ດ່ວນ ການບິນລາວ ພ້ອມເປີດບໍລິການຖ້ຽວບິນ ແລ້ວ ໃນວັນທີ 25 ມິຖຸນາ 2021 ນີ້ ມີແຂວງໃດແນ່

1141

ຫຼັງຈາກໂຈະການເປີດໃຫ້ບໍລິການຖ້ຽວບິນທຸກສາຍ ແຕ່ເດືອນເມສາ 2021 ເປັນຕົ້ນມາ ເນື່ອງຈາກມີການລະບາດ ຂອງເຊື້ອພະຍາດໂຄວິດ-19 ໄດ້ມີການລະບາດພາຍໃນຊຸມຊົນຫຼາຍ ແລະ ຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນສູງ.

 ໃນວັນທີ 21 ມິຖຸນາ 2021 ເພຈ ຂອງ Lao Airlines ການບິນລາວ ຂອງລັດວິສາຫະກິດການບິນລາວ ໄດ້ໂພສ ແຈ້ງມາຍັງບັນດາປະຊາຊົນລາວທົ່ວປະເທດ ວ່າ: ລັດວິສາຫະກິດການບິນລາວ ພ້ອມກັບມາໃຫ້ບໍລິການຖ້ຽວບິນພາຍໃນປະເທດ ເລີ່ມຕັ້ງແຕ່ວັນທີ່ 25 ມິຖຸນາ 2021 ນີ້.

ແຕ່ໃນການບໍລິການແມ່ນຈະຢູ່ພາຍໃຕ້ມາດຕະການຄວາມປອດໄພ ຕາມທີ່ຄະນະສະເພາະກິດໄດ້ວາງອອກຢ່າງເຂັ້ມງວດ.  ສ່ວນດ້ານລາຍລະອຽດ ແລະ ເງື່ອນໄຂຂອງການເດີນທາງຈະແຈ້ງໃຫ້ຊາບພາຍຫຼັງ.