ສຕລ ປະກາດຄັດເລືອກນັກກີລາທີມຊາດລາວ ຢູ 16 ກຽມລຸຍ 2 ລາຍການໃຫຍ່

107

ອີງຕາມແຜນການເຄື່ອນໄຫວຂອງ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2019 ສຕລ ມີຈຸດປະສົງຄັດເລືອກນັກກີລາທີ່ມີພອນສະຫວັນ ແລະ ທັກສະ ເພື່ອກະກຽມນັກກີລາບານເຕະຊາຍທີມຊາດລາວ ຮຸ່ນອາຍຸບໍ່ເກີນ 18 ປີ ເຂົ້າຮ່ວມ 2 ລາຍການ.

ໂດຍ 2 ລາຍການດັ່ງກ່າວມີຄື: ການແຂ່ງຂັນບານເຕະຊາຍຊີງແຊັມອາຊຽນ ຮຸ່ນອາຍຸ 18 ປີ ຫຼື AFF Under – 18 Championship 2019 ແລະ AFC U-19 CHAMPIONSHIP 2020, Qualifiers.

ສ່ວນການຄັດເລືອກຈະໄດ້ຈັດຂຶ້ນໃນ ວັນທີ 18 – 19 ພຶດສະພາ 2019 ຢູ່ທີ່ສູນຝຶກສະຫະພັນບານເຕະແຫ່ງຊາດລາວ ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນເວລາ 08:00 – 10:00.
ສໍາລັບເງື່ອນໄຂຂອງຜູ້ເຂົ້າຮ່ວມຄັດເລືອກ ມີດັ່ງນີ້:

  • ນັກກີລາທີ່ເຂົ້າຮ່ວມຄັດເລືອກຕ້ອງກຽມຮ່າງກາຍໃຫ້ພ້ອມຕະຫຼອດເວລາໃນການຄັດເລືອກ.
  • ນັກກີລາທີ່ມາຈາກຕ່າງແຂວງທີ່ຕ້ອງການມາຄັດເລືອກນັກກີລາໃນຄັ້ງນີ້ ທາງສະຫະພັນບານເຕະແຫ່ງຊາດລາວ ແມ່ນອຳນວຍຄວາມສະດວກທາງດ້ານທີ່ພັກ ແລະ ອາຫານການການກິນຕະຫຼອດໄລຍະການຄັດເລືອກ ແຕ່ຕ້ອງລົງທະບຽນກ່ອນຈຶ່ງສາມາດມາຄັດເລືອກເພື່ອກະກຽມທີ່ພັກ ແລະ ອາຫານ.
  • ຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ເບີ 020 54918322 ( ເບີໂທ ແລະ Whatsapp ).

( ຄໍາສອນ )
( ຮູບຈາກ: ສຕລ )