ບົວລອຍ ຫວານໆມັນໆ ພ້ອມວິທີເຮັດງ່າຍໆ ຊ່ວງກັກຕົວຢູ່ເຮືອນ

1086

ນໍ້າຫວານ ບົວລອຍ ອາຫານຫວ່າງ ທີ່ແຊບ ຫຼາຍຄົນມັກກິນແຕ່ເວລາຊື້ກໍ່ຈະກິນບໍ່ຈຸໃຈ ຫຼື ລົດຊາດບໍ່ໄດ້ດັ່ງໃຈ ທ່ານກໍ່ສາມາດເຮັດກິນເອງໄດ້ ແບບງ່າຍໆ ແຖມເສີມທັກສະໄດ້ເອງເລີຍ.

ສ່ວນປະກອບ: ແປ້ງເຂົ້າໜຽວ, ໝາກພ້າວແກ່ (ຂູດ ເພື່ອຄັ້ນເອົາກະທິ), ໝາກພ້າວອ່ອນ (ຂູດໂຮຍ ຫຼື ບໍ່ໃສ່ກໍ່ໄດ້), ນໍ້າຕານ, ເກືອ, ນໍ້າສະອາດ, ຫາກຈະເຮັດແປ້ງເປັນສີສັນແບບທຳມະຊາດ ໂດຍບໍ່ໃສ່ສີອາຫານກໍ່ປະຕິບັດດັ່ງນີ້ຄື: ສີຂຽວເຮັດດ້ວຍໃບເຕີຍ, ສີເຫຼືອງດ້ວຍໝາກອຶ ຫຼື ມັນດ້າງເຫຼືອງ, ສີມ່ວງຈາກດອກອັນຊັນ ຫຼື ມັນດ້າງສີມ່ວງ.

ວິທີເຮັດ: ຄັ້ນແປ້ງໃສ່ນໍ້າ ເຕີມເກືອ ແລະ ນໍ້າຕານເລັກໜ້ອຍພໍໄດ້ລົດຊາດ, ນວດແປ້ງບໍ່ໃຫ້ໃສ່ນໍ້າປຽກໄປ ເອົາພໍດີປັ້ນໄດ້ ລໍ້ເປັນມົນໆ, ຫາກຈະເຮັດໃຫ້ມີສີ ເປັນມັນ, ໝາກອຶກໍ່ໜື້ງໃຫ້ສຸກແລ້ວເອົາມາແຕະໃຫ້ລະອຽດແລ້ວມາປະສົມຄັ້ນໃສ່ນຳແປ້ງຂະນະທີ່ຄັ້ນ ທ່ານກໍ່ຈະໄດ້ສີດັ່ງໃຈ.

ຈາກນັ້ນກໍ່ກໍ່ຕົ້ມນໍ້າຮ້ອນ ແລ້ວເອົາກ້ອນແປ້ງທີ່ເຮົາເຮັດລໍ້ເປັນມົນຄືໝາກບີ່ລົງຕົ້ມໃຫ້ສຸກ ຈາກນັ້ນກໍ່ຕັກຂຶ້ນໄວ້, ແລ້ວກໍ່ຕົ້ມນໍ້າອຸ່ນຄັ້ນກະທິໝາກພ້າວ (ຫາກທ່ານໃດບໍ່ຢາກຄັ້ນເອງກໍ່ສາມາດຊື້ກະທິສຳເລັດຕາມຮ້ານຄ້າທົ່ວໄປມາໃສ່ໄດ້), ຈາກນັ້ນກໍ່ກຽວນໍ້າຕານ ພໍສຳເລັດແລ້ວ, ກໍ່ຕັກເອົາກະທິ ໃສ່ຖ້ວຍ ຈາກນັ້ນຈຶ່ງຕັກແປ້ງທີ່ຕົ້ມສຸກລົງ ແລ້ວເຕີມນໍ້າຕານຕາມໃຈມັກ, ຫາກທ່ານໃດມັກໝາກພ້າວອ່ອນກໍ່ຂູດໂຮຍ ຫຼື ລອຍໃສ່ນຳ ສຳເລັດແລ້ວກໍ່ພ້ອມເສີບ ຈະໄດ້ບົວລອຍແຊບໆໄວ້ກິນກັບຄອບຄົວ (ຫາກກະທິທ່ານຄັ້ນເອງກໍ່ຈະມັນຫອມແຊບ).