ໂຄງການ ແຊມາອຸນດົງ ຊ່ວຍສ້າງຄວາມຢູ່ດີ ກິນດີ ໃຫ້ປະຊາຊົນ

80

ນັບແຕ່ປີ 2013 ເປັນຕົ້ນມາ ລັດຖະບານລາວ ແລະ ສ.ເກົາຫຼີ ໄດ້ຮ່ວມຈັດຕັ້ງໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມຕາມຫຼັກການ ແຊມາອຸນດົງ ໃຫ້ແກ່ປະຊາຊົນຢູ່ 2 ແຂວງເປົ້າໝາຍ, 6 ເມືອງ ແລະ 30 ບ້ານ ຜົນຈັດຕັ້ງໂຄງການເຮັດໃຫ້ປະຊາຊົນມີຊີວິດທີ່ດີຂຶ້ນ.

ກອງປະຊຸມສໍາມະນາລະດັບຊາດ ປະເມີນໂຄງການດັ່ງກ່າວ ຈັດຂຶ້ນໃນວັນທີ 15 ພຶດສະພາ 2019 ທີ່ໂຮງແຮມແລນມາກ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ນາງ ລີ ທີ ຢຸນ ປະທານອົງການ ກອຍກາ ແຫ່ງ ສ.ເກົາຫຼີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານຮອງນາຍົກກໍໄດ້ສະແດງຄວາມຊົມເຊີຍໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ທີ່ກາຍເປັນຕົວແບບຂອງການພັດທະນາຊົນນະບົດໃນໄລຍະໃໝ່ ທີ່ມາຈາກປະຊາຊົນ ແລະ ຮັບໃຊ້ປະຊາຊົນ ເນັ້ນໃສ່ການມີສ່ວນຮ່ວມພັດທະນາຂອງທ້ອງຖິ່ນຮາກຖານຂຶ້ນມາ. ພ້ອມດຽວກັນນັ້ນ, ກໍຕີລາຄາສູງຕໍ່ໂຄງການດັ່ງກ່າວແມ່ນມີໝາກຜົນສ້າງຄວາມຢູ່ດີກິນດີ ໃຫ້ແກ່ປະຊາຊົນຢ່າງແທ້ຈິງ, ເປັນການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າຂອງຊຸມຊົນ.

ທ່ານກ່າວຕື່ມວ່າ: ກອງປະຊຸມສໍາມະນາລະດັບຊາດໃນຄັ້ງນີ້ມີຄວາມໝາຍຄວາມສໍາຄັນປະກອບສ່ວນເຂົ້າໃນການພັດທະນາຊົນນະບົດໃນໄລຍະໃໝ່ ເພາະວ່າບົດຮຽນຈາກການທົດລອງການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນມີການຊີ້ນໍາບັນຊາແບບລວມສູນເປັນເອກະພາບ ແລະ ມີການແບ່ງຄວາມຮັບຜິດຊອບ, ແບ່ງຂັ້ນຄຸ້ມຄອງໃນແຕ່ລະຂັ້ນ ຈຶ່ງຖືໄດ້ວ່າຂະບວນການທີ່ມີສ່ວນຮ່ວມ ແລະ ການປະສານສົມທົບທີ່ກົມກືນຂອງອົງການປົກຄອງຂອງລັດ, ຊຸມຊົນທ້ອງຖິ່ນ ແລະ ພາກສ່ວນຕ່າງໆຂອງສັງຄົມ ຕາມຫຼັກການພັດທະນາຊົນນະບົດແບບຮອບດ້ານ ໂດຍຖືເອົາການສ້າງຄວາມເປັນເຈົ້າການ ແລະ ຄວາມເຂັ້ມແຂງໃຫ້ປະຊາຊົນຮາກຖານທ້ອງຖິ່ນເປັນເປົ້າໝາຍ.

ທ່ານ ລຽນ ທິແກ້ວ ໃຫ້ຮູ້ວ່າ: ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສ.ເກົາຫຼີ ໄດ້ຕົກລົງເຫັນດີຮ່ວມກັນດໍາເນີນໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມຕາມຫຼັກການ ແຊມາອຸນດົງ ໃນປີ 2013 ເຊິ່ງເລີ່ມຈັດຕັ້ງປະຕິບັດແຕ່ປີ 2014 – 2019 ຢູ່ ເມືອງໂພນໂຮງ, ເມືອງວຽງຄໍາ, ເມືອງແກ້ວອຸດົມ, ເມືອງຫີນເຫີບ ແຂວງວຽງຈັນ ແລະ ເມືອງຈໍາພອນ, ເມືອງສອງຄອນ ແຂວງສະຫວັນນະເຂດ ຈຳນວນ 30 ບ້ານ.

ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງ ກປ ໄດ້ລາຍງານເຖິງຜົນສໍາເລັດ ແລະ ບົດຮຽນທີ່ຖອດຖອນໄດ້ຈາກໂຄງການດັ່ງກ່າວ ເຊິ່ງມີເນື້ອໃນບາງຕອນ ວ່າ: ໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມແມ່ນທຶນຊ່ວຍເຫຼືອລ້າຈາກລັດຖະບານ ສ.ເກົາຫຼີ ໃນມູນຄ່າ 14,55 ລ້ານໂດລາສະຫະລັດ ໂດຍມີ 5 ກິດຈະກຳ ຄື: ກິດຈະກຳສ້າງພື້ນຖານໂຄງລ່າງເສດຖະກິດ, ວັດທະນະທໍາ – ສັງຄົມ ເປັນຕົ້ນແມ່ນສ້າງຝາຍອ່າງເກັບນໍ້າ, ປັບປຸງທີ່ພັກອາໄສໃຫ້ໜ້າຢູ່; ກິດຈະກຳສ້າງລາຍຮັບໃຫ້ປະຊາຊົນ ລວມມີ: ລ້ຽງງົວເປັນສິນຄ້າ, ປູກໄມ້ໃຫ້ໝາກ, ສົ່ງເສີມການເຮັດກະສິກຳປູກຝັງໃນເຮືອນຮົ່ມ ແລະ ອື່ນໆ; ກິດຈະກຳປັບປຸງສະພາບແວດລ້ອມ ດ້ວຍການສ້າງສູນວັດທະນະທໍາ ຫຼື ສະໂມສອນອະເນກປະສົງ, ສະໜາມກີລາບ້ານເຫຼົ່ານີ້ເປັນຕົ້ນ; ກິດຈະກຳພັດທະນາວັດທະນະທໍາ – ສັງຄົມ ເຊັ່ນ: ຈັດຕັ້ງແບ່ງວຽກຂອງຊຸມຊົນ, ສົ່ງເສີມຂະບວນການແຂ່ງຂັນສິລະປະ ແລະ ກິດຈະກຳສົ່ງເສີມສຸຂະພາບ.

ນອກຈາກນີ້, ໃນວັນດຽວກັນຍັງໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈໂຄງການພັດທະນາຊົນນະບົດແບບມີສ່ວນຮ່ວມຢູ່ ສປປ ລາວ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ກັບ ອົງການກອຍກາ ໂດຍຈະປະຕິບັດກັບ 3 ແຂວງເປົ້າໝາຍ ຢູ່ພາກໃຕ້ຂອງລາວເຮົາ.

( ຂ່າວ: ເອຢິບ, ຮູບ: ສອນໄຊ )