ປະຫວັດສາດໜ້າໃໝ່! ສາວຢູ15ລາວ ປາບຟິລິບປິນ3-1 ຜ່ານເຂົ້າສູ່ຮອບຊິງຊະນະເລີດ ໄປພົບໄທ

204

ໃນຕອນແລງວັນທີ19ພຶດສະພາ ທີມຊາດຍິງລາວຢູ15 ອັນດັບ1 ຂອງກຸມບີ ລົງສະໜາມຮອບຮອງຊະນະເລີດ ພົບ ທີມຟີ​ລິບ​ປິນ ອັນດັບສອງຂອງກຸ່ມເອ, ແຂ່ງຂັນຢູ່ທີ່ສະຫນາມ Institute of Physical Education Chonburi Campus Stadium 1 ຈັງຫວັດຊົນບຸຣີ ປະເທດໄທ ໃນການແຂ່ງຂັນAFF U15 GIRLS’ CHAMPIONSHIP 2019ເປັນຄູ່ທີ2 ເຊິ່ງຄູ່ທຳອິດ ໄທ(ເຈົ້າພາບແຊັມເກົ່າ) ບຽດເອົາຊະນະຫວຽດນາມ1-0.

ນັດນີ້ທີມຊາດລາວຈັດຕົວຫຼັກລົງສະໜາມເຕັມຊຸດເພື່ອສ້າງປະຫວັດຊາດເຂົ້າສູ່ຮອບຊິງຊະນະເລີດໃຫ້ໄດ້. ສ່ວນການແຂງຂັນທີມຊາດຍິງລາວຢູ15 ຄອງເກມໄດ້ເໜືອກວ່າຕາມຄາດໝາຍອອກນຳໄປກ່ອນ1-0 ຈາກເບີ 8 ເປ້ ພົມພັກດີ ກ່ອນທີ່ຈະໜີເປັນ2-0 ປະຕູ ຈາກເບີ​ 4 ທິບປະກອນ ສີວົງລາດ ຈົບເຄິ່ງເຄິ່ງເວລາທີ1ລາວນໍາຟີລິບປິນ2-0.


ເຂົ້າສູ່ເຄິ່ງເວລາທີ2 ທີມຊາດລາວໜີຫ່າງອອກໄປເປັນ3-0 ກ່ອນທີ່ຟິລິບປິນຈະຕີຕື້ນມາເປັນ3-1 ແຕ່ໄລ່ບໍ່ທັນຈົບເກມທີມຊາດຍິງລາວຢູ15 ເອົາຊະນະຟິລິບປິນ3-1 ຜ່ານເຂົ້າສູ່ຮອບຊິງຊະນະເລິດເປັນຄັ້ງທຳອິດໄປພົບໄທ, ເຊິ່ງຮອບຊິິງຊະນະເລີດຂະມີຂຶ້ນໃນວັນອັງຄານ ວັນທີ 21 ພຶດສະພາ 2019 ທີ່ປະເທດໄທ.


ສໍາລັບການແຂ່ງບານເຕະຍິງຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ຫລື AFF U15 GIRLS’ CHAMPIONSHIP 2019 ຈັດຂຶ້ນຢູ່ ແຂວງ ຊົນບູຣີ ປະເທດໄທ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 07 – 21 ພຶດສະພາ 2019 ເຊິ່ງມີ 9 ປະເທດເຂົ້າຮ່ວມແຂ່ງຂັນແບ່ງອອກເປັນ 2 ກຸ່ມຄື:ກຸ່ມ ເອ: ມຽນມາ, ຫວຽດນາມ, ຟີລິບປິນ ແລະ ຕີມໍ ເລສເຕ, ກຸ່ມ ບີ: ໄທ, ລາວ, ມາເລເຊຍ, ສິງກະໂປ ແລະ ກຳປູເຈຍ

https://scontent.fvte2-1.fna.fbcdn.net/v/t1.0-9/60785600_2386747204679536_5743355492277682176_n.jpg?_nc_cat=105&_nc_ht=scontent.fvte2-1.fna&oh=56b518f3892d2e1d1b445747b96875ef&oe=5D567592
ຮູບຈາກ: