ຍິ່ງກິນຍິ່ງດີ! ຜັກບົວຫົວໃຫຍ່ ຊ່ວຍປ້ອງກັນມະເຮັງ ແລະ ໂຣກຜິວໜັງ

150

ຜັກບົວຫົວໃຫຍ່ (Onion) ເປັນພືດທີ່ມີແຫຼ່ງກຳເນີດໃນທະວີບອາຊີກາງ ຕັ້ງແຕ່ອິນເດຍໄປຮອດແຖວເປີເຊຍ ຈໍ່ມາຄ່ອຍເລີ່ມແຜ່ກະຈາຍເຂົ້າສູ່ທະວີບເອີຣົບແຖວປະເທດເອຢິບ ແລະ ຕວກກີ ເຊິ່ງເລີ່ມປູກຫຼາຍໃນເອີຣົບໃນຊ່ວງສະຕະວັດທີ 13-14 ແລະ ຄ່ອຍແຜ່ເຂົ້າສະຫາລັດອາເມລິກາ, ຫຼັງຈາກນັ້ນ, ປະມານສະຕະວັດທີ 16-17 ຈຶ່ງມີການພັດທະນາສາຍພັນຜັກບົວຫົວໃຫຍ່ ໃຫ້ມີຂະໜາດໃຫຍ່ຂຶ້ນ ແລະ ເລີ່ມປູກໃນປະເທດສະຫະລັດອາເມລິກາເມື່ອຊ່ວງປີ ຄ.ສ 1629 ແຖວລັດເທັກຊັສ ແລະ ແຄລິຟໍເນຍ.

 

ຜັກບົວຫົວໃຫຍ່ (Onion) ເປັນພືດທີ່ນິຍົມຮັບປະທານຫຼາຍ ເກືອບເວົ້າໄດ້ວ່າມີທຸກຄົວເຮືອນຕ້ອງມີໄວ້ໃນຕູ້ເຢັນ ເນື່ອງຈາກມັນສາມາດນຳມາປະກອບອາຫານໄດ້ຫຼາຍຊະນິດ ທີ່ໃຫ້ລົດຊາດຫວານ, ກອບ ເໝາະສຳລັບປະກອບອາຫານຕ່າງໆໄດ້ຫຼາຍຊະນິດເຊັ່ນ: ຕົ້ມຍຳ, ຂົ້ວ, ຍຳຊະນິດຕ່າງໆ, ບໍ່ພຽງແຕ່ເທົ່ານີ້ຜັກບົວຫົວໃຫຍ່ຍັງມີສັບພະຄຸນທາງຢາ ທີ່ຊ່ວຍບຳລູງຮ່າງກາຍໄດ້ອີກດ້ວຍ ເຊິ່ງຈະມີແນວໃດໄປເບິ່ງນຳກັນເລີຍ.

 

 

ປະໂຫຍດຂອງຜັກບົວຫົວໃຫຍ່ ຊ່ວຍປິ່ນປົວພະຍາດຫວັດ, ແກ້ອາການຮ້ອນໃນ, ຫຼຸດການອັບເສບຂອງແຜໃນປາກ, ຫຼຸດເຊື້ອຈຸລິນຊີໃນປາກທີ່ເຮັດໃຫ້ເຫງືອກອັກເສບ, ຊ່ວຍປິ່ນປົວໂຣກຜິວໜັງເຊັ່ນ: ຮັງແຄ, ກາກ, ເກື້ອນ. ນອກນີ້ສານ quercetin ທີ່ປະກອບໃນຫົວຜັກບົວໃຫຍ່ ຈະຊ່ວຍກະຕຸ້ນ ແລະ ສ້າງເຊລຜິວໃໝ່ສຳລັບການປິ່ນປົວບາດແຜ. ແຕ່ຖ້ານຳເອົາຫົວຜັກບົວໃຫຍ່ມາບົດແລ້ວນຳມາທາແຜ ຈະຊ່ວຍເຮັດໃຫ້ບາດແຜແຫ້ງໄວ, ເຊົາໄວ ແລະ ຊ່ວຍຫຼຸດອາການອັບເສບຂອງບາດແຜນຳອີກ.

 

 

ນອກນັ້ນ, ຜັກບົວຫົວໃຫຍ່ຍັງມີສານຕ້ານອະນຸມູນອິດສະຫຼະຫຼາຍຊະນິດທີ່ອອກລິດ ຊ່ວຍປ້ອງກັນໂຣກມະເຮັງ, ປ້ອງກັນການເຊື່ອມຂອງສະພາບເຊລ ແລະ ຊ່ວຍໃຫ້ຜິວພັນເຕັ່ງຕຶງ ອ່ອນກວ່າ