ອັດຕາເງິນເຟີ້ເດືອນເມສາຍັງສູງ ລາຄາສິນຄ້າແພງຂຶ້ນ ເງິນກີບອ່ອນຄ່າ

44

ອັດຕາເງິນເຟີ້ລວມຂອງ ສປປ ລາວ ກ້າວສູ່ເດືອນທີ 4 ຂອງປີ ຍັງບໍ່ມີທ່າທີຈະຫຼຸດລົງ ໂດຍຢູ່ໃນລະດັບ 24,9% ປັດໄຈກ່ຽວຂ້ອງມາຈາກ ຄວາມຕ້ອງການໃນໄລຍະເທສະການປີໃໝ່ລາວທີ່ເກີດການຊື້ຫຼາຍ ສົ່ງຜົນໃຫ້ລາຄາສິນຄ້າບາງປະເພດເພີ່ມ. ສ່ວນໃນຕໍ່ໜ້າລາຄາສິນຄ້າຍັງມີຄວາມທ້າທາຍທີ່ຈະເພີ່ມຂຶ້ນອີກ.

ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ປະຈຳເດືອນເມສາ 2024 ຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ອັດຕາເງິນເຟີ້ລວມຂອງ ສປປ ລາວ ປະຈໍາເດືອນເມສາ ຢູ່ໃນລະດັບ 24,9% ເຫັນວ່າຍັງຢູ່ໃນລະດັບທີ່ບໍ່ແຕກຕ່າງກັນກັບເດືອນຜ່ານມາ ( ເດືອນມີນາ 25% ). ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງ ແມ່ນໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 37,6%, ຮອງລົງມາແມ່ນໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 36,1%, ໝວດຮ້ານອາຫານ ແລະ ໂຮງແຮມ, ໝວດເຫຼົ້າ ແລະ ຢາສູບ, ໝວດເຄື່ອງໃຊ້ໃນເຮືອນ ເປັນຕົ້ນ.

ເມື່ອທຽບລາຄາສິນຄ້າເດືອນເມສາ ໃສ່ກັບເດືອນມີນາ ລາຄາສິນຄ້າຍັງສືບຕໍ່ເພີ່ມຂຶ້ນສູງກວ່າເດືອນຜ່ານມາ ຢູ່ໃນລະດັບ 1,6% ( ເດືອນມີນາ1,3% ). ໃນນັ້ນ, ໝວດທີ່ມີການປ່ຽນແປງຫຼາຍກວ່າໝູ່ແມ່ນໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມເພີ່ມຂຶ້ນ 3,2% ທີ່ພົ້ນເດັ່ນແມ່ນລາຄາໄມ້ແປຮູບເພີ່ມຂຶ້ນ 13,3%, ພະລັງງານອາຍແກ໊ສ ແລະ ເຊື້ອເພີງ ເພີ່ມຂຶ້ນ 4,4%. ສ່ວນໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 2,4%.


ການເພີ່ມຂຶ້ນຂອງອັດຕາເງິນເຟີ້ເດືອນເມສາ 2024 ຕົ້ນຕໍແມ່ນມາຈາກຄວາມຕ້ອງການໃນໄລຍະເທສະການປີໃໝ່ລາວທີ່ມີຄວາມຕ້ອງການຫຼາຍຂຶ້ນ ສົ່ງຜົນເຮັດໃຫ້ສິນຄ້າບາງປະເພດມີລາຄາເພີ່ມຂຶ້ນ. ພ້ອມກັນນັ້ນ, ການສືບຕໍ່ອ່ອນຄ່າຂອງອັດຕາແລກປ່ຽນ ໂດຍສະເພາະເງິນກີບ ທຽບກັບໂດລາອ່ອນຄ່າ -1,9%, ທຽບກັບເງິນບາດອ່ອນຄ່າ -0,6%, ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ ທີ່ເປັນປັດໄຈໜຶ່ງຂອງຕົ້ນທຶນການຜະລິດ ແລະ ການບໍລິການ.

ພ້ອມກັນນັ້ນ, ໃນຕໍ່ໜ້າສະພາບລາຄາສິນຄ້າຍັງມີຄວາມທ້າທາຍທີ່ຈະເພີ່ມຂຶ້ນ ເນື່ອງຈາກສະພາບປັດໄຈພາຍໃນ ເປັນຕົ້ນແມ່ນຄວາມສາມາດໃນການແຊກແຊງຕະຫຼາດອັດຕາແລກປ່ຽນທີ່ມີຄວາມຈໍາກັດ, ການຊຸກຍູ້ສົ່ງເສີມການຜະລິດພາຍໃນຍັງຕ້ອງໃຊ້ເວລາ, ມາດຕະການໃນການຄຸ້ມຄອງລາຄາສິນຄ້າຍັງບອບບາງ ປະກອບກັບເງື່ອນໄຂພາຍນອກ ເປັນຕົ້ນແມ່ນຄວາມຂັດແຍ່ງພາກພື້ນ ແລະ ສາກົນທີ່ສົ່ງຜົນກະທົບຕໍ່ຕ່ອງໂສ້ການຜະລິດ – ການສະໜອງສິນຄ້າ ແລະ ການບໍລິການອື່ນໆ.
ການປ່ຽນແປງປີຕໍ່ປີ ຫຼື ອັດຕາເງິນເຟີ້ລວມຂອງ ສປປ ລາວ ເດືອນເມສາ 2024 ທຽບກັບເດືອນດຽວກັນຂອງ ປີ 2023 ເພີ່ມຂຶ້ນ 24,9% ເຊິ່ງການເໜັງຕີງຂອງໝວດສິນຄ້າ ແລະ ບໍລິການ ມີດັ່ງລຸ່ມນີ້:

– ໝວດອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 22%
– ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 28,5%
– ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 37,6%
– ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫູງຕົ້ມ ເພີ່ມຂຶ້ນ 24,3%
– ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 27,1%
– ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 36,1%
– ໝວດຄົມມະນາຄົມ ແລະ ການຂົນສົົ່ງ ເພີ່ມຂຶ້ນ 26%
– ໝວດການບັນເທີງ ແລະ ການພັກຜ່ອນ ເພີ່ມຂຶ້ນ 22,5%
– ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 35,3%.