ສາວລາວU15 ຊຸດຮອງແຊັມອາຊຽນ ເດີນທາງກັບເຖິງປະເທດ, ປະທານ ສະຫະພັນບານເຕະແຫ່ງຊາດລາວຕ້ອນຮັບເຖິງສະໜາມບິນ

77

ຕອນແລງວັນພຸດ ທິ 22/05/2019 ທີມຊາດລາວ ຍິງ ອາຍຸບໍ່ເກີນ 15 ປີ ໄດ້ເດີນທາງກັບເຖິງສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ ສປປລາວ ເປັນທີ່ຮຽບຮ້ອຍ ຫລັງຈາກ ໄດ້ອັນດັບສອງ ຈາກການແຂ່ງຂັນ ລາຍການ AFF U15 GIRLS’ CHAMPIONSHIP 2019, CHONBURI, THAILAND.

ໂດຍການຕ້ອນຮັບຈາກທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍພໍ່ແມ່ຜູ້ປົກຄອງ ນັກກິລາຢ່າງອົບອຸ່ນ.

ໃນຕອນແລງວັນອັງຄານທີ21 ພຶດສະພາ 2019ເວລາ​ 18.00 ໂມງ ທິມຊາດຍິງ ລາວ​ ຢູ15ໄດ້ລົງຊິງແຊັມລາຍການAFFU15GirlsChampionship2019 ກັບໄທເຈົ້າພາບ ທັງເປັນແຊັມເກົ່າ, ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1 ຜົນປາກົດວ່າສະເໝິກັນ0-0ໃນເວລາປົກກະຕິ ຈິ່ງຕ້ອງມາຕັດສິນແຊັມໂດຍການຍິງລູກໂທດ ແລະ ເປັນໄທຍິງໄດ້ດີກວ່າເອົາຊະນະທີມຊາດລາວໄປ5-3.

ຜົນງານຜ່ານມາຂອງສາວຢູ15 ລາວລົງສະໜາມໃນຮອບແບ່ງກຸມ4 ນັດກັບໄຊໄດ້ທັງໝົດ ໂດນຍິງໄປ 18 ປະຕູແລະເສຍພຽງ 2 ປະຕູເປັນແຊັມຂອງກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດພົບກັບຟີລິບປິນ ແລະເປັນສາວລາວທີ່ຍັງຫຼິ້ນໄດ້ດີຊະນະໄປ3-1ປະຕູ. ເຮັດໃຫ້ກ່ອອນລົງນັດຊິງຊະນະເລີດຍິງໄປແລ້ວ 21ປະຕູ ແລະ ເສຍ3 ປະຕູ.

ການຄວ້າຮອງແຊັມຄັ້ງນີ້ ຖືເປັນຄັ້ງປະຫວັດສາດຂອງທີມຊາດຍິງU15 ເພາະຜ່ານມາ ດີທີ່ສຸດໄດ້ພຽງອັນດັບ4.

ສຳລັບການແຂ່ງບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ຈັດຂຶ້ນຢູ່ ແຂວງ ຊົນບູຣີ ປະເທດໄທ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 07 – 21 ພຶດສະພາ 2019 ເຊິ່ງມີ 9 ປະເທດເຂົ້າຮ່ວມແຂ່ງຂັນແບ່ງອອກເປັນ 2 ກຸ່ມຄື:ກຸ່ມ ເອ: ມຽນມາ, ຫວຽດນາມ, ຟີລິບປິນ ແລະ ຕີມໍ ເລສເຕ.ກຸ່ມ ບີ: ໄທ, ລາວ, ມາເລເຊຍ, ສິງກະໂປ ແລະ ກຳປູເຈຍ.