຕົວເລກຜູ້ຕິດເຊື້ອພະຍາດໄຂ້ຍຸງຍັງເພີ່ມຂຶ້ນ ຮອດປັດຈຸບັນພົບແລ້ວ 16 ພັນກວ່າກໍລະນີ. ໃນນີ້, ມີຜູ້ເສຍຊີວິດ 35 ກໍລະນີ, ນະຄອນຫຼວງພົບຜູ້ຕິດເຊື້ອຫຼາຍກວ່າໝູ່, ຮອງມາແມ່ນແຂວງຈຳປາສັກ.

ອີງຕາມຂໍ້ມູນການລາຍງານຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ປະຈຳວັນທີ 23 ກໍລະກົດ 2019 ຂອງສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ນັບແຕ່ວັນທີ 29 ທັນວາ 2018 – 23 ກໍລະກົດ 2019 ໃນທົ່ວປະເທດ ມີຈໍານວນຜູ້ຕິດເຊື້ອທັງໝົດ 16.256 ກໍລະນີ ແລະ ເສຍຊີວິດ 35 ກໍລະນີ. ໃນນັ້ນ, ນະຄອນຫຼວງວຽງຈັນ ເປັນອັນດັບ 1 ພົບຜູ້ຕິດເຊື້ອທັງໝົດ 3.335 ກໍລະນີ ເສຍຊີວິດ 7 ກໍລະນີ, ແຂວງຈໍາປາສັກ 2.765 ກໍລະນີເສຍຊີວິດ 5 ກໍລະນີ, ສະຫວັນນະເຂດ 2.608 ກໍລະນີ ເສຍຊີວິດ 11 ກໍລະນີ, ສາລະວັນ 2.175 ກໍລະນີ ເສຍຊີວິດ 3 ກໍລະນີ, ຄໍາມ່ວນ 1.646 ກໍລະນີ ເສຍຊີວິດ 4 ກໍລະນີ, ອັດຕະປື 914 ກໍລະນີ ເສຍຊີວິດ 2 ກໍລະນີ, ບໍລິຄໍາໄຊ 665 ກໍລະນີ ເສຍຊີວິດ 2 ກໍລະນີ, ວຽງຈັນ 579 ກໍລະນີ, ຫຼວງນໍ້າທາ 468 ກໍລະນີ, ໄຊຍະບູລີ 319 ກໍລະນີ ເສຍຊີວິດ 1 ກໍລະນີ, ເຊກອງ 311 ກໍລະນີ ແລະ  ແຂວງຫຼວງພະບາງ, ໄຊສົມບູນ, ອຸດົມໄຊ ຕາມລໍາດັບ.

ຕົວເລກຜູ້ຕິດເຊື້ອພະຍາດດັ່ງກ່າວສະເພາະທົ່ວນະຄອນຫຼວງ ນັບແຕ່ຕົ້ນປີຈົນຮອດວັນທີ 24 ກໍລະກົດ 2019 ເມືອງໄຊທານີ ມີ 1.160 ກໍລະນີ ເສຍຊີວິດ 3 ກໍລະນີ; ເມືອງໄຊເສດຖາ 698 ກໍລະນີ; ເມືອງສີໂຄດຕະບອງ 330 ກໍລະນີ; ເມືອງສີສັດຕະນາກ 297 ກໍລະນີ ເສຍຊີວິດ 2 ກໍລະນີ; ເມືອງຫາດຊາຍຟອງ 289 ກໍລະນີ ເສຍຊີວິດ 1 ກໍລະນີ; ເມືອງຈັນທະບູລີ 261 ກໍລະນີ, ເມືອງສັງທອງ 155 ກໍລະນີ ເສຍຊີວິດ 1 ກໍລະນີ; ເມືອງປາກງື່ມ 140 ກໍລະນີ ແລະ ເມືອງນາຊາຍທອງ 132 ກໍລະນີ ເສຍຊີວິດ 1 ກໍລະນີ.

ດ້ານວິທີການຕອບຕ້ານພະຍາດດັ່ງກ່າວສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ໄດ້ແນະນໍາໃຫ້ປະຊາຊົນເປັນເຈົ້າການຮ່ວມກັນໃນການປະຕິບັດ 5 ປ ຂອງກະຊວງສາທາລະນະສຸກວາງອອກຄື: ປ ປິດ ( ປົກປິດພາຊະນະທີ່ກັກເກັບນ້ຳທັງໃນ ແລະ ນອກເຮືອນບໍ່ໃຫ້ຍຸງລາຍມາໄຂ່ໃສ່), ປ ປ່ຽນ ( ປ່ຽນນ້ຳໃນພາຊະນະທີ່ກັກເກັບນ້ຳ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້ ແລະ ອື່ນໆ ), ປ ປ່ອຍ ( ປ່ອຍປາຫາງຍົກຍຸງເພື່ອກິນໜອນນ້ຳ), ປ ປັບປຸງ ( ປັບປຸງສິ່ງແວດລ້ອມອ້ອມເຮືອນໃຫ້ສະອາດເປັນປະຈໍາທຸກອາທິດ ) ແລະ ປ ປະຕິບັດໃຫ້ເປັນນິດໄສທຸກໆອາທິດ. ພ້ອມນັ້ນ, ຢູ່ພາຍໃນຄອບຄົວໃດຫາກມີອາການໄຂ້ທີ່ມີ ຄວາມສ່ຽງຕໍ່ການເປັນພະຍາດໄຂ້ຍຸງແນະນຳໃຫ້ໄປຫາໝໍດ່ວນບໍ່ຄວນຊື້ຢາມາກິນເອງ.

[ ຂ່າວ: ທິບອຸສາ ]