ເສັ້ນທາງຊີວິດ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຈາກລູກຈ້າງສູ່ຜູ້ຮ່ວມທຶນກັບບໍລິສັດ

1507

ກ່ອນທີ່ຄົນໆໜຶ່ງຈະປະສົບຜົນສຳເລັດໄດ້ນັ້ນ ຕ້ອງໄດ້ຜ່ານຜ່າອຸປະສັກນາໆປະການໃຊ້ທັງເວລາ, ຄວາມພະຍາຍາມທັງແຮງກາຍ ແລະ ແຮງໃຈເປັນແຮງຜັກດັນ; ດັ່ງເສັ້ນທາງຊີວິດຂອງ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ເລີ່ມຈາກເປັນພຽງພະນັກງານກ້າເບ້ຍໄມ້ ໃຊ້ເວລາ 10 ປີ ສາມາດກ້າວຂຶ້ນເປັນຮອງຜູ້ອຳນວຍການ ບໍລິສັດ ບົວລະພາ ກະສິກໍາ – ປ່າໄມ້ ຈຳກັດ ແລະ ລົງທຶນຮ່ວມກັບບໍລິສັດ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອຳນວຍການ ບໍລິສັດ ບົວລະພາ ກະສິກໍາ – ປ່າໄມ້ ຈຳກັດ ໄດ້ເລົ່າເຖິງເສັ້ນທາງເດີນຂອງຊີວິດຕົນ ວ່າ: ຂ້າພະເຈົ້ານັ້ນເກີດໃນປີ 1969 ທີ່ບ້ານຫ້ວຍຊາຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນຄອບຄົວທຸກຍາກ, ພໍແຕ່ຮູ້ຄວາມກໍຮູ້ວ່າມີແຕ່ແມ່ ແລະ ອ້າຍເອື້ອຍນ້ອງນໍາກັນ 8 ຄົນ ( ຍິງ 5, ຊາຍ 3 ຄົນ ), ຈາກການບອກເລົ່າຂອງແມ່ ພາຍຫຼັງປົດປ່ອຍ ພໍ່ໄດ້ໄປສໍາມະນາຢູ່ຕ່າງແຂວງ ແລະ ເສຍຊີວິດຍ້ອນພະຍາດ.

ເຖິງຈະມີແມ່ທີ່ເປັນທັງແມ່ ແລະ ພໍ່ນັ້ນ ກໍບໍ່ໄດ້ເຮັດໃຫ້ລູກໆອຶດຫິວ ແມ່ປະຄອງໃຫ້ຄອບຄົວອົບອຸ່ນ, ມີຄວາມຮັກແພງສາມັກຄີກັນ, ແມ່ໄດ້ສົ່ງເສຍໃຫ້ລູກໄດ້ຮຽນໜັງສືທຸກຄົນ, ໃນໄວເດັກມື້ພັກຮຽນແມ່ນໄປຊ່ວຍແມ່ຂຸດແກ້ວ, ຮ່ອນຄໍາຕາມສາຍຫ້ວຍຕ່າງໆ ແລະ ແຄມແມ່ນ້ຳຂອງ ເພາະວ່າບໍ່ມີທີ່ດິນເຮັດນາຄືຜູ້ອື່ນໆ ມີພຽງດິນສວນຕອນນ້ອຍໆໃກ້ບ້ານ ແມ່ພາປູກກ້ວຍ, ປູກເຂົ້າ ກໍບໍ່ພໍກິນ, ແມ່ພາລູກທັງ 8 ຄົນ ຢຶດເອົາອາຊີບຂຸດແກ້ວເພື່ອລ້ຽງຊີບໄປແຕ່ລະວັນ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังนั่ง, เครื่องประดับ และสถานที่ในร่ม

ດ້ວຍຕົນເອງເປັນລູກຄົນທີ 7, ເປັນຄົນມັກຮຽນ ແລະ ບໍ່ຂາດໂຮງຮຽນ, ຮຽນໄດ້ຄະແນນດີມາແຕ່ນ້ອຍໆ ໂດຍສະເພາະແມ່ນວິຊາຄິດໄລ່, ຄວາມໃຝ່ຝັນແມ່ນຢາກຮຽນໃຫ້ເກັ່ງ, ຢາກມີເງິນ, ຢາກນຸ່ງເຄື່ອງງາມ ແລະ ເຄື່ອງໃໝ່ ເພາະເປັນລູກຜູ້ທີ 7 ສ່ວນຫຼາຍຈະໄດ້ຮັບເຄື່ອງເກົ່າຈາກເອື້ອຍຫຼາຍກວ່າເຄື່ອງໃໝ່ ແຕ່ກໍພູມໃຈໃນເວລານັ້ນບໍ່ເຄີຍອຶດຫິວ, ຢູ່ໜ້າເຮືອນມີໂຮງງານນໍ້າກ້ອນຂອງຄົນຕ່າງປະເທດ ເວລາໄປແລ່ນຫຼິ້ນແຄມໂຮງງານ ເຮັດໃຫ້ຕົນເອງຢາກມີໂຮງງານ ເພາະຄອບຄົວຜູ້ມີໂຮງງານເຂົາເຈົ້າລ້ຳລວຍມີທຸກສິ່ງທຸກຢ່າງ ແລະ ເວລານັ້ນກໍໄດ້ພຽງແຕ່ຄິດຕາມພາສາເດັກນ້ອຍທີ່ໄຮ້ດຽງສາ.

ຄາວຍັງນ້ອຍມື້ໃດທີ່ພັກໂຮງຮຽນ ຕ້ອງລຸກແຕ່ເຊົ້າຫາບນໍ້າຈົນເຕັມຟຸ່ຍ, ຫ້າງຫໍ່ເຂົ້າເພື່ອໄປຊ່ວຍແມ່ຂຸດແກ້ວເພາະຢາກມີເງິນ, ເວລາເປັນນັກຮຽນແຕ່ນ້ອຍຈົນຈົບອຸດົມ ແມ່ນອາໄສປຶ້ມສໍຈາກຜົນງານທ້າຍປີທີ່ຮຽນດີ, ຮຽນເກັ່ງເປັນຂອງຂວັນ, ເວລານັ້ນກໍແມ່ນປຶ້ມ ແລະ ສໍ ເຊິ່ງມັນໄດ້ຊ່ວຍແບ່ງເບົາພາລະໃຫ້ແມ່ໄດ້ສ່ວນໜຶ່ງ, ເມື່ອຮຽນຈົບຊັ້ນມັດທະຍົມ ກໍໄດ້ໄປຮຽນຕໍ່ຊັ້ນອຸດົມ ໃຊ້ເວລາ 3 ປີ ເປັນນັກຮຽນ ແລະ ໃຊ້ຊີວິດຢູ່ໂຮງຮຽນກິນນອນ ເຊິ່ງມັນໄດ້ເພີ່ມຄວາມເຂັ້ມແຂງໃຫ້ຕົນເອງຫຼາຍຂຶ້ນ ເພາະການໄດ້ໃຊ້ຊີວິດຮ່ວມກັນຫຼາຍຄົນທີ່ມາຈາກຫຼາຍຄອບຄົວບໍ່ແມ່ນເລື່ອງງ່າຍທີ່ຈະປັບຕົວເຂົ້າຫາກັນ, ຕ້ອງມີຄວາມອົດທົນສູງ ແຕ່ກໍຕ້ອງຢູ່ພາຍໃຕ້ລະບຽບຂອງໂຮງຮຽນວາງອອກ. ພາຍຫຼັງຈົບອຸດົມສຶກສາໃນເວລານັ້ນນັກຮຽນຄົນໃດທີ່ໄດ້ຄະແນນດີ ຈຶ່ງໄດ້ທຶນໄປຮຽນຕໍ່ຕ່າງປະເທດ ຕົນເອງແມ່ນຜູ້ໜຶ່ງທີ່ໄດ້ທຶນໄປຮຽນຕໍ່ຕ່າງປະເທດ ແລະ ຖືກສົ່ງລົງມານະຄອນຫຼວງວຽງຈັນ.

อาจเป็นรูปภาพของ 1 คน, กำลังยืน และกลางแจ้ง

ປີ 1987 – 1988 ຕົນເອງໄດ້ເຂົ້າກຽມພາສາຣັດເຊຍ ທີ່ສ້າງຄູດົງໂດກ ( ມະຫາວິທະຍາໄລແຫ່ງຊາດ ປັດຈຸບັນ ) ເຊິ່ງເປັນພາສາທີ່ບໍ່ເຄີຍຮຽນມາກ່ອນ, ເປົ້າໝາຍ ແລະ ຄວາມມຸ່ງໝັ້ນເວລານັ້ນແມ່ນກຽມພາສາຣັດເຊຍແລ້ວ ຈະໄປສຶກສາຕໍ່ສະຫະພາບໂຊວຽດ; 6 ເດືອນຕໍ່ມາເຫດການບັງເອີນກໍອອກມາ ມີຊື່ຕິດຢູ່ກະດານແມ່ນໄປຮຽນວິຊາປ່າໄມ້ທີ່ປະເທດເຢຍລະມັນ ສິ່ງທ້າທາຍກັບມາອີກຄັ້ງ ປ່ຽນມາຮຽນພາສາເຢຍລະມັນ ໄດ້ໃຊ້ຊີວິດຮຽນປ່າໄມ້ຢູ່ໂຮງຮຽນວິຊາຊີບທີ່ປະເທດເຢຍລະມັນ 3 ປ.

ຫຼາຍຄົນຄົງຈະຮູ້ດີໂຮງຮຽນວິຊາຊີບທັງຮຽນ ທັງເຮັດວຽກຕົວຈິງໄປພ້ອມກັນ, ຮຽນ 2 ວັນ ເຮັດວຽກ 3 ວັນ ແມ່ຍິງຕົວນ້ອຍໆໄດ້ຮຽນປູກຕົ້ນໄມ້, ຮຽນຕັດຕົ້ນໄມ້ຢູ່ໃນປ່າປູກ ຜ່ານ ຄວາມໜາວເຢັນພື້ນທີ່ເຕັມໄປດ້ວຍຫິມະ, ບາງມື້ກໍຄິດທໍ້ຢາກກັບບ້ານ, ຢາກຮຽນປະລິນຍາຕີຄືໝູ່ຄວາມຄິດແມ່ນຮຽນຈົບອຸດົມແລ້ວ ກໍຢາກໄປຮຽນປະລິນຍາຕີຕາມກະແສ. ມາຮອດປັດຈຸບັນນີ້ຈຶ່ງຮູ້ວ່າການທີ່ໄດ້ຮຽນຮູ້ ແລະ ສຳຜັດຕົວຈິງໄປພ້ອມກັນແມ່ນມີຜົນດີຫຼາຍໃຫ້ກັບຕົນເອງ.

ປີ 1991 ພາຍຫຼັງຮຽນຈົບໂຮງຮຽນວິຊາຊີບປ່າໄມ້ ຈາກປະເທດເຢຍລະມັນ ຄວາມຄິດທຳອິດແມ່ນຢາກທົດແທນບຸນຄຸນໃຫ້ກັບປະເທດຊາດທີ່ໃຫ້ທຶນແກ່ຕົນເອງໄປສຶກສາເອົາ ຄວາມຮູ້ກັບມາຈາກປະເທດທີ່ຈະເລີນແຕ່ກໍຈົນປັນຍາ. ເວລານັ້ນ, ກະຊວງກະສິກໍາ ແລະ ປ່າໄມ້ ແມ່ນບໍ່ມີບ່ອນວ່າງທີ່ຈະຮັບພະນັກງານ, ຕົນເອງຈຶ່ງຕັດສິນໃຈໄປຊອກຮຽນພາສາອັງກິດຕື່ມ ເຫດການບັງເອີນທີ່ຍັງມີໂຊກເຂົ້າຂ້າງອີກຄັ້ງ ເມື່ອຄູສອນພາສາອັງກິດ ຮູ້ຈັກກັບທ່ານອໍານວຍການ ບໍລິສັດ ບົວລະພາ ກະສິກຳ – ປ່າໄມ້ ເຊິ່ງເພິ່ນເຄີຍຮູ້ກັນມາກ່ອນ ເລີຍແນະນຳມາສະໝັກວຽກຢູ່ບໍລິສັດນີ້ໃນວັນທີ 2 ຕຸລາ 1991 ກໍເຂົ້າໄປສໍາພາດ ແລະ ໄດ້ຮັບເຂົ້າເປັນພະນັກງານໃນມື້ນັ້ນເລີຍ ພ້ອມໃຫ້ທົດລອງວຽກ 1 ປີ ຢູ່ສວນກ້າເບ້ຍໄມ້.

อาจเป็นรูปภาพของ 2 คน, ผู้คนกำลังยืน, ดอกไม้ และกลางแจ้ง

ພາຍຫຼັງທີ່ໄດ້ເຂົ້າເຮັດວຽກກັບ ບໍລິສັດ ບົວລະພາ ນັບແຕ່ມື້ນັ້ນຈົນເຖິງປີ 2001 ເປັນເວລາ 10 ປີ ຕົນເອງແມ່ນໄດ້ເຮັດເກືອບທຸກຕຳແໜ່ງ ນັບແຕ່ຢູ່ສວນກ້າເບ້ຍໄມ້, ເປັນວິຊາການສົ່ງເສີມປະຊາຊົນປູກໄມ້, ຜູ້ຊ່ວຍການເງິນ, ຫົວໜ້າການເງິນ, ເກັບຊື້ວັດຖຸດິບ, ການຕະຫຼາດ, ສົ່ງອອກ ແລະ ແຕ່ປີ 2011 ຮອດປັດຈຸບັນໄດ້ກາຍເປັນຮອງອໍານວຍການ ທັງລົງທຶນຮ່ວມກັບບໍລິສັດນຳ.

ສິ່ງທີ່ຢືດຖືເອົາຄະຕິໃນການເຮັດວຽກ ຄື: ວຽກແຜນໃຫ້ຊັດເຈນ, ປະຕິບັດໂມງເວລາ, ມີລະບຽບໃນການໃຊ້ຈ່າຍຈົນເຮັດໃຫ້ບໍລິສັດມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ໃຫ້ຮູ້ຕື່ມວ່າ: ຈາກການເຂົ້າເຮັດວຽກໃນວົງອຸດສາຫະກຳ, ກະສິກຳມາ 20 ປີ ໃນບ້ານເຮົານີ້ແມ່ນຍັງບໍ່ມີຄົນເຮັດຫຼາຍ ຖ້າທ່ານຄິດຈະລົງທຶນໃນຂະແໜງການນີ້ຈະເປັນການດີຫຼາຍ ເພາະວ່າເຄື່ອງບ້ານເຮົາໃນປັດຈຸບັນສ່ວນຫຼາຍແມ່ນນຳເຂົ້າມາຈາກຕ່າງປະເທດ ຖ້າຫາກມີທຶນ ແລະ ຕັດສິນໃຈເຮັດ. ດັ່ງຂ້າພະເຈົ້າເມື່ອມີນັກລົງທຶນມາຮ່ວມທຶນເຮັດອຸດສາຫະກຳໄມ້ ກໍເລີຍຕັດສິນໃຈຊຸກຍູ້ຊ່ວຍເຂົາເຈົ້າ ເຮັດແນວໃດເພື່ອດຶງເອົາທຶນນີ້ເຂົ້າມາບ້ານເຮົາໃຫ້ຫຼາຍທີ່ສຸດ.

ການລະບາດຂອງພະຍາດໂຄວິດ – 19 ແມ່ນບໍ່ໄດ້ກະທົບແຮງຕໍ່ທຸລະກິດຂອງພວກເຮົາ ມີແຕ່ໄລຍະທີ່ລັດຖະບານປິດປະເທດ ຫຼື Lockdown ນັ້ນມີຜົນກະທົບໜ້ອຍໜຶ່ງ ເພາະບໍ່ໄດ້ມາເຮັດວຽກແບບເຕັມທີ່ ແລະ ກະທົບໄລຍະທີ່ກຳລັງຈະສ້າງໂຮງງານໄມ້ອັດ ເອົາເຄື່ອງເຂົ້າມາຕັ້ງໂຮງງານ, ເອົາວິຊາການມາຕິດຕັ້ງໂຮງງານກໍຊ້າ ແລະ ຄາດວ່າເດືອນເມສານີ້ຈະເປີດໄດ້.

อาจเป็นรูปภาพของ 6 คน และผู้คนกำลังยืน

ປັດຈຸບັນ ບໍລິສັດ ບົວລະພາ ກະສິກໍາ – ປ່າໄມ້ ຈຳກັດ ມີເນື້ອທີ່ປູກໄມ້ 5.000 ກວ່າເຮັກຕາ ກວມ 4 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ ແລະ ໄຊສົມບູນ ໃກ້ຈະປູກໃນໄວໆນີ້.

ໃນນາມເປັນທຸລະກິດຄົນຍິງທີ່ເກັ່ງຄົນໜຶ່ງ, ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຍັງໄດ້ແລກປ່ຽນບົດຮຽນຂອງຕົນຕໍ່ເອື້ອຍນ້ອງແມ່ຍິງ ວ່າ: ເຮົາເປັນແມ່ຍິງບໍ່ຕ້ອງໜ້ອຍໜ້າ ຖ້າຫາກວ່າເຮົາຕັດສິນໃຈເຮັດຫຍັງແລ້ວ ຄິດວ່າເຮັດໄດ້ກໍຕ້ອງຕັດສິນໃຈເຮັດເລີຍ ບໍ່ຕ້ອງລໍຖ້າວ່າຕ້ອງມີຜູ້ຊາຍມາຊ່ວຍ, ຕ້ອງມີຄວາມເຂັ້ມແຂງໃນຕົວຂອງເຮົາເອງ, ມີຫຼັກໝັ້ນ, ເຮັດຫຍັງຕ້ອງມີການວາງແຜນ, ປະຕິບັດເວລາ, ພ້ອມມີຄວາມກະຕືລືລົ້ນ ຈະເຮັດໃຫ້ເຮົາເດີນໜ້າຕໍ່ໄປໄດ້.

ໃນຕອນທ້າຍ ທ່ານໄດ້ອວຍພອນມາຍັງເອື້ອຍນ້ອງແມ່ຍິງ ເນື່ອງໃນວັນແມ່ຍິງສາກົນ 8 ມີນາ ຄົບຮອບ 111 ປີ ( 8 ມີນາ 1910 ຫາ 8 ມີນາ 2021 ) ຂໍໃຫ້ມີສຸຂະພາບເຂັ້ມແຂງ, ສ້າງຄອບຄົວໃຫ້ຮັ່ງມີຜາສຸກຕະຫຼອດໄປ.