ສອບເສັງຈົບຊັ້ນ ມ 7 ນະຄອນຫຼວງ ມີນັກສອບເສັງ 10 ພັນກວ່າຄົນ

55

ການສອບເສັງຈົບຊັ້ນ ມ 7 ໃນສົກປີ 2018 – 2019 ນະຄອນຫຼວງວຽງຈັນ ມີນັກສອບເສັງທັງໝົດ 10 ພັນກວ່າຄົນ ຫຼຸດຈາກປີຜ່ານມາເກືອບ 200 ຄົນ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ເນັ້ນໃຫ້ຄູຍາມຫ້ອງເສັງປະຕິບັດໜ້າທີ່ຢ່າງເຂັ້ມງວດ, ມີຄວາມໂປ່ງໃສ ແລະ ຍຸຕິທຳ.

ທ່ານ ບົວລາ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ໂອ້ລົມຕໍ່ພິທີເປີດບັ້ນສອບເສັງຈົບຊັ້ນ ມ 7 ປະຈຳສົກຮຽນ 2018 – 2019 ທີ່ສູນສອບເສັງ ມສ ວຽງຈັນ ໃນວັນທີ 25 ມິຖຸນາ 2019 ນີ້ວ່າ: ການສອບເສັງຈົບຊັ້ນ ມ 7 ປະຈຳສົກປີ 2018 – 2019 ນີ້ ທົ່ວນະຄອນຫຼວງວຽງຈັນ ມີສູນສອບເສັງທັງໝົດ 22 ສູນ ແລະ ມີນັກສອບເສັງທັງໝົດປະມານ 10.442 ຄົນ ຍິງ 5.336 ຄົນ, ທຽບໃສ່ສົກປີຜ່ານມາແມ່ນຫຼຸດລົງ 172 ຄົນ, ຫ້ອງສອບເສັງຫຼຸດລົງ 9 ຫ້ອງ ໂດຍແບ່ງຫ້ອງລະ 20 ຄົນ, ຈຳນວນກຳມະການຍາມຫ້ອງໃນປີນີ້ມີທັງໝົດ 1.038 ຄົນ.

ບັນດາຄູ – ອາຈານພະນັກງານທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງຕັ້ງໜ້າປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍ ແລະ ຈັດຕັ້ງຢ່າງເຄັ່ງຂັດຕາມລະບຽບທີ່ກະຊວງສຶກສາທິການ ແລະ ກີລາໄດ້ວາງອອກ, ກຳມະການຍາມຫ້ອງສອບເສັງຈະຕ້ອງມີຄວາມຮັບຜິດຊອບຕໍ່ໜ້າທີ່ການປະຕິບັດວຽກງານຂອງຕົນ, ມີຄວາມຍຸຕິທຳເພື່ອບໍ່ໃຫ້ເກີດບັນຫາປາກົດການຫຍໍ້ທໍ້, ຄວາມບໍ່ເໝາະສົມໃນຫ້ອງສອບເສັງ, ການຢາຍຫົວບົດສອບເສັງກໍຕ້ອງສະຫຼັບກັນໃຫ້ເໝາະສົມ, ເມື່ອຢາຍບົດແລ້ວກຳມະການຕ້ອງແນະນຳໃຫ້ນັກຮຽນເບິ່ງຄືນວ່າເຈ້ຍຄຳຖາມ ແລະ ຄຳຕອບແມ່ນໃນຫົວບົດດຽວກັນແລ້ວບໍ ແລະ ໃຫ້ເບິ່ງຢ່າງຄົບຖ້ວນ, ຕ້ອງແນະນຳໃຫ້ນັກຮຽນກວດເບິ່ງຈຳນວນຂໍ້ສອບໃຫ້ຄົບຖ້ວນ, ເວລາຍາມຫ້າມບໍ່ໃຫ້ຫຼິ້ນໂທລະສັບເດັດຂາດ ແລະ ບໍ່ໃຫ້ນັກຮຽນອອກຫ້ອງສອບເສັງກ່ອນໂມງເພື່ອບໍ່ໃຫ້ລົບກວນຄົນອື່ນ.

ທ່ານຍັງກ່າວຕື່ມອີກວ່າ: ການສອບເສັງຈົບຊັ້ນ ມ 7 ສົກປີ 2018 – 2019 ນີ້ ເພື່ອໃຫ້ການສອບເສັງໄດ້ຮັບຜົນດີທີ່ສຸດ, ມີຄວາມໂປ່ງໃສ, ຍຸຕິທຳ ກະຊວງສຶກສາທິການ ແລະ ກີລາໄດ້ແຕ່ງຕັ້ງຄະນະສະເພາະກິດໃນການລົງກວດກາການສອບເສັງຕາມແຕ່ລະສູນ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ ແລະ ໄດ້ຮັບຜົນດີທີ່ສຸດ. ດັ່ງນັ້ນ, ຫວັງວ່າບັນດາຄູ – ອາຈານຄະນະກຳມະການທຸກຄົນຈະມີຄວາມຮັບຜິດຊອບໃນໜ້າທີ່ຂອງຕົນປະຕິບັດໜ້າທີ່ໃຫ້ດີທີ່ສຸດ, ເຮັດແນວໃດໃຫ້ການສອບເສັງໃນປີນີ້ເຕັມໄປດ້ວຍຄວາມຍຸຕິທຳ ແລະ ໂປ່ງໃສຢ່າງແທ້ຈິງ.

( ຂ່າວ: ກາວຊົ່ງ; ຮູບ: ສຸກສະຫວັນ )