ນອນເດິກທຸກມື້ກິນແບບໃດຈຶ່ງຊ່ວຍໃຫ້ຮ່າງກາຍສົດຊື່ນ

66

ສຳລັບຄົນທີ່ມີຄວາມຈຳເປັນຕ້ອງນອນເດິກໆທຸກມື້ ຫຼື ນອນບໍ່ພຽງພໍເລື້ອຍໆ ສົ່ງຜົນໃຫ້ຮ່າງກາຍອ່ອນເພຍ. ສະນັ້ນ, ຈະຊອກຫາອາຫານແບບໃດມາເປັນຕົວຊ່ວຍຟື້ນຟູ ແລະ ບຳລຸງຮ່າງກາຍໃຫ້ສົດຊື່ນຂຶ້ນມາຝາກຜູ້ທີ່ຕ້ອງອົດນອນ ຫຼື ນອນໜ້ອຍ.

1 ເຕົ້າຮູ້, ຊີ້ນປາ, ໄກ່, ໄຂ່ຂາວ, ໄຂ່ແດງ ແລະ ຖົ່ວເຫຼືອງ.

2 ເຂົ້າກ້ອງ ແລະ ທັນຍາພືດ.

3 ນ້ຳສະອາດ.

4 ດື່ມຊ໋ອກໂກແລັດ ຫຼື ໂກໂກ້ແທນການດື່ມກາເຟ.

5 ເນັ້ນກິນຜັກ ແລະ ໝາກໄມ້ຫຼາຍໆ.

6 ນ້ຳຜັກໜອກ.

7 ໂປຣຕິນຢ່າໃຫ້ຂາດ.

8 ຖົ່ວຊະນິດຕ່າງໆ.

ອາຫານທີ່ຄວນກິນໃນມື້ທີ່ຕ້ອງນອນບໍ່ພຽງພໍ ຫຼື ຖ້ານອນໜ້ອຍກໍຄວນກິນສິ່ງທີ່ເປັນປະໂຫຍດ ແລະ ບຳລຸງຮ່າງກາຍ. ແຕ່ກໍມີອາຫານທີ່ຄວນຫຼີກເວັ້ນເຊັ່ນກັນ ເປັນຕົ້ນແມ່ນອາຫານປະເພດມີຄາໂບໄຮເດຣດຫຼາຍໆ ແລະ ຂອງຫວານທຸກຊະນິດ ເພາະນ້ຳຕານຈາກອາຫານເຫຼົ່ານັ້ນຍິ່ງສົ່ງຜົນໃຫ້ຮູ້ສຶກອ່ອນເພຍ.

( ຂໍ້ມູນຈາກ: health.mthai.com )

[ ຮຽບຮຽງ: ນຸ້ມນິ້ມ ]