ຜ່ານໄປ 1 ເດືອນພໍດີການແຂ່ງຂັນບານເຕະ ຢູໂຣ 2020 ກໍສໍາເລັດຢ່າງເປັນທາງການໃນວັນທີ 12 ມິຖຸນາ 2021 ຕາມເວລາໃນບ້ານເຮົາ
ປາກົດວ່າ ທີມຊາດອິຕາລີ ມອບຄວາມຜິດຫວັງໃຫ້ກັບ ທີມຊາດອັງກິດ ຫຼັງສະເໝີກັນ 1-1 ກ່ອນທີ່ ອິຕາລີ ຈະເອົາຊະນະໃນການດວນຈຸດໂທດ 3-2 ຄວ້າແຊັມສະໄໝທີ 2 ຕໍ່ຈາກປີ 1968 ຫຼື 53 ປີທີ່ຜ່ານມາ.
ອິຕາລີ ພາຍໃຕ້ການນໍາທີມຂອງ ໂຣແບໂຕ ມັນຊິນີ ສ້າງສະຖິຕິໂດດເດັ່ນສະກົດຄໍາວ່າເສຍບໍ່ເປັນຍາວນານເຖິງ 34 ນັດ ໂດຍສະເພາະເສັ້ນທາງໃນຢູໂຣ 2020 ຮອບແບ່ງກຸ່ມເກັບໄຊຊະນະ 3 ນັດລວດ ແລະ ບໍ່ເສຍປະຕູ ແຕ່ໃນຮອບນ໊ອກເອົ້າກັບມາເລີ່ມເສຍປະຕູຄື: ຊະນະ ໂອຕຣິດ 2-1 ຮອບ 16 ທີມ, ຊະນະ ແບນຊິກ 2-1 ຮອບ 8 ທີມ, ດວນຈຸດໂທດຊະນະ ແອັດສະປາຍ 4-2 ຫຼັງສະເໝີກັນ 1-1 ຮອບ 4 ທີມ ແລະ ນັດຊີງດວນຈຸດໂທດ ຊະນະ ອັງກິດ ຫຼັງສະເໝີກັນ 1-1.
ບົດສະຫຼຸບ ຢູໂຣ 2020 ມີິດັ່ງນີ້:
-ແຊັມ: ອິຕາລີ
-ຮອງແຊັມ: ອັງກິດ
-ດາວຍິງສູງສຸດ: ຄຣິສເຕຍໂນ ໂຣນັລໂດ ກອງໜ້າທີມຊາດປ໊ອກຕຸຍການ ຍິງໄປ 5 ປະຕູ ແລະ 1 ແອັສຊິຊ ( ສົ່ງບານໃຫ້ເພື່ອນຮ່ວມທີມຍິງປະຕູ ) ເອົາຊະນະ ພາທຣິກ ຊິກ ກອງໜ້າຈາກສາທາລະນະລັດເຊັກ ເນື່ອງຈາກທັງສອງຍິງໄດ້ 5 ປະຕູເທົ່າກັນ, ແຕ່ ໂຣນັລໂດ ມີແອັສຊິຊ ຫຼາຍກວ່າຄວ້າລາງວັນດັ່ງກ່າວໄປຄອງ.
-ນັກເຕະດີເດັ່ນ: ຈານລຸຍຈິ ດອນນາຣຸມມາ ຜູ້ຮັກສາປະຕູທີມຊາດອິຕາລີ
-ແອັສຊິຊຫຼາຍທີ່ສຸດ: ສະຕີເວນ ຊູເບີ ຈາກທີມຊາດສະວິດ 4 ຄັ້ງ
-ປະຕູໄວທີ່ສຸດໃນນັດຊີງຊະນະເລີດຢູໂຣ: ລຸກ ຊໍ ຍິງໄດ້ໃນນາທີໆ 1:57
-ນັກເຕະດາວເດັ່ນດີເດັ່ນ: ເປດຣິ ຈາກທີມຊາດແອັດສະປາຍ ອາຍຸ 18 ປີ
ສ່ວນເງິນລາງວັນ
-ແຊັມ: 10 ລ້ານເອີໂຣ
-ຮອງແຊັມ: 7 ລ້ານເອີໂຣ
-ເຂົ້າຮອບ 8 ທີມ: 4 ລ້ານເອີໂຣ
-ເຂົ້າຮອບ 16 ທີມ: 2 ລ້ານເອີໂຣ
-ຊະນະໃນຮອບແບ່ງກຸ່ມນັດລະ: 1,5 ລ້ານເອີໂຣ
-ສະເໝີໃນຮອບແບ່ງກຸ່ມ: 750.000 ເອີໂຣ
-ເຂົ້າມາຫຼິ້ນໃນຮອບສຸດທ້າຍ ( 24 ທີມ ): 9,25 ລ້ານເອີໂຣ