ຜິດຫວັງບາດທ້າຍ! ສາວລາວ ຢູ 15 ເຈາະ ໄທບໍ່ໄດ້ ຈົນຕ້ອງໄດ້ຮອງແຊັມບານເຕະຍິງອາຊຽນ 2019

80

ບົດພິສູດນັດສຸດທ້າຍຂອງ ທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 15 ປີ ຕ້ອງຈົບດ້ວຍນໍ້າຕາຕົກສົ່ງທ້າຍ ເມື່ອເຈົ້າພາບ ທີມຊາດຍິງໄທ ແກ້ເກມໄດ້ຢ່າງໂດດເດັ່ນ ຈາກທີ່ນັດທໍາອິດໃນຮອບແບ່ງກຸ່ມເສຍໃຫ້ທີມຊາດລາວ ຂາດລອຍ ແຕ່ໃນນັດຊີງຊະນະເລີດກັບມາມອບຄວາມປະລາໄຊໃຫ້ກັບ ສາວລາວ ຢູ 15 ໃນການດວນຈຸດໂທດ 3 – 5 ຂອງການແຂ່ງຂັນບານເຕະຍິງຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ທີ່ປະເທດໄທ ເມື່ອວັນທີ 21 ພຶດສະພາທີ່ຜ່ານມາ.

ສາວລາວ ຢູ 15 ລະເບີດຟອມຢ່າງໂດດເດັ່ນລົງສະໜາມ 4 ນັດ ໃນຮອບແບ່ງກຸ່ມໆ B ສາວລາວ ຢູ 15 ສາມາດຊະນະໄດ້ທັງໝົດ ໂດຍນັດທໍາອິດຊະນະ ມາເລເຊຍ 4 – 0, ນັດທີ 2 ຊະນະ ສິງກະໂປ 7 – 0, ນັດທີ 3 ຊະນະ ກໍາປູເຈຍ 2 – 0 ແລະ ນັດທີ 4 ເອົາຊະນະ ໄທ 5 – 2 ເຮັດໃຫ້ມີ 12 ຄະແນນຢຶດທີມນໍາຕາຕະລາງຄະແນນຂອງກຸ່ມຜ່ານເຂົ້າຮອບຮອງຊະນະເລີດໃນຖານະແຊັມກຸ່ມ ກ່ອນຈະສາມາດເອົາຊະນະ ຟີລິບປິນ 3 – 1 ໃນຮອບຮອງຊະນະເລີດຜ່ານເຂົ້າຮອບຊີງຊະນະເລີດໄປພົບກັບທີມຊາດໄທ ທີ່ເອົາຊະນະ ຫວຽດນາມ 1 – 0.

ຫຼ້າສຸດເມື່ອວັນທີ 21 ພຶດສະພາ 2019 ສາວລາວ ຢູ 15 ລົງສະໜາມນັດຊີງຊະນະເລີດພົບກັບເຈົ້າພາບ ທີມຊາດໄທ ທີ່ນັດທໍາອິດໃນຮອບແບ່ງກຸ່ມ ທີມຊາດລາວ ສາມາດເອົາຊະນະໄປສະບາຍ 5 – 2 ແຕ່ໃນນັດຊີງທີມຊາດໄທ ແກ້ເກມໄດ້ຢ່າງໂດດເດັ່ນ ຈັບຈຸດແຂງຂອງ ທີມຊາດລາວ ໂດຍສະເພາະ ນາງ ເປ້ ພົມພັກດີ ກອງໜ້າຕົວເກັ່ງຂອງທີມຊາດລາວ ໄດ້ ເຮັດໃຫ້ທີມຊາດລາວຫາໂອກາດເຈາະປະຕູລໍາບາກ ແລະ ສຸດທ້າຍບໍ່ສາມາດເຈາະປະຕູໄດ້ໃນເວລາປົກກະຕິສະເໝີກັນ 0 – 0.

ຈາກຜົນດັ່ງກ່າວຕ້ອງມາຕັດສິນກັນດ້ວຍການດວນຈຸດໂທດ ປາກົດວ່າ: ໄທ ເຮັດໄດ້ດີກວ່າເອົາຊະນະໄປ 5 – 3 ສົ່ງຜົນໃຫ້ທີມຊາດໄທ ຄວ້າແຊັມໄປຄອງ ແລະ ເປັນແຊັມສະໄໝທີ 3 ຕິດຕໍ່ກັນ, ສ່ວນ ທີມຊາດຍິງລາວ ຕ້ອງຜິດຫວັງເປັນປີທີ 2 ຕິດຕໍ່ກັນ ຈາກການດວນຈຸດໂທດ ເພາະລາຍການນີ້ເມື່ອປີ 2018 ສາວລາວ ຢູ 15 ຄວ້າອັນດັບ 4 ຈາກການເສຍໃຫ້ກັບ ທີມຊາດຍິງຫວຽດນາມ ໃນການດວນຈຸດໂທດ 0 – 3 ໃນຮອບຊີງອັນດັບ 3.

ສໍາລັບ ໃນປີ 2019 ຖືເປັນຈຸດເລີ່ມຕົ້ນແຫ່ງຄວາມຍິ່ງໃຫຍ່ ແລະ ຖືເປັນຜົນງານທີ່ໂດດເດັ່ນທີ່ສຸດຂອງວົງການບານເຕະຍິງລາວ ໂດຍສະເພະ ທີມຊາດຍິງລາວ ຢູ 15 ສ້າງປະຫວັດສາດທະລຸເຂົ້າເຖິງຊີງຊະນະເລີດ ໃນການແຂ່ງຂັນບານເຕະຍິງຊີງແຊັມອາຊຽນ ຕໍ່ຈາກຜົນງານຂອງ ສາວລາວ ຢູ 19 ສາມາດຄວ້າແຊັມໃນລາຍການພິເສດ ທີ່ປະເທດບັງກລາເທດ ເມື່ອທ້າຍເດືອນເມສາທີ່ຜ່ານມາ, ສ່ວນສາວລາວ ຢູ 15 ໄດ້ເດີນທາງກັບມາ ສປປ ລາວ ໃນຕອນແລງຂອງວັນທີ 22 ພຶດສະພາ 2019.

( ຄໍາສອນ, ຮູບຈາກ: ສຕລ )