ໂຄງການການຈັດຝຶກອົບຮົມຄູຝຶກ ແລະ ກໍາມະການບານເຕະຂອງ ສຕລ ຮອດແຂວງອຸດົມໄຊ ແລ້ວ

92

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ເດີນທາງຮອດແຂວງອຸດົມໄຊ ເມື່ອວັນທີ 14 ພຶດສະພາຜ່ານມາ ໂດຍໄດ້ຈັດຝຶກອົບຮົມຄູຝຶກ ແລະ ກຳມະການບານເຕະທີ່ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກີລາ ເມືອງໄຊ ແຂວງອຸດົມໄຊ.

ເຂົ້າຮ່ວມພິທີເປີດມີ ທ່ານ ພິມພາ ເພຍເທບ ຮອງພະແນກສຶກສາທິການ ແລະ ກີລາ, ທ່ານ ຄຳຜາຍ ອິນສົມພອນ ຫົວໜ້າຂະແໜງກີລາລະດັບສູງ, ທ່ານ ອະກິລະ ໂອະໂນະ ຫົວໜ້າພະແນກເຕັກນິກ – ວິທະຍາ ສຕລ, ທ່ານ ສົມສັກ ແກ້ວດາລາ ຮອງຫົວໜ້າພະແນກເຕັກນິກ – ວິທະຍາ ສຕລ, ທ່ານ ສີປະເສີດ ສິນບັນດິດ ຫົວໜ້າພະແນກກຳມະການຕັດສິນ ສຕລ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ, ສຳມະນາກອນທີ່ມາຮຽນຄູຝຶກ 26 ຄົນ ( ຍິງ 4 ຄົນ ) ແລະ ສໍາມະນາກອນທີ່ມາຮຽນກໍາມະການ 25 ຄົນ ທີ່ມາຈາກບັນດາ 7 ເມືອງອ້ອມຂ້າງແຂວງອຸດົມໄຊ ພ້ອມດ້ວຍ 10 ໂຮງຮຽນອ້ອມຂ້າງແຂວງອຸດົມໄຊ.

ສໍາລັບການຝຶກອົບຮົມແມ່ນຈະໄດ້ດຳເນີນການຝຶກ ນັບຕັ້ງແຕ່ວັນທີ 14 – 17 ພຶດສະພາ 2019 ( 3 ມື້ ) ເຊິ່ງຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ.

( ຄໍາສອນ )

( ຮູບຈາກ: ສຕລ )