ລອງເຮັດເສັ້ນເຂົ້າປຽກເອງ ກັບສູດເຮັດງ່າຍໆ ໃຜໆກໍເຮັດໄດ້

178

ສະບາຍດີ ມື້ນີ້ແອັດມິນ ມີສູດງ່າຍໆ ໃນການເຮັດເສັ້ນເຂົ້າປຽກກິນເອງ ຫຼື ເຮັດຂາຍກໍໄດ້ມາຝາກທ່ານຜູ້ອ່ານທີ່ຮັກແພງ ເປັນສູດທີ່ໄດ້ຈາກ “ເຮືອນຄົວລາວ” ໃຫ້ເຮົາມາລອງເຮັດໄປພ້ອມກັນເລີຍ.

ທໍາອິດເຮົາຕ້ອງກຽມອຸປະກອນ ຫຼື ສິ່ງທີ່ເຮົາຈະໃຊ້ໃນການເຮັດເສັ້ນເຂົ້າປຽກຄື: ກ່ອງໃສ່ແປ້ງ, ບ່ວງຄົນ, ມີດ, ຖົງມືກັນຮ້ອນ, ແປ້ງເຂົ້າຈ້າວ 1ຖົງ (400ກຣາມ), ແປ້ງມັນຕົ້ນ ຫລື ແປ້ງສິງກະໂປ ເຄິ່ງຖົງ (200ກຣາມ), ນ້ຳຟົດໆ 2 ຈອກ ຫລື ( 600 ml ).
ເມື່ອກຽມແລ້ວ ເຮົາມາເລີ່ມເຮັດເລີຍ ເອົາແປ້ງທັງ 2 ໃສ່ຊາມ ຄົນໃຫ້ເຂົ້າກັນຈົນທົ່ວ ແລ້ວ ເອົານໍ້າທີ່ຕົ້ມຟົດໆ ຖອກໃສ່.

ຈາກນັ້ນ ເອົາບ່ວງຄົນໃຫ້ແປ້ງເຂົ້າກັນດີ ແລ້ວ ເອົາມືນວດແປ້ງ ຕອນຍັງອຸ່ນໆ, ຢ່າໃຫ້ແປ້ງເຢັນ ຄົນໃຫ້ເຂົ້າກັນ ນວດແປ້ງຈົນນຽນ ປະມານ 15-20 ນາທີ.

ແລ້ວປັ້ນເປັນກ້ອນ (ຕາມພາບ) ເພື່ອເວລາຮີດແປ້ງມັນຈຶ່ງງ່າຍຫລື ຈະເຮັດກ້ອນໃຫຍ່ກ້ອນດຽວເລີຍກໍໄດ້ຕາມຖະໜັດແລ້ວເອົາໃສ່ກ່ອງເອົາຝາປິດ, ເຂົ້າເຕົາໄມໂຄວັບ20ວິນາທີ ເທື່ອລະກ້ອນ ຖ້າບໍ່ມີເຕົາໄມໂຄເວັບ ກໍຮີດເລີຍກໍໄດ້.

ຫລັງຈາກນັ້ນ ເອົາອອກ ມາຮີດແບອອກ ໂຮຍດ້ວຍແປ້ງເຂົ້າຈ້າວ ເພື່ອບໍ່ໃຫ້ຕິດ ພື້ນ ແລະ ຮີດງ່າຍ ແຕ່ຢ່າໂຮຍຫລາຍເພາະມັນຈະເຮັດໃຫ້ ເສັ້ນເຂົ້າປຽກແຂງໄດ້, ຈະຮີດ ບາງ ຫລື ຫນາ ຕາມຕົນເອງມັກກິນ ແລ້ວຊອຍເສັ້ນໃຫຍ່ ຫລື ນ້ອຍຕາມໃຈມັກ ຫຼັງຈາກນັ້ນກໍເປັນເສັ້ນເຂົ້າປຽກທີ່ເຮົາຕ້ອງການໄວ້ປຸງແຕ່ງ ເຮັດເຂົ້າປຽກ ເຮັດຕໍາເຂົ້າປຽກກິນໄດ້ເລີຍ.

ຂໍ້ຄວນລະວັງ ເວລາໃສ່ນ້ຳຮ້ອນຝົດໆຕ້ອງຫາບ່ວງ ຄົນໃຫ້ແປ້ງເຂົ້າກັນກ່ອນ ໃຫ້ພໍດີຍັງອຸ່ນໆ ຈຶ່ງເອົາມືນວດໄດ້ ຖ້າເອົາມືນວດຕອນໃສ່ນ້ຳຮ້ອນໃນແປ້ງໃຫມ່ໆ ມັນອາດລວກມືທ່ານໄດ້ເດີ ທາງທີ່ດີຄວນຫາຖົງມືໃສ່ກັນຮ້ອນ.

ຈາກ: Laos Kitchen ເຮືອນຄົວລາວ ມາເດີກິນເຂົ້ານຳກັນ ພີ່ນ້ອງເອີຍ