ແນວໃດຈິ່ງເອີ້ນວ່າ ບຸນເຂົ້າພັນສາ

691

ບຸນເຂົ້າພັນສາ ສຳລັບຜູ້ທີ່ມັກເຂົ້າວັດເຂົ້າວາແລ້ວຄົງບໍ່ຍາກທີ່ຈະອະທິບາຍ ແຕ່ຄົນທີ່ບໍ່ມັກຂ້ອງກ່ຽວກັບສາສະໜາອາດສົນໃຈວ່າເຫດໃດຈິ່ງເອີ້ນ “ບຸນເຂົ້າພັນສາ” ມື້ນີ້ເຮົາມາທຳຄວາມຮູ້ຈັກໃຫ້ແຈ່ມແຈ້ງຂຶ້ນ.

ບຸນເຂົ້າພັນສາປະວໍລະນາ ແມ່ນໜຶ່ງບຸນໃນຮີດ 12 ຄອງ 14 ເປັນວັນທີ່ມີຄວາມໝາຍຄວາມສໍາຄັນ ທາງດ້ານພຸດທະສາສະໜາ ປະຕິບັດສືບຕໍ່ກັນມາແຕ່ບູຮານນະການ ໂດຍວັນດັ່ງກ່າວຊາວພຸດທະສາສະໜາກະນິກະຊົນ ໄດ້ພ້ອມກັນເອົາຜ້າ ຈໍາພັນສາ ທຽນຈໍາພັນສາ ຖວາຍໃຫ້ແກ່ພະສົງຜູ້ທີ່ຈໍາພັນສາ ຕັກບາດ ແລະ ວຽນທຽນ.

ບຸນເຂົ້າພັນສາປະວໍລະນາ ເປັນຮີດຄອງປະເພນີ ຫຼື ວ່າວິໄນ ທີ່ພຣະພຸດທະເຈົ້າບັນຍັດວ່າ: ໃນລະດູຝົນ ຊາວບ້ານໄດ້ເຮັດນາເຮັດສວນຢ້ານພະສົງອາດຈະໄປຢຽບຢໍ່າພືດຜົນຂອງຊາວບ້ານໃຫ້ເສຍຫາຍ, ດັ່ງນັ້ນ ພຣະພຸດທະເຈົ້າຈຶ່ງກຳນົດໃຫ້ພະສົງຢູ່ວັດຕະຫລອດລະດູຝົນ ເພື່ອຈໍາພັນສາພາຍໃນ 3 ເດືອນນັ້ນ ບໍ່ໃຫ້ເດີນທາງໄປໃສໃນໄລຍະນີ້ ທີ່ເອີ້ນວ່າ ຈຳພັນສາ ຫລື ເຂົ້າພັນສາ.

ບຸນເຂົ້າພັນສານີ້ໄດ້ກໍານົດເອົາເດືອນ 8 ລາວເພັງ ມື້ຂຶ້ນ 15 ຄໍ່າ ເປັນມື້ທີ່ນິມົນພຣະພຸດທະຮູບເຂົ້າພັນສາ ແລະ ອອກຕົນຍາດໂຍມກໍໄດ້ອອກມາຟັງເທດຮັບສິນ ສວດມົນຢູ່ວັດ ປະຈໍາ 3 ເດືອນ ທຸກວັນສິນອີກດ້ວຍ.
ສໍາລັບການກະກຽມ ຫຼື ເຮັດບຸນໃນວັນເຂົ້າພັນສານີ້ ຊາວພຸດທັງຫຼາຍໄດ້ຫ້າງຫາກະກຽມ ມື້ 14 ຄໍ່າ ຫ້າງຫາກະກຽມ ຫໍ່ເຂົ້າຕົ້ມ ເຂົ້າໜົມ, ກຽມຖວາຍຜ້າອາບນໍ້າຝົນ ຜ້າພັນສາ ທຽນພັນສາ ໃຫ້ແກ່ພຣະສົງສາມະເນນ.

ມື້ຂຶ້ນ 15 ຄໍ່າແມ່ນມີການຕັກບາດ ທວາຍສັງກະທານໃຫ້ແກ່ພຣະສົງ ແລ້ວກໍໄດ້ນິມົນພຣະເຂົ້າພັນສາ ແລະ ໃນຄໍ່າຄືນຂອງມື້ 15 ຄໍ່າກໍມີການກະກຽມ ດອກໄມ້, ທູບທຽນ ເພື່ອວຽນທຽນ ແລະ ເຂົ້າມານິມົນພຣະພຸດທະຮູບ, ນິມົນຄູບາເຂົ້າພັນສາ.

ແລະ ວັນເຂົ້າພັນສາ ປະຈໍາປີ ພສ 2562 ປີນີ້ ແມ່ນ ກົງກັບວັນອັງຄານ ທີ 16 ກໍລະກົດ 2019 ສໍາລັບໃຜໄປໃສ ຕັດບາດວັດໃດ ຖ່າຍຮູບມາໃຫ້ແອັດເບິ່ງແນ່ເດີ້. ຂໍໃຫ້ທຸກຄົນພົບແຕ່ສິ່ງໂຊກດີ ມີຄວາມສຸກຫຼາຍໆເດີ້ ລໍ້າລວຍໆ.