ແຕ່ງຕັ້ງ ທ່ານ ທອງຈັນ ແພງຈັນທີ ເປັນເຈົ້າເມືອງພູຄູນ ຄົນໃໝ່

175

ພິທີມອບ – ຮັບໜ້າທີ່ ຮັກສາການເລຂາພັກເມືອງ, ເຈົ້າເມືອງພູຄູນ ແຂວງຫຼວງພະບາງ ມີຂຶ້ນໃນວັນທີ 30 ທັນວາ 2020 ທີ່ຫ້ອງວ່າການເມືອງພູຄູນ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ.

ພິທີດັ່ງກ່າວ ທ່ານ ວຽງທອງ ຫັດສະຈັນ ຄະນະປະຈໍາພັກແຂວງ ເລຂາພັກເມືອງ ເຈົ້າເມືອງພູຄູນ ຜູ້ເກົ່າ ໄດ້ລາຍງານການເຄື່ອນໄຫວການຊີ້ນໍາ – ນໍາພາວຽກງານຮອບດ້ານໃນໄລຍະຜ່ານມາ ໂດຍໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນຫັນປ່ຽນຮູບແບບການຜະລິດແບບເກົ່າ ມາເຮັດການຜະລິດສິນຄ້າແບບໃໝ່ ເປັນຕົ້ນແມ່ນສົ່ງເສີມການປູກ – ການລ້ຽງ, ການບໍລິການທ່ອງທ່ຽວ ແລະ ການກໍ່ສ້າງໂຄງລ່າງພື້ນຖານ ເຊິ່ງເຫັນໄດ້ທົ່ວເມືອງມີເສັ້ນທາງເຂົ້າເຖິງທັງໝົດ 41 ບ້ານ ກວມ 100%, ມີຕາຂ່າຍໄຟຟ້າ 37 ບ້ານ ກວມ 90,24% ເຊິ່ງເພີ່ມຂຶ້ນ 14 ບ້ານ ທຽບໃສ່ 2012; ໄດ້ຈັດສັນພູມລໍາເນົາ 38 ບ້ານ ແລະ ປີ 2020 ເພີ່ມຕື່ມ 3 ບ້ານ.

ໃນປີ 2012 ເສດຖະກິດຂອງເມືອງຂະຫຍາຍຕົວ 8,5%, ສະເລ່ຍຄົນໜຶ່ງໄດ້ 8.340.000 ກີບ ຫຼື ເທົ່າກັບ 1.042 ໂດລາ; ປີ 2020 ເສດຖະກິດຂະຫຍາຍຕົວ 9% ຕໍ່ປີ ສະເລ່ຍຄົນໜຶ່ງໄດ້ 14.056.720 ກີບ ຫຼື ເທົ່າກັບ 1.757 ໂດລາ, ປະຊາຊົນຫັນການຜະລິດເປັນສິນຄ້າຫຼາຍຂຶ້ນ.

ຈາກນັ້ນ, ພິທີ ທ່ານ ຄໍາຄ່ອງ ພົມມະປັນຍາ ຫົວໜ້າຄະນະຈັດຕັ້ງແຂວງຫຼວງພະບາງ ໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຍົກຍ້າຍ ທ່ານ ວຽງທອງ ຫັດສະຈັນ ຄະນະປະຈໍາພັກແຂວງ ເລຂາພັກເມືອງ ເຈົ້າເມືອງພູຄູນ ໄປປະຈໍາການຢູ່ນະຄອນຫຼວງພະບາງ ແລະ ຂໍ້ຕົກລົງແຕ່ງຕັ້ງ ທ່ານ ທອງຈັນ ແພງຈັນທີ ຮອງເລຂາພັກເມືອງ ຂຶ້ນຮັກສາການເລຂາພັກເມືອງ ທັງເປັນເຈົ້າເມືອງພູຄູນ ຄົນໃໝ່ ພ້ອມທັງລົງນາມໃນບົດບັນທຶກການມອບ – ຮັບໜ້າທີ່.

[ ຂ່າວ: ເພັດສາຄອນ ສິມມະວົງ ]