ສຸດທ້າຍໄທປະກາດ! ຫ້າມນຳເຂົ້າ, ສົ່ງຜ່ານໝູ ແລະ ຜະລິດຕະພັນໝູຊົ່ວຄາວຈາກລາວ

58

ພັກ-ລັດມີຄວາມລະມັດລະວັງສູງ ແລະ ມີສະຕິສະເໝີໃນການພົວພັນຮ່ວມມືຄ້າຂາຍຮ່ວມ ເມື່ອມີບັນຫາເກີດຂຶ້ນກໍຮີບຮ້ອນອອກແຈ້ງການໃຫ້ພໍ່ຄ້າຊາວຂາຍໃຫ້ຄວາມຮ່ວມມືບໍ່ນຳເຂົ້າສິນຄ້າທີ່ມີຄວາມສ່ຽງ ຕົວຢ່າງ ເລື່ອງພະຍາດອະຫິວາໝູອາຟຣິກາ ເມື່ອລະບາດຢູ່ຈີນ ແລະ ຫວຽດນາມ ລັດໄດ້ຫ້າມນຳເຂົ້າຢ່າງຕໍ່ເນື່ອງມາ ແຕ່ຍັງມີຊາວຄ້າຂາຍຈຳນວນໜຶ່ງທີ່ລັກລອບນຳເຂົ້າ, ບາດນີ້ບ້ານເຮົາໄດ້ຄົ້ນພົບກໍລະນີເຊື້ອພະຍາດດັ່ງກ່າວຢູ່ລາວ, ໄທທີ່ເປັນໜຶ່ງໃນປະເທດຄູ່ຄ້າລາຍໃຫຍ່ໄດ້ສັ່ງຫ້າມນຳເຂົ້າໝູ, ສົ່ງຜ່ານໝູ ແລະ ຜະລິດຕະພັນໝູຈາກບ້ານເຮົາ ຖືເປັນເລື່ອງທຳມະດາ ແຕ່ທີ່ຂາດດູດການຄ້າຢູ່ແລ້ວຈະຂາດຫຼາຍຂຶ້ນຫຼືບໍ!!!!

 

ในภาพอาจจะมี หนึ่งคนขึ้นไป, เด็ก และสถานที่กลางแจ้ง

ເປັນພຽງພາບປະກອບຂ່າວ

 

ພາຍຫຼັງ, ທີ່ມີລາຍງານພົບເຊື້ອພະຍາດອະຫິວາໝູອາຟຣິກາ ເກີດຂຶ້ນທຳອິດຢູ່ ສປປ ລາວ ຢູ່ເຂດເມືອງຕຸ້ມລານ ແຂວງສາລະວັນ, ທາງການລາວໄດ້ອອກແຈ້ງການເພື່ອປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ພະຍາດອະຫິວາໝູອາຟຣິກາ ແຜ່ລະບາດຢູ່ໃນ ສປປ ລາວ, ເນື່ອງຈາກພະຍາດດັ່ງກ່າວແຜ່ລາມຢ່າງວ່ອງໄວ ແລະ ຮ້າຍແຮງ ອາດມີຜົນກະທົບຕໍ່ຜູ້ປະກອບການດ້ານສະບຽງ, ຫຼ້າສຸດ ຣາຊະອານາຈັກໄທ ໄດ້ປະກາດ ຫ້າມນຳເຂົ້າ, ສົ່ງຜ່ານມາໝູ ແລະ ຜະລິດຕະພັນໝູຈາກ ສປປ ລາວ ເປັນການຊົ່ວຄາວແລ້ວ.

ในภาพอาจจะมี หนึ่งคนขึ้นไป

ເປັນພຽງພາບປະກອບຂ່າວ

 

ກ່ອນໜ້ານີ້, ໃນວັນທີ 17 ມິຖຸນາ 2019,​ ສູນວິໄຈພະຍາດສັດ, ກົມລ້ຽງສັດ ແລະ ການປະມົງ ໄດ້ກວດພົບເຊື້ອພະຍາດອະຫິວາໝູອາຟຣິກາ ຈຳນວນ 8 ຕົວຢ່າງ ທີ່ສົ່ງມາກວດຈາກ 7 ບ້ານ ທີ່ມີການລະບາດຄື:​ ບ້ານ ສາມັກຄີໄຊ, ດິນດາກ, ໂພນງາມ, ແກ້ງຮັງ, ນາລະຈາງ, ຫ້ວຍຫວ້າ ແລະ ນາຮ່ອງ ທີ່ຂຶ້ນກັບ ເມືອງຕຸ້ມລານ,​ແຂວງ ສາລະວັນ ເຊິ່ງພະຍາດດັ່ງກ່າວເປັນຄັ້ງທຳອິດທີ່ກວດພົບຢູ່ ສປປ ລາວ. ພະຍາດດັ່ງກ່າວເປັນພະຍາດທີ່ຮ້າຍແຮງ ສາມາດຕິດຕໍ່ໃສ່ໝູທຸກຊະນິດ, ທຸກສາຍພັນ, ທຸກອາຍຸ, ທຸກເພດ ແລະ ທຸກໄວ ລວມທັງໝູປ່າ. ພະຍາດນີ້ມີຄວາມທົນທານສູງຕໍ່ສະພາບແວດລ້ອມ, ບໍ່ມີຢາກັນ, ບໍ່ມີຢາປິ່ນປົວໂດຍກົງ, ໝູທີ່ຕິດເຊື້ອພະຍາດນີ້ມີອັດຕາການຕາຍສູງເຖິງ 100% ແຕ່ບໍ່ຕິດໃສ່ຄົນ.

ເປັນພຽງພາບປະກອບຂ່າວ

ເພື່ອບໍ່ໃຫ້ພະຍາດແຜ່ລາມອອກສູ່ວົງກວ້າງ ແລະ ສົ່ງຜົນກະທົບດ້ານລົບຕໍ່ການຜະລິດໝູ ແລະ ການດຳລົງຊີວິດຂອງປະຊາຊົນ ຕ້ອງໄດ້ພ້ອມກັນຕ້ານ, ສະກັດກັ້ນ ແລະ ຕອບໂຕ້ພະຍາດໃຫ້ສະຫງົບລົງໂດຍໄວ ເປັນຕົ້ນແມ່ນ ການທຳລາຍໝູທີ່ຕິດເຊື້ອ ຫຼື ສ່ຽງຕໍ່ການຕິດເຊື້ອເພື່ອຕັດວົງຈອນຂອງເຊື້ອພະຍາດດ້ວຍການເຜົາ ຫຼື ຝັງ ໃຫ້ຖືກຕ້ອງຕາມຫຼັກວິຊາການ. ບັນດາແຂວງອ້ອມຂ້າງທີ່ມີຄວາມສ່ຽງ ເປັນຕົ້ນແມ່ນ ແຂວງ ສະຫວັນນະເຂດ, ເຊກອງ, ຈຳປາສັກ ຄວນເຝົ້າລະວັງ ແລະ ຕິດຕາມການແຜ່ລະບາດຂອງພະຍາດດັ່ງກ່າວ.

ไม่มีคำอธิบายรูปภาพ

ເປັນພຽງພາບປະກອບຂ່າວ

 

ຫຼ້າສຸດ, ຣາຊະອານາຈັກໄທໄທກໍໄດ້ປະກາດຫ້າມນຳເຂົ້າ ແລະ ສົ່ງຜ່ານ ໝູ ແລະ ຜະລິດຕະພັນໝູຊົ່ວຄາວຈາກ ສປປ ລາວ ເຊິ່ງມີຜົນບັງຄັບໃຊ້ເປັນເວລາ 90 ວັນ ເລີ່ມວັນທີ 22 ມິຖຸນາ 2019 ເປັນຕົ້ນມາ ເພື່ອເປັນການປ້ອງກັນບໍ່ໃຫ້ມີການລະບາດແຜ່ກະຈາຍເຂົ້າສູ່ປະເທດ ເຊິ່ງຈະສົ່ງຜົນກະທົບຕໍ່ອຸດສາຫະກຳການລ້ຽງໝູໃນປະເທດ. ສຳລັບປະເທດເພື່ອນບ້ານອື່ນ ແມ່ນຍັງບໍ່ທັນມີແຈ້ງການຫ້າມນຳເຂົ້າຊົ່ວຄາວໝູ ແລະຜະລິດຕະພັນໝູຈາກ ສປປ ລາວ ເທື່ອ.

ในภาพอาจจะมี สถานที่กลางแจ้ง

ເປັນພຽງພາບປະກອບຂ່າວ

 

ແຈ້ງການຂອງ ຣາຊະອານາຈັກໄທ ຫ້າມນຳເຂົ້າ, ສົ່ງຜ່ານ ແລະ ຜະລິດຕະພັນໝູຊົ່ວຄາວ ຈາກ ສປປ ລສວ

 

 

ແຈ້ງການ ຂອງ ກະຊວງກະສິກຳ ແລະ ປ່າໄມ້ ກ່ອນໜ້ານີ້

 

ในภาพอาจจะมี ข้อความ

ไม่มีคำอธิบายรูปภาพ

 

ຂໍ້ມູນ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal