ຄືດັ່ງທີ່ເຮົາຮູ້ກັນດີ ລະຫວ່າງວັນທີ 30 ມິຖຸນາ-10 ກໍລະກົດ 2019 ຜ່ານມາໄດ້ເປີດກອງປະຊຸມຄະນະກຳມະການມໍລະດົກໂລກສະໄໝສາມັນເທື່ອທີ 43 ແລະໄດ້ພິຈາກລະນາຮັບຮອງເອົາທົ່ງໄຫຫີນຂອງລາວເຮົາເປັນແຫຼ່ງມໍລະດົກໂລກ ແລະກໍ່ມີສະຖານທີ່ອີກ 29 ແຫ່ງໄດ້ຮັບການຮັບຮອງໃນກອງປະຊຸມຄັ້ງສຳຄັນນີ້ດ້ວຍ.
ເພື່ອໃຫ້ບັນດາແຟນຂ່າວໄດ້ຮັບຮູ້ ແຫຼ່ງມໍລະດົກອື່ນໆນອກເໜືອຈາກທົ່ງໄຫຫີນ ທີ່ຖືກຮັບຮອງຈາກ ອົງການການສືກສາ ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ ຫຼື UNESCO ລະຫວ່າງທີ່ດຳເນີນກອງປະຊຸມຄະນະກຳມະການມໍລະດົກໂລກສະໄໝສາມັນ ຄັ້ງທີ 43 ທີ່ເມືອງ ບາກູ ປະເທດ ສາທາລະນະລັດອາແຊັກໄບຊານນັ້ນ ແອັດມິນຈິ່ງນຳເອົາຝາກທ່ານຜູ້ອ່ານໃນມື້ນີ້
ໃນກອງປະຊຸມດັ່ງກ່າວໄດ້ປະກາດຮັບຮອງ 30 ແຫຼ່ງມໍລະດົກທີ່ສຳຄັນ ຈາກລາຍຊື່ມໍລະດົກທີ່ຖືກນຳສະເໜີທັງໝົດ 35 ແຫ່ງທົ່ວໂລກ.
ໂດຍແບ່ງເປັນ: ມໍລະດົກໂລກທາງທຳມະຊາດ 4 ແຫ່ງ, ມໍລະດົກທາງວັດທະນະທຳ 25 ແຫ່ງ, ມໍລະດົກໂລກແບບປະສົມ (ທຳມະຊາດ + ວັດທະນະທຳ) 1 ແຫ່ງ