ການກໍ່ສ້າງຊົນລະປະທານຫ້ວຍປຸ່ງ ເມືອງຫ້ວຍຊາຍຄືບໜ້າຊັກຊ້າ

383

ໃນວັນທີ 30 ມິຖຸນາ ເມືອງຫ້ວຍຊາຍ ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ລົງເຄື່ອນໄຫວຊຸກຍູ້ຕິດຕາມການກໍ່ສ້າງລະບົບຊົນລະປະທານຫ້ວຍປຸ່ງ ຢູ່ເຂດກຸ່ມບ້ານປຸ່ງນາໜູນ ນີ້, ນຳໂດຍທ່ານ ທິບພະກອນ ມະນີຄຳ ຮອງເຈົ້າເມືອງໆຫ້ວຍຊາຍ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ພ້ອມດ້ວຍຄະນະ, ມີຕາງໜ້າບໍລິສັດຜູ້ຮັບເໝົາການກໍ່ສ້າງ, ຄະນະຮັບຜິດຊອບໂຄງການແລະ ພະນັກງານວິຊາການຫ້ອງການກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ອຸ່ນແສງ ແກ້ວຈັນທະລາ ຄະນະຮັບຜິດຊອບຜູ້ຮັບເໝົາການກໍ່ສ້າງ ຂອງບໍລິສັດຜູ້ຮັບ ເໝົາ ກໍ່ສ້າງຊົນລະປະທານຫ້ວຍປຸ່ງ ໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງລະບົບຊົນລະປະທານຫ້ວຍປຸ່ງ ແມ່ນໜຶ່ງໃນ 8 ໂຄງການຍ່ອຍຂອງໂຄງການຟື້ນຟູຊົນລະປະທານນ້ຳສະຕອນ ທີ່ຢູ່ກະແຈກກະຈາຍກັນຄື: ໂຄງການກໍ່ສ້າງຊົນລະປະທານນ້ຳເທີນ, ຫ້ວຍຫະ, ຫ້ວຍເລາະ, ຫ້ວຍມຸດ, ນ້ຳອ່ອງ 2, ນ້ຳສະຕອນ, ຫ້ວຍປຸ່ງ ເປັນຕົ້ນ ເຊິ່ງແມ່ນທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ ຫຼື ADB ມູນຄ່າ 888.579 ໂດລາສະຫະລັດ ເຊິ່ງໄດ້ເລີ້ມລົງມືການກໍ່ສ້າງຕົວຈິງແຕ່ວັນທີ 5 ເມສາ 2021 ເປັນຕົ້ນມາ ໄດ້ສຳເລັດວຽກ ອະນາໄມ, ປັບດິນ ພ້ອມທັງ ເທເບຕົງກັນເປື້ອນ, ວຽກມັດເຫຼັກເສີມ, ຕີແບບ ແລະ ເທເບຕົງເຂດກໍ່ສ້າງຫົວງານ.

ມາຮອດວັນ 20 ມິຖຸນາ 2021 ຜົນສຳເລັດຂອງການກໍ່ສ້າງພາກສະໝາມຕົວຈິງສາມາດ ປະຕິບັດໄດ້ 4,88% ຫຼຸດແຜນການວາງໄວ້ 21,56% ສ່ວນສາເຫດທີ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການຊັກຊ້າເນື້່ອງຈາກວ່າ ສະພາບການລະບາດຂອງພະຍາດໂຄວິດ 19 ,ສະພາບດິນຟ້າອາກາດປີນີ້ບໍ່ເອື້ອອຳນວຍ ແລະ ຢູ່ໃນຊວງລະດູທຳການຜະລິດຂອງປະຊາຊົນ. ແລະ ຈະສືບຕໍ່ສູ້ຊົນຈັດຕັ້ງປະຕິບັດຕາມສັນຍາໃຫ້ໄດ້ 15.72% ຂອງແຜນການກໍ່ສ້າງ ໃນເດືອນ ກໍລະກົດ 2021 ໃນໂຄງການຟື້ນຟູຊົນລະປະທານນ້ຳສະຕອນ ປະກອບມີ 8 ໂຄງການຍ່ອຍ ແລະ ໄລຍະເວລາການກໍ່ສ້າງໃຫ້ສຳເລັດໃນ 12 ເດືອນ.


ຂ່າວ ທອງເພັດ