ເບຍລາວ!! ຂໍເວລາໜຶ່ງເດືອນ ແກ້ໄຂປ້າຍໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ

262

ຍັງເປັນກະແສ ທີ່ສັງຄົມໃຫ້ຄວາມສົນໃຈຢ່າງຕໍ່ເນື່ອງ ກໍລະນີໃຫ້ຜູ້ປະກອບການຜະລິດ, ນຳເຂົ້າ-ສົ່ງອອກ, ຈຳໜ່າຍ ແລະ ໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ຢຸດຕິການຜະລິດສື່ໂຄສະນາ ແລະ ໂຄສະນາ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ເຊິ່ງແຈ້ງການສະບັບດັ່ງກ່າວພາຍຫຼັງໄດ້ກະຈາຍອອກສູ່ສາຍຕາມວນຊົນ ຈຶ່ງເກີດມີຫາງສຽງຈາກສັງຄົມຕ່າງໆນາໆ ເຊິ່ງຫາງສຽງສ່ວນໃຫຍ່ກໍ່ເຫັນດີເປັນເອກະພາບ ພ້ອມມີຄຳຖາມມາຕໍ່ເນື່ອງຈະແກ້ໄດ້ແທ້ຫຼືບໍ ໃນສ່ວນຂອງບໍລິສັດເບຍລາວຂໍເວລາ 1 ເດືອນແກ້ໄຂທຸກຢ່າງທີ່ຢູ່ໃນຮູບຂອງການໂຄສະນາ.

 

ในภาพอาจจะมี สถานที่กลางแจ้ง

ເພື່ອຄວາມເປັນເອກະພາບ ແລະ ປະຕິບັດຕາມລະບຽບກົດໝາຍຂອງບ້ານເມືອງ ອຳນວຍການບໍລິສັດເບຍລາວ ກໍ່ໄດ້ອອກແຈ້ງໃບສະເໜີເຖິງພາກສ່ວນທີ່ກ່ຽວຂ້ອງ ຕົກລົງເຫັນດີເປັນເອກະພາບໃຫ້ມີການຢຸດຕິການໂຄສະນາ ທີ່ກ່ຽວຂ້ອງກັບເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ເປັນທີ່ຮຽບຮ້ອຍແລ້ວ.

ວັນທີ 15 ພຶດສະພາ 2019 ອໍານວຍການບໍລິສັດ ເບຍລາວ ທ່ານ ສູນທອນ ສິຣິສັກ ໄດ້ອອກແຈ້ງໃບສະເໜີ ເລກທີ 0864 ລົງວັນທີ 15 ພຶດສະພາ 2019 ເຖິງ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ອງ, ແລະ ລັດຖະມົນຕີ ກະຊວງສາທາລະນະສຸກ. ໂດຍເນື້ອໃນລາຍລະອຽດຂອງໃບສະເໜີໄດ້ລະບຸໄວ້ດັ່ງນີ້: ບໍລິສັດ ເບຍລາວ ຈະຢຸດຕິການໂຄສະນາເບຍ ໃນປ້າຍໂຄສະນາໃຫຍ່ທຸກແຫ່ງ ຈົນກວ່າຈະມີ ລະບຽບການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ທີ່ຊັດເຈນ.

 

ບໍລິສັດ ເບຍລາວ ຈະປັບປຸງປ້າຍໄຟ, ປ້າຍຮ້ານຄ້າ ແລະ ສາວເຊຍເບຍ ໃຫ້ສໍາເລັດ ພາຍໃນໜຶ່ງເດືອນ, ລວມເຖິງການປະເມີນເສດຖະກິດ ທີ່ສົ່ງຜົນກະທົບຕໍ່ອຸດສາຫະກໍາການຄ້າຍ່ອຍ, ການທ່ອງທ່ຽວ, ການຈ້າງງານ ແລະ ການມອບພັນທະໃຫ້ລັດຖະບານ ສປປລາວ. ແລ້ວນໍາສະເໜີ ແກ່ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ອງ, ກະຊວງສາທາລະນະສຸກ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນຫາທາງອອກທີ່ເໝາະສົມ.

 

ບໍລິສັດ ເບຍລາວ ຂໍສະເໜີຈັດກອງປະຊຸມຮ່ວມ ກັບກະຊວງ ອຸດສາຫະກໍາ ແລະ ການຄ້າ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ອງ, ກະຊວງສາທາລະນະສຸກ ແລະ ກະຊວງການເງິນ ເພື່ອນໍາສະເໜີ ຜົນການວິໄຈ ແລະ ກໍລະນີຕົວຢ່າງຈາກປະເທດຕ່າງໆໃນທົ່ວໂລກ ລວມທັງປະເທດເພື່ອນບ້ານຂອງລາວ ໃນອາຊີຕາເວັນອອກສ່ຽງໃຕ້ ໂດຍອີງໃສ່ປະສົບການອັນຍາວນານ ມາຫຼາຍປີຂອງກຸ່ມບໍລິສັດ ຄາສເບີກ ພ້ອມທັງຂໍ້ແນະນໍາ ແລະ ການສຶກສາ ໂດຍໜ່ວຍງານອິດສະຫຼະຂອງສາກົນ.

 

ພ້ອມນີ້, ບໍລິສັດເບຍລາວ ຍັງສະເໜີ ໃຫ້ມີການປະຊຸມ ໃນວັນທີ 26 ມິຖຸນາ 2019. ເຊື່ອວ່າກອງປະຊຸມດັ່ງກ່າວຈະຊ່ວຍໃຫ້ຄວາມກະຈ່າງແຈ້ງຫຼາຍຂຶ້ນກ່ຽວກັບບັນຫາການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຢູ່ບ້ານເຮົາ.