ລະວັງໄວ້ກໍດີ ໄພທີ່ແຊກຊ້ອນໃນໂລກອອນລາຍ

103

ໃນຍຸກທີ່ທັນສະໄໝ ແລະ ມີການພັດທະນາ ທາງດ້ານເທັກໂນໂລຢີຕ່າງໆໂລກອອນລາຍ ໄດ່້ກາຍມາເປັນສ່ວນໜຶ່ງຂອງຊີວິດທີ່ຕ້ອງມີໄວ້ຂ້າງກາຍເກືອບວ່າ 24 ຊົ່ວໂມງ.
ໃນໂລກອອນລາຍທີ່ເຮົາຮູ້ກັນມີສິ່ງດີໆຫຼາຍຢ່າງທີ່ໃຫ້ທັງຄວາມຮູ້ ສາລະ,ການຕິດຕໍ່ສື່ສານ, ໃຊ້ເປັນການຄ້າສ້າງເງິນຄໍາໃຫ້ກັບເຮົາໄດ້ໃນປັດຈຸບັນ ແຕ່ໃນຄວາມດີ ແລະ ຄວາມສະດວກສະບາຍຫຼາກຫຼາຍຢ່າງເຫຼົ່ານັ້ນມັນກໍມີໄພແຊກຊ້ອນມານໍາພ້ອມ ເຊິ່ງເຮົາຕ້ອງໄດ້ລະວັງໄວ້:

1 ບໍ່ຄວນໂອນເງິນໃຫ້ໝູ່ ຍາດຕິພີ່ນ້ອງ ຫຼື ຄົນຮູ້ຈັກທີ່ຂໍຢືມເງິນທາງສື່ອອນລາຍ ເພາະນັ້ນອາດເປັນມິດສາຊີບແຮັກບັນຊີຂອງໝູ່ທ່ານຢູ່ ຈົ່ງກວດສອບສອບຖາມກັນດີໆກ່ອນ.
2 ບໍ່ຄວນໃຫ້ເດັກນ້ອຍໃຊ້ສື່ອອນລາຍຕາມລໍາພັງ ເພາະອາດມີຄົນຮ້າຍທີ່ຈັບຕາຕົວະຍົວະລູກຂອງທ່ານອອກໄປຫາ.
3 ບໍ່ຄວນເຊັກອິນ ຫຼື ໂພສຫຍັງທີ່ເປັນຊ່ອງທາງໃຫ້ຜູ້ທີ່ວັງບໍ່ດີມາທໍາຮ້າຍ ຫຼື ລັກເຄື່ອງຂອງເຮົາເຊັ່ນ: ການໂພສ ຫຼື ເຊັກອິນວ່າ ຈະໄປທ່ຽວເປັນເວລາຫຼາຍໆມື້, ບໍ່ມີໃຜຢູ່ບ້ານ, ກັບບ້ານເດິກ ຫຼື ຢູ່ຄົນດຽວ … ເປັນຕົ້ນ.

4 ບໍ່ຄວນ ຖ່າຍທອດສົດ Live ທຸກກິດຈະກໍາທີ່ເຮົາເຮັດ ເພາະອາດເປັນການລະບຸຕໍາແໜ່ງໃຫ້ຄົນບໍ່ຫວັງດີໄປຫາທ່ານໄດ້ງ່າຍຂຶ້ນ.
5 ກ່ອນຈະໂພສຫຍັງລົງໃນອອນລາຍ ບໍ່ວ່າຈະເປັນທາງຊ່ອງທາງໃດກໍຕາມ ທ່ານຄວນຄິດໃຫ້ດີກ່ອນ ເພາະເມື່ອທ່ານໂພສໄປແລ້ວ ເລື່ອງລາວຂອງທ່ານຈະບໍ່ໄດ້ເຫັນ ແລະ ຮູ້ແຕ່ທ່ານເທົ່ານັ້ນ ມັນເຮັດໃຫ້ຫຼາຍໆຄົນເຫັນ ແລະ ນັ້ນມັນອາດນໍາຄວາມເດືອດຮ້ອນມາໃຫ້ທ່ານໄດ້.

6 ຢ່າອວດວ່າຕົນເອງຮັ່ງມີ ມີເງິນຄໍາຫຼາຍໆ ມັນອາດຈະບໍ່ຜິດທີ່ເຈົ້າຈະໂຊຫຼືອວດ ແຕ່ນັ້ນມັນອາດເປັນອັນຕະລາຍແກ່ເຈົ້າ ເຈົ້າຈະເປັນເປົ້າໝາຍໃຫ້ມິດສາຊີບຕິດຕາມເຈົ້າ ແລະ ຫວັງເອົາຊັບສິນເຈົ້າ.
7 ຢ່າຮັບທຸກຄົນເປັນໝູ່ໃນເຟດ ຫຼື ອື່ນໆ ໃນຮູບແບບທີ່ບໍ່ສະແດງຕົນຢ່າງຈະແຈ້ງ ໃສ່ຮູບຄົນອື່ນ ຮູບບໍ່ເຫັນໜ້າ ຊື່ແປກໆ ແລະ ໂປຣຟາຍແປກໆອາດເປັນມິດສາຊີບທີ່ເຂົ້າມາເພື່ອຕົວະເຈົ້າ.

8 ຢ່າໃຫ້ຂໍ້ມູນສໍາຄັນທາງການເງິນ ໃຫ້ກັບເວັບໄຊທີ່ບໍ່ແນ່ໃຈໃນຄວາມປອດໄພຢ່າງເດັດຂາດ
9 ຢ່າຄຣິ໊ກລິ້ງມົວໆ ຫາກບໍ່ແນ່ໃຈ ຫຼື ເຫັນວ່າມັນແປກໆ ເພາະນັ້ນມັນອາດເປັນກັບດັກໃຫ້ເຈົ້າເພື່ອຫຼອກລໍ້ເອົາຂໍ້ມູນສໍາຄັນຂອງເຈົ້າກໍເປັນໄດ້ ແລະ ກໍຢ່າຮັບຂໍ້ສະເໜີໃດໆທີ່ບໍ່ທັນແນ່ໃຈມັນອາດເປັນໄພແກ່ທ່ານ.
10 ລະວັງເວບໄຊປອມທີ່ມັນຈະຫຼອກລໍ້ເອົາຂໍ້ມູນທ່ານ ເພາະເວັບໄຊພວກນັ້ນມັນຈະກ໊ອບປີ້ເວບໄຊທີ່ເຮົາໃຊ້ຢູ່ປະຈໍາ

ຂໍ້ມູນດີໆຈາກ: ແບຣນດິ້ງ