ສະໝຸນໄພໃກ້ຕົວ ຂ້າງຮົ້ວເຮືອນທ່ານ ດອກອັນຊັນ ບໍາລຸງຮ່າງກາຍ

358

ຫຼາຍຄົນເຮັດວຽກໜັກ ອາດບໍ່ມີເວລາໄດ້ເບິ່ງແຍງຮັກສາສຸຂະພາບຕົນເອງ ສໍາລັບທ່ານທີ່ເປັນພະນັກງານຫ້ອງການແລ້ວ ແຕ່ລະມື້ຕ້ອງນັ່ງເຮັດວຽກໜ້າຄອມພິວເຕີ້ດົນໆ ມັນກໍ່ສົ່ງຜົນກະທົບທີ່ບໍ່ດີຕໍ່ຮ່າງກາຍຂອງເຮົາ ບໍ່ວ່າຈະເປັນລະບົບສາຍຕາ, ຄວາມຄຽດ, ເຈັບຫົວ ການຈື່ຈໍາ ບາງຄົນອາດໃຊ້ຢາວິຕາມິນ ແລະ ກິນແນວບໍາລຸງຕ່າງໆເພື່ອເພີ່ມພະລັງ ແຕ່ມື້ນີ້ຂໍແນະນໍາ ອີກໜຶ່ງສະໜຸນໄພໃກ້ຕົວທ່ານ ທີ່ສາມາດບໍາລຸງຮ່າງກາຍຂອງທ່ານໄດ້ ຄື ດອກອັນຊັນ.

ດອກອັນຊັນມີປະໂຫຍດຫຼາຍຢ່າງໃນການຊ່ວຍຫຼຸດຄວາມຄຽດ, ບໍາລຸງຮ່າງກາຍ, ຫຼຸດຄວາມດັນ, ບັນເທົາອາການເຈັບທ້ອງ, ຖອກທ້ອງ, ບໍາລຸງສາຍຕາ ແກ້ອາການຕາມົວ, ປ້ອງກັນສະໝອງເສື່ອມ, ຫຼຸດອາການຜົມຫຼົ່ນ, ຫຼາຍໃຈສະດວກ ແລະ ບໍາລຸງເລືອດນໍາ.

ສັບພະຄຸນຫຼາຍແບບນີ້ ຊອກເດັດມາປຸງແຕ່ງໄດ້ເລີຍ ກັບສູດນີ້:

ສູດນໍ້າອັນຊັນບໍາລຸງສາຍຕາ ໃຫ້ກຽມ ດອກອັນຊັນສົດ 100 ກຣາມ, ນໍ້າເຜີ້ງແທ້ 2 ບ່ວງແກງ, ນໍ້າໝາກນາວ 1 ບ່ວງແກງ, ນໍ້າຕານ 4 ບ່ວງແກງ, ນໍ້າສະອາດ 2 ຖ້ວຍ.

ວິທີເຮັດ: ລ້າງດອກອັນຊັນໃຫ້ສະອາດ ແລ້ວນໍາມາຕົ້ມໃນນໍ້າຟົດ ປິດຝາໝໍ້ໄວ້ ປະມານ 5 ນາທີ, ແລ້ວເປີດຝາໝໍ້ ປະໄວ້ໃຫ້ເຢັນ ຈາກນັ້ນໃຫ້ຕອງເອົາແຕ່ນໍ້າ ແລະ ນໍານໍ້າອັນຊັນໄປປະສົມກັບໝາກນາວ, ນໍ້າເຜີ້ງ ແລະ ນໍ້າຕານເຊື່ອມຕາມຄວາມມັກ ໝາຍຫຼາຍ ຫຼື ໜ້ອຍ ຈາກນັ້ນຖອກໃສ່ນໍ້າກ້ອນ ແລ້ວດື່ມກິນໄດ້ເລີຍ.

ອີກສູດ ເປັນສູດອັນຊັນຈືນອົບແປ້ງກອບ

ກຽມ ດອກອັນຊັນສົດ, ແປ້ງທອດກອບ, ນໍ້າແຈ່ວ

ວິທີເຮັດ: ລ້າງດອກອັນຊັນໃຫ້ສະອາດ ປະໄວ້ໃຫ້ແຫ້ງ ແລ້ວເອົາໄປປະສົມແປ້ງຈືນ ຈາກນັ້ນເມືອກຽມຄວາມພ້ອມຂອງໄຟທີ່ພໍດີແລ້ວ ກໍ່ເອົາອັນຊັນຊຸບແປ້ງລົງຈືນເລີຍ, ຈືນໄປຈົນໃຫ້ແປ້ງເປັນສີເຫຼືອງໆ ແລ້ວກໍ່ຕັກຂຶ້ນມາໃຫ້ສະເດັດນໍ້າມັນ ຈາກກັນກໍ່ຈໍ້ານໍ້າແຈ່ວ ຮັບປະທານໄດ້ເລີຍ…

ນອກນັ້ນຍັງມີອີກຫຼາຍເມນູ ອັນຊັນ ທີ່ສາມາດນໍາມປຸງແຕ່ງໃນອາຫານ ຖືເປັນສະໝຸນໄພທີ່ເຕັມໄປດ້ວຍຄຸນປະໂຫຍດຫຼາຍຢ່າງ ກິນງ່າຍປຸງແຕ່ງງ່າຍ ຫາໄດ້ງ່າຍອີກ ແຕ່ກໍ່ມີຂໍ້ຫ້າມເດີ້ ສໍາລັບຄົນທີ່ເປັນໂຣກເລືອດຈາງ ແລະ ມີໂຣກຄວາມດັນເລືອດສູງບໍ່ຄວນຮັບປະທານເດັດຂາດ.