ຊ່ວງບໍານານ ໂອກາດສ້າງລາຍຮັບທີ່ຫຼາຍຄົນບໍ່ຄວນເບິ່ງຂ້າມ

182

ການວາດຝັນໄວ້ຂອງຫຼາຍໆຄົນແມ່ນມີຄວາມແຕກຕ່າງກັນ, ບາງຄົນບອກວ່າຢາກຫາເງິນໃຫ້ໄດ້ຫຼາຍໆ ເພື່ອໄປພັກຜ່ອນໃຫ້ສະບາຍຕອນເຂົ້າບຳນານ, ບາງກໍ່ວ່າຮີບເຂົ້າບຳນານຢາກໄປເຮັດແນວອື່ນ ບາງຄົນກໍ່ຫາວຽກຮົ້ວວຽກສວນເຮັດພໍແຕ່ບໍ່ຢູ່ລ້າ ແຕ່ຖ້າໄດ້ເຄື່ອນໄຫວອອກກຳລັງກາຍ ແລະໄດ້ເງິນພ້ອມຍິ່ງເປັນກຳໄລສອງຊ້ອນເລີຍວ່າບໍ!!!

 

 

ຕ້ອງຍອມຮັບວ່າ ຄວາມດຸໝັ່ນພາໃຫ້ເຮົາບໍ່ທຸກຈົນອີ່ຫຼີ ເມື່ອຍັງມີກໍາລັງເຮົາກໍບໍ່ຢຸດທີ່ຈະທໍາມາຫາກິນ ດັ່ງຄອບຄົວຂອງ ທ່ານ ທອງບົດ ທີ່ກິນເບ້ຍບໍານານແລ້ວ ແຕ່ສາມາດສ້າງລາຍຮັບໃຫ້ຄອບຄົວ ໄດ້ບໍຕໍ່າກວ່າ 10 ລ້ານກີບຕໍ່ປີ ເພິ່ນເຮັດແນວໃດໄປຮູ້ຈັກວິທີໄດ້ນໍາກັນເລີຍ.

 

ທ່ານ ທອງບົດ ສີພະຈັນ ພະນັກງານບໍານານ ບ້ານ ຕະບອງເພັດ, ເມືອງ ອາດສະພັງທອງ, ແຂວງ ສະຫວັນນະເຂດ ໄດ້ບອກວ່າ: ຫຼັງຈາກທີ່ກິນເບ້ຍບໍານານແລ້ວ ກໍບໍ່ຢາກຢູ່ລ້າໆ ເລີຍຊອກຫຍັງເຮັດເພື່ອເປັນການດີຕໍ່ສຸຂະພາບ ແລະ ຫາລາຍໄດ້ເສີມເຂົ້າສູ່ຄອບຄົວ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ຈຶ່ງໄດ້ປູກພຶດຜັກສໍາຮອງ ຫຼັງຈາກການເກັບກ່ຽວມ້ຽນມັດເຂົ້ານາປີແລ້ວ ເພິ່ນກໍ່ຫັນມາປູກພືດຜັກສວນຄົວ ອາໄສອອກກຳລັງກາຍ, ຫຼຸດຜ່ອນການຈັບຈ່າຍໃຊ້ສອຍໃຈຕະຫຼາດ ແລະ ສ້າງລາຍຮັບເພີ່ມອີກທາງ.

 

 

ເຊິ່ງ ໃນແຕ່ລະປີກໍໄດ້ປູກ ໝາກຖົ່ວ, ໝາກແຕງ, ພຶດຜັກ ແລະ ຍັງມີສວນໝາກມັງກອນອີກຈໍານວນໜຶ່ງ, ນອກຈາກຈະປູກພຶດຜັກແລ້ວພາຍໃນຄອບຄົວກໍ່ຍັງລ້ຽງງົວ 30 ກວ່າໂຕ, ແບ້ 20 ກວ່າໂຕ ແລະ ເປັດໄກ່ອີກຈໍານວນໜຶ່ງ ປີໜຶ່ງແມ່ນສາມາດສ້າງລາຍຮັບໃຫ້ຄອບຄົວບໍ່ຕໍ່າກວ່າ 10 ລ້ານກວ່າກີບ.

 

 

 

ເງິນ 10 ກວ່າລ້ານບໍ່ຫຼວງຫຼາຍ ແຕ່ກໍເປັນຄວາມສຸກເລັກນ້ອຍດ້ານສຸຂະພາບ ແລະຍັງຊ່ວຍໃຫ້ມີລາຍຮັບເພີ່ມ ຖືວ່າເປັນຄອບຄົວ ທີ່ທ່ານຜູ້ອ່ານ ສາມາດເອົາແບບຢ່າງໄດ້ໃນການສ້າງລາຍຮັບ, ຫຼຸດຜ່ອນຄ່າໃຊ້ຈ່າຍ ຂໍພຽງມີກໍາລັງ ແລະ ດຸໝັ່ນທ່ານກໍເຮັດໄດ້.

 

ພາບຂ່າວ: ສາຍສະໝຸດ ສິມພະລີວົງ

ຂ່າວ:ອາດສະພັງທອງ.