ນ້ອງອ໊ອບ ຫຼື R9 ສ້າງສະຖິຕິສູງສຸດໃນການເດາະບານຊີງເງິນລ້ານ ເດາະໄດ້ 3.600 ຄັ້ງເຂົ້າຮອບທີ 1

728

ທ້າວ ອິນທະວົງ ອິນສີຊຽງໃໝ່ ຫຼື ນ້ອງ ອ໊ອບ R9 ( ໂຣນັລໂດ ປະເທດລາວ ) ສ້າງຜົນງານໂດດເດັ່ນໃນການແຂ່ງຂັນເດາະບານຊີງເງິນລ້ານໃນຫົວຂໍ້ທີ່ວ່າ “ຢຸດເຊື້ອ ເພື່ອຊາດ ເດາະບານຢູ່ບ້ານ ລຸ້ນເງິນລ້ານ ກັບ ຂ້າພະເຈົ້າ ສຸກອາພອນ ວົງຈຽນຄຳ” ໂດຍເມື່ອວັນທີ 17 ກໍລະກົດ 2021 ນ້ອງ ອ໊ອບ ສ້າງສະຖິຕິໃໝ່ໃນລານການເດາະໄດ້ເຖິງ 3.600 ຄັ້ງເຂົ້າຮອບ 10 ຄົນສຸດທ້າຍເປັນອັນດັບທີ 1.
ສຸກອາພອນ ວົງຈຽງຄໍາ ກອງໜ້າທີມຊາດລາວ ແລະ ປັດຈຸບັນແມ່ນຫຼິ້ນໃຫ້ກັບສະໂມສອນໃນປະເທດໄທ ເປີດເຜີຍວ່າ: ການແຂ່ງຂັນເດາະບານຊີງເງິນລ້ານ ຈັດຂຶ້ນເພື່ອໃຫ້ທຸກຄົນໄດ້ມີການເຄື່ອນໄຫວໃນໄລຍະການລະບາດຂອງໂຄວິດ 19 ແລະ ໃຊ້ເວລາຫວ່າງໃຫ້ເປັນປະໂຫຍດ ໂດຍສະເພາະແມ່ນຢູ່ເຮືອນຢຸດເຊື້ອເພື່ອຊາດ ເດາະບານຢູ່ບ້ານ ເຊິ່ງ ການແຂ່ງຂັນຮອບທຳອິດຈະຄັດເອົາ 25 ຄົນຈາກ 50 ຜູ້ເຂົ້າແຂ່ງຂັນທົ່ວປະເທດ ໂດຍມີກະຕິກາດັ່ງນີ້:

1. ການເດາະບານຕ້ອງເດາະບານດ້ວຍຕີນສະຫຼັບກັນໄປມາ
2. ທຸກຄົນມີໂອກາດໃຫ້ 3 ເທື່ອໃນການເດາະບານ ແລ້ວເລືອກເທື່ອທີ່ດີທີ່ສຸດ
3. ຕ້ອງໃຊ້ໝາກບານທີ່ສູບຕຶງທີ່ໃຊ້ສຳລັບແຂ່ງຂັນເຕະບານຫ້າມໃຊ້ບານແວບ ຫຼື ລັກສະນະທີ່ບໍ່ໄດ້ໃຊ້ສຳລັບການແຂ່ງຂັນເຕະບານ
4. ເກີບທີ່ໃຊ້ເດາະໃຊ້ເກີບຫຍັງກໍໄດ້ທີ່ນັກກີລາຖະໜັດທີ່ສຸດ
5. ທຸກການແຂ່ງຂັນເດາະບານຈະມີກຳມະການໂທວິດີໂອຄໍເບິ່ງ ແລະ ບັນທຶກການເດາະໃນທຸກໆການແຂ່ງຂັນ.

ໃນຮອບທໍາອິດຈັດຂຶ້ນໃນຕົ້ນເດືອນກໍລະກົດ ທີ່ຜ່ານມາ ໂຈດແມ່ນເດາະບານດ້ວຍຕີນສະຫຼັບໄປມາທັງສອງເບື້ອງພາຍໃນເວລາ 10 ນາທີປາກົດວ່າ: ນ້ອງ ອ໊ອບ ສາມາດເດາະໄດ້ 1.175 ເຂົ້າຮອບ 25 ຄົນສຸດທ້າຍເປັນອັນດັບທີ 8, ສ່ວນສະຖິຕິສູງສຸດໃນຮອບທໍາອິດເປັນຂອງ ຄໍາປານ ດວງວິໄລ ນັກເຕະດາວເດັ່ນຈາກແຂວງສາລະວັນ ເດາະໄດ້ 1.300 ຄັ້ງ.
ຮອບທີ 2 ແມ່ນໄດ້ 25 ຄົນສຸດທ້າຍຮ່ວມແຂ່ງຂັນໃນວັນທີ 17 ກໍລະກົດ 2021 ໂຈດແມ່ນເດາະບານດ້ວຍເຂົ່າບໍ່ມີເວລາຈໍາກັດປາກົດວ່າ: ນ້ອງ ອ໊ອບ ສ້າງສະຖິຕິໃໝ່ດ້ວຍການເດາະໄດ້ເຖິງ 3.600 ຄັ້ງເຂົ້າຮອບ 10 ຄົນສຸດເປັນອັນດັບທີ 1 ຕາມມາດ້ວຍອັນດັບ 2 ສິດທິໄຊ ໂຄດຕະວົງ ເດາະໄດ້ 1.560 ຄັ້ງ, ອັນດັບ 3 ປະກອນລໍາ ພົງສະຫວັດ 1.091 ຄັ້ງ ແລະ ອັນດັບ 4 ສອນເພັດ ຮຸ່ງມີໄຊ 600 ຄັ້ງ.

ສ່ວນອັນດັບ 5 ປາສິດ ໄຊຍະວົງ 450 ຄັ້ງ, ອັນດັບ 6 ສໍາພະສິດ ຫຼວງອາໄພ 279 ຄັ້ງ, ອັນດັບ 7 ວຽງໄຊລໍ່ 270 ຄັ້ງ, ອັນດັບ 8 ສຸກສະຫວັນ ທອງສະຫວັດ 246 ຄັ້ງ, ອັນດັບ 9 ສຸລິໂຍ ອິນທະວົງ 242 ຄັ້ງ ແລະ ອັນດັບ 10 ບຣູໄນ 220 ຄັ້ງ. ຂະນະທີ່ ຄໍາປານ ຜູ້ທີ່ເດາະບານໄດ້ສູງສຸດໃນຮອບທໍາອິດ ໃນຮອບ 2 ເດາະໄດ້ພຽງ 162 ຄັ້ງຢູ່ອັນດັບທີ 14 ຕົກຮອບໄປຢ່າງໜ້າເສຍດາຍ, ສ່ວນຮອບ 10 ຄົນສຸດທ້າຍຈະມີການແຈ້ງເວລາແຂ່ງຂັນອີກຄັ້ງໜຶ່ງ.
ຫຼັງສໍາເລັດຮອບທີ 2 ພໍ່ຂອງນ້ອງ ອ໊ອບ ເລົ່າວ່າ: ນ້ອງ ອ໊ອບ ເກີດວັນທີ 8 ກໍລະກົດ 2011 ເລີ່ມເຕະບານຕັ້ງແຕ່ອາຍຸ 5 ປີ ແລະ ຈຸດພິເສດແມ່ນມັກເດາະບານ ໂດຍມີແຮງບັນດານໃຈມາຈາກການແຂ່ງຂັນເດາະບານ ໃນລາຍການບານເຕະເຍົາວະຊົນຊີງຂັນ ປະທານ ສະຫະພັນບານເຕະ ນະຄອນຫຼວງວຽງຈັນ 2019, ສ່ວນຈຸດເລີ່ມຕົ້ນການເປັນນັກເຕະທໍາອິດໃຫ້ກັບສະໂມສອນ ອາຄາເດມີ ປະສານໃຈ ຫຼິ້ນຕໍາແໜ່ງກອງກາງ ແລະ ປັດຈຸບັນແມ່ນຫຼິ້ນໃຫ້ກັບ ອາຄາເດມີ TNK ເອັຟຊີ ໂດຍຮຽນຢູ່ປະຖົມສົມບູນບ້ານໜອງພະຍາຊັ້ນ ປ 5, ສ່ວນຜົນງານໃນການເດາະບານທີ່ຜ່ານມາ ເຄີຍເດາະບານສະແດງໃນການແຂ່ງຂັນບານເຕະເຍົາວະຊົນ ແລະ ການແຂ່ງຂັນຟຸດຊໍ ຣີໄວ ຄັບ 2021 ໃນຕົ້ນປີທີ່ຜ່ານມາ.