ຢາກຮຽນຕໍ່ຢູ່ສະຖາບັນທະນາຄານ ກຽມຕົວຊື້ຄຳຮ້ອງສອບເສັງເລີ່ມ 22 ກໍລະກົດນີ້

133

ຂ່າວດີ ສຳລັບນ້ອງໆນັກຮຽນທີ່ຈົບສາຍສາມັນ ທີ່ຕ້ອງການຢາກສຶກສາຢູ່ຕໍ່ສະຖາບັນທະນາຄານ ກຽມຕົວໄວ້ ເນື່ອງຈາກສະຖາບັນ ໄດ້ປະກາດຮັບສະໝັກນັກສຶກສາປະຈຳສົກຮຽນ 2019-2020 ເຊິ່ງຈະເປີດຂາຍຄໍາຮ້ອງ ໃນວັນທີ 22 ກໍລະກົດ 2019 ນີ້.

 

 

ລະບົບການຮຽນ-ການສອນ ທີ່ສະຖາບັນທະນາຄານປະກອບມີ: ຫຼັກສູດປະລິນຍາຕີ ລະບົບ 4 ປີ ແລະ ຫຼັກສູດອະນຸປະລິນຍາ ລະບົບ 3 ປີ. ໃນນີ້, ຫຼັກສູດ ປະລິນຍາ (ພາກປົກກະຕິ) ປະກອບມີ: ສາຂາ ການທະນາຄານ, ການເງິນ, ການບັນຊີ ແລະ ການເງິນຈຸລະພາກ. ສ່ວນຫຼັກສູດ ອະນຸປະລິນຍາ (ພາກປົກກະຕິ) ປະກອບມີ: ສາຂາ ການທະນາຄານ, ການເງິນ, ການບັນຊີ ແລະ ການເງິນຈຸລະພາກ ເຊິ່ງເງື່ອນໄຂຂອງຜູ້ສະໝັກຕ້ອງຮຽນຈົບມໍປາຍ (ມ7) ຫຼື ທຽບເທົ່າ ແລະ ວິຊາສອບເສັງປະກອບມີ: ວິຊາຄະນິດສາດ ແລະ ວິຊາຄວາມຮູ້ທົ່ວໄປ.

 

 

ສຳລັບຫຼັກສູດ ຕໍ່ເນື່ອງປະລິນຍາຕີລະບົບ 2 ປີ ປະກອບມີ: ສາຂາ ການທະນາຄານ ສອບເສັງວິຊາ: ບັນຊີທະນາຄານ, ບໍລິການສິນເຊື່ອ, ທະນາຄານກາງ; ສາຂາການເງິນ ສອບເສັງວິຊາ: ບັນຊີວິສາຫະກິດ, ການເງິນວິສາຫະກິດ, ວິເຄາະລາຍງານການເງິນ; ສາຂາການບັນຊີສອບເສັງວິຊາ: ບັນຊີວິສາຫະກິດ, ບັນຊີບໍລິຫານ, ກວດສອບບັນຊີ; ສາຂາການເງິນຕຸລະພາກ ສອບເສັງວິຊາ: ບັນຊີການເງິນຈຸລະພາກ, ບໍລິການສິນເຊື່ອການເງິນຈຸລະພາກ ຫຼັກການພື້ນຖານການເງິນຈຸລະພາກ. ໂດຍຜູ້ສະໝັກສອບເສັງຕ້ອງມີເງື່ອນໄຂດັ່ງນີ້: ຕ້ອງເປັນນັກສຶກສາຮຽນຈົບຊັ້ນສູງຈາກ ສະຖາບັນທະນາຄານ ຫຼື ສະຖາບັນການສຶກສາອື່ນໃນສາຂາທີ່ກ່ຽວຂ້ອງ.

 

 

ສຳລັບການລົງທະບຽນ ແລະ ວັນເວລາສອບເສັງມີດັ່ງນີ້: ເລີ່ມຂາຍ, ຮັບຄຳຮ້ອງ ແມ່ນັບແຕ່ວັນທີ 22 ກໍລະກົດ 2019 ຫາ ວັນທີ 9 ສິງຫາ 2019 ແລະ ປິດລົງທະບຽນໃນວັນທີ 13 ສິງຫາ 2019; ສຳລັບຫຼັກສູດປະລິນຍາຕີ ແລະ ອະນຸປະລິນຍາ ຈັດຕັ້ງການສອບເສັງໃນວັນເສົາທີ 17 ສິງຫາ 2019, ສ່ວນຫຼັກສູດຕໍ່ເນື່ອງປະລິນຍາຕີ ຈັດຕັ້ງການສອບເສັງໃນວັນອາທິດທີ 18 ສິງຫາ 2019. ສ່ວນການປະກາດຜົນສອບເສັງ ແລະ ລົງທະບຽນເຂົ້າຮຽນຈະແຈ້ງຕາມພາຍຫຼັງ.

 

 

ເອກະສານປະກອບການສອບເສັງປະກອບມີ: ສຳເນົາໃບປະກາສະນິຍະບັດ ມໍ7 ສຳລັບນັກສຶກສາສອບເສັງເຂົ້າຮຽນປະລິນຍາ ຫຼື ອະນຸປະລິນຍາ ຈຳນວນ 1 ສະບັບ; ສຳເນົາໃບປະກາສະນິຍະບັດຈົບຊັ້ນສູງ ສຳລັບນັກສຶກສາສອບເສັງເຂົ້າຮຽນ ຕໍ່ເນື່ອງປະລິນຍາຕີ ຈຳນວນ 1 ສະບັບ; ຮູບຂະໜາດ 3×4 ຈຳນວນ 2 ແຜ່ນ.