ຣິລ ມາດຣິດ ເປີດຕົວ ເອແດນ ອາຊາ ຢ່າງເປັນທາງການ

96

ເອແລນ ອາຊາ ດາວເຕະທີມຊາດເບລຢ້ຽມ ກາຍເປັນສະມາຊິກຄົນໃໝ່ຂອງຣິລ ມາຣິດ ຢ່າງເປັນທາງການແລ້ວ ຫຼັງເປີດຕົວກັບສະໂມສອນຢ່າງຍິ່ງໃຫຍ່ ເມື່ອວັນພະຫັດ ທີ່ຜ່ານມາ.

ຣິລ ມາດຣິດ ສະໂມສອນຈອມທຸ່ມແຫ່ງເວທີລາລີກາ ຂອງສະເປນ ເປີດຕົວເອແດນ ອາຊາ ປີກຊູບເປີສະຕາຣ໌ ທີມຊາດເບລຢ້ຽມ ໃນຖານະນັກເຕະຄົນໃຫມ່ຂອງທີມເປັນທີ່ຮຽບຮ້ອຍ ໃນສະໜາມຊານຕິອາໂກ ເບນາເບວ ເມື່ອວັນພະຫັດ ທີ 13 ມິຖຸນາ ທີ່ຜ່ານມາ ໂດຍມີແຟນບານເຂົ້າມາເປັນສັກຂີພິຍານຫຼາຍໝື່ນຄົນ.

ในภาพอาจจะมี 1 คน, กำลังเล่นกีฬา และสถานที่กลางแจ้ง

ມາດຣິດ ປະກາດຄວ້າຕົວອາຊາ ມາຮ່ວມທີມດ້ວຍສັນຍາ 5 ປີ ຕັ້ງແຕ່ວັນສຸກ ທີ 7 ມິຖຸນາ ສ່ວນເລື່ອງຄ່າຕົວນັ້ນ ອາດຈະເພິ່ມສູງເຖິງ 130 ລ້ານປອນ (ປະມານ 1.430 ຕື້ກີບ) ແລະ ຫຼ້າສຸດ ຫຼັງສໍາເລັດພາລະກິດຮັບໃຊ້ທີມຊາດ ອາຊາ ກໍ່ໄດ້ເດີນທາງມາເປີດຕົວເປັນນັກເຕະໃໝ່ຂອງ ມາດຣິດ ຮຽບຮ້ອຍ ໂດຍເດີນທາງມາພ້ອມຄອບຄົວ ເຊິ່ງກໍ່ລວມເຖິງ ທໍການ ອາຊາ ນ້ອງຊາຍຄົນເກັ່ງທີ່ຫາກໍ່ຍ້າຍຈາກ ໂບຣຸສເຊຍ ມຶນເຊັນ ກລັັດບັກ ໄປຢູກັບ ໂບຣຸສເຊຍ ດັອດມູນ ລີກເຢຍລະມັນ ເມື່ອບໍ່ດົນມານີ້.

ในภาพอาจจะมี 8 คน, ผู้คนกำลังยืน และสถานที่กลางแจ้ง

ຖືເປັນການເສີມທີມຄັ້ງໃຫຍ່ໃນໄລຍະຊໍາເມີນີ້ ຂອງຍອດທີມແຊ້ມເອີຣົບ 13 ສະໄໝ ເພາະນອກຈາກ ອາຊາ ແລ້ວ ມາດຣິດຍັງຄວ້າຕົວໂລດຣິໂກ້, ເອແດ ມິລິເຕົາ, ລູກ້າ ໂຢວິຊ ແລະ ແຟກຼັອງ ເມນດີ້ ອີກດ້ວຍ.