ປກສ ແຂວງໄຊສົມບູນ ປະດັບຫຼຽນໄຊ, ຫຼຽນກາ, ປະກາດການຈັດຕັ້ງ ແລະ ເລື່ອນຊັ້ນໃຫ້ກັບນາຍ ແລະ ພົນຕຳຫຼວດ

731

ໃນວັນທີ 22 ມິຖຸນາ ທີ່ຜ່ານມາ, ກອງບັນຊາການ ປກສ ແຂວງໄຊສົມບູນ ຈັດພິທີປະດັບຫຼຽນໄຊ, ຫຼຽນກາ, ປະກາດການຈັດຕັ້ງຂັ້ນພະແນກ, ໜ່ວຍງານ ແລະ ເລື່ອນຊັ້ນໃຫ້ກັບນາຍ ແລະ ພົນຕໍາຫຼວດ ທີ່ຂຶ້ນກັບ ປກສ ແຂວງ ເພື່ອປະຕິ ບັດຕາມແນວທາງນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນຕຳຫຼວດ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ, ມີຄວາມຫ້າວ ຫັນ ໃນການປະຕິບັດໜ້າທີ່ການເມືອງ ປະກອບສ່ວນຊຸກຍູ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໂດຍການເປັນປະ ທານຂອງ ພົຈວ ບົວພັນ ອິນທະປັນຍາ ຫົວໜ້າກອງບັນຊາ ການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງ, ຮອງຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ປກສ 5 ເມືອງ ຕະຫຼອດຮອດພະນັກງານຜູ້ທີ່ໄດ້ຮັບຕໍ່າແໜງ ແລະ ເລື່ອນຊັ້ນເຂົ້າຮ່ວມ.


ໃນພິທີ, ພັທ ກິ່ງຄຳ ຈັນລາຕີ ຮອງຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ເລກທີ 086/ປປທ ວັນທີ 24 ກຸມພາ 2021 ວ່າດ້ວຍການປະດັບຫຼຽນໄຊອິດສະຫຼະໃຫ້ກັບພະນັກງານ-ນັກຮົບ ກອງບັນຊະການ ປກສ ແຂວງໄຊສົມບູນ ປະດັບຫຼຽນໄຊອິດສະ ຫຼະຊັ້ນ II ຈໍານວນ 1 ສະຫາຍ, ປະດັບຫຼຽນໄຊອິດສະຫຼະຊັ້ນ III ຈໍານວນ 5 ສະຫາຍ, ຜ່ານດໍາລັດຂອງນາຍົກລັດຖະ ມົນຕີ ເລກທີ 95, 96/ນຍ ວັນທີ 08 ກຸມພາ 2021 ວ່າດ້ວຍການປະດັບຫຼຽນໄຊແຮງງານ ແລະ ການມອບໃບຍ້ອງຍໍລັດຖະບານ ປະດັບຫຼຽນໄຊແຮງງານ ຈຳນວນ 71 ສະຫາຍ ແລະ ມອບໃບຍ້ອງຍໍລັດຖະບານ ຈຳນວນ 81 ສະຫາຍ.


ໃນນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 781/ປກສ ວັນທີ 26 ເມສາ 2021 ວ່າດ້ວຍການຮັບຮອງເອົາວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບແຂວງໄຊສົມບູນ; ຜ່ານຂໍ້ຕົກລົງຂອງກອງບັນຊາ ການ ປກສ ແຂວງໄຊສົມບູນ ເລກທີ 1267/ປກສ,ຊບ ວັນ ທີ 22 ມິຖຸນາ 2021 ວ່າດ້ວຍ: ການແຕ່ງຕັ້ງຂັ້ນພະແນກ, ໜ່ວຍງານ ທີ່ຂຶ້ນກັບກອງບັນຊາການປກສ ແຂວງ; ຜ່ານຂໍ້ ຕົກລົງຂອງກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະ ຫງົບ ສະບັບເລກທີ 1567/ ກມປສ, ວັນທີ 24 ພຶດສະພາ 2021 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ. ໃນນີ້, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຊັ້ນຮ້ອຍໂທ ຈຳນວນ 15 ສະຫາຍ ຍິງ 1 ສະຫາຍ, ວາທີ ຂຶ້ນຊັ້ນຮ້ອຍຕີ ຈໍານວນ 9 ສະຫາຍ ຍິງ 1 ສະຫາຍ ແລະ ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະ ຫງົບ ເລກທີ 955/ກມປສ ວັນທີ 29 ມີນາ 2021 ວ່າດ້ວຍການປະດັບຊັ້ນໃຫ້ນາຍຕຳຫຼວດທີ່ສໍາເລັດການສຶກສາລະ ດັບຊັ້ນກາງສາຂາວິຊາແພດທົ່ວໄປ ຈາກວິທະຍາໄລແພດ ສາດ ແຂວງເຊິນລາ ສສ ຫວຽດນາມ ປະຈຳປີ 2021 ປະ ດັບຊັ້ນຮ້ອຍຕີ ຈໍານວນ 3 ສະຫາຍ ຍິງ 2 ສະຫາຍ.


ໂອກາດດຽວກັນນີ້, ພົຈວ ບົວພັນ ອິນປັນຍາ ຍັງໄດ້ໂອ້ລົມຕໍ່ກັບຜູ້ທີ່ໄດ້ຮັບປະດັບຫຼຽນໄຊ, ຫຼຽນກາ, ຍ້ອງຍໍ, ໜ້າທີ່ ແລະ ເລື່ອນຊັ້ນໃໝ່ ຕ້ອງສຸມໃສ່ປະຕິບັດໜ້າທີ່ຂອງຕົນດັ່ງນີ້: ຕ້ອງຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານວຽກງານວິຊາສະເພາະ, ມີຄວາມຮູ້ຄວາມສາມາດ, ເອົາໃຈໃສ່ຊອກຮູ້ຮໍ່າຮຽນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ກໍາແໜ້ນມະຕິຄໍາສັ່ງຂອງຂັ້ນເທິງ ເພື່ອປັບປຸງກໍ່ສ້າງຕົນເອງໃຫ້ກາຍເປັນພະນັກງານທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິບັດ ກາຍເປັນພະນັກງານສືບທອດປ່ຽນແທນໃນສະເພາະໜ້າ ແລະ ຍາວນານ;ສືບຕໍ່ປັບປຸງແບບແຜນການນໍາພາ ແລະ ແບບແຜນວິທີເຮັດວຽກຂອງຄະນະບັນຊາແຕ່ລະຂັ້ນ ໃຫ້ເຂົ້າສູ່ລະບອບລະບຽບເທື່ອລະກ້າວແລະ ຍຶດໝັ້ນແບບແຜນວິທີເຮັດວຽກແບບລວມສູນປະຊາທິປະໄຕ; ເພີ່ມທະວີຍົກສູງສະຕິລະວັງຕົວ ທັງເອົາໃຈໃສ່ໃນການຊີ້ນຳ-ນຳພາຢູ່ບັນດາກົມກອງ, ເຫຼົ່າລົບວິຊາສະເພາະໃຫ້ຫຼາຍຂຶ້ນ.