45 ປີ ການພັດທະນາເສດຖະກິດ – ສັງຄົມ ແຂວງສະຫວັນນະເຂດ ເຕີບໂຕເຂັ້ມແຂງ

425

45 ປີ ແຫ່ງການສ້າງສາພັດທະນາປະເທດຊາດ, ເສດຖະກິດ ແຂວງສະຫວັນນະເຂດ ໄດ້ຮັບການພັດທະນາເປັນກ້າວໆມາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງຍົກລະດັບໃຫ້ດີຂຶ້ນ ໂດຍມາຮອດປີ 2020 ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 19 ລ້ານກວ່າກີບ, ການຂະຫຍາຍຕານ່າງໄຟຟ້າອອກສູ່ເຂດຊົນນະ ບົດຫ່າງໄກສອກຫຼີກໄດ້ 94,73% ຂອງຈຳນວນບ້ານໃນທົ່ວແຂວງ.

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ກ່າວວ່າ: ແຂວງສະຫວັນນະເຂດ ໄດ້ຖືເອົາການພັດທະນາເສດຖະກິດເປັນໃຈກາງດ້ວຍການສຸມທຶນຮອນ ແລະ ປຸກລະດົມທຸກພາກສ່ວນເຂົ້າຮ່ວມໃນການປະຕິບັດບັນດາໂຄງການຕ່າງໆ ໄດ້ວາງອອກເປັນຕົ້ນແມ່ນສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສ້າງເງື່ອນໄຂເອື້ອອຳນວຍຄວາມສະດວກໃຫ້ນັກທຸລະກິດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມໃນການລົງທຶນພັດທະນາແຂວງນັບມື້ຫຼາຍຂຶ້ນ.

ການພັດທະນາເສດຖະກິດໃນ 5 ປີຜ່ານມາ ( 2016 – 2020 ) ມີການເຕີບໂຕຕໍ່ເນື່ອງ ໝັ້ນທ່ຽງສະເລ່ຍໃນລະດັບ 8,53% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ( GDP ) ຮອດປີ 2020 ບັນລຸໄດ້ 19.955,76 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 19 ລ້ານກວ່າກີບ ຫຼື ເທົ່າກັບ 2.136 ໂດລາຕໍ່ຄົນຕໍ່ປີ ທຽບໃສ່ 5 ປີຜ່ານມາເພີ່ມຂຶ້ນ 351 ໂດລາ ເທົ່າກັບ 19,66%.

ການຄໍ້າປະກັນສະບຽງອາຫານ

ໃນ 5 ປີຜ່ານມາ ສາມາດຜະລິດເຂົ້າ ສະເລ່ຍ 7 – 8 ແສນໂຕນຕໍ່ປີ ເທົ່າກັບ 80% ຂອງແຜນການ, ສະເລ່ຍໃສ່ພົນລະເມືອງໄດ້ 725 ກິໂລຕໍ່ຄົນຕໍ່ປີ, ສະໜອງສະບຽງອາຫານໄດ້ພຽງພໍກັບການບໍລິໂພກພາຍໃນ, ການຜະລິດກະສິກໍາເປັນສິນຄ້າກໍໄດ້ຂະຫຍາຍຕົວ, ຊຸກຍູ້ການປູກໄມ້ອຸດສາຫະກໍາ ແລະ ຟື້ນຟູປ່າ ເຮັດໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ເພີ່ມຂຶ້ນ.

ອຸດສາຫະກໍາ ແລະ ການຄ້າ

ໄດ້ຮັບການປັບປຸງ ແລະ ສົ່ງເສີມ, ວິສາຫະກິດຂະໜາດນ້ອຍ ແລະ ກາງຂະຫຍາຍຕົວເພີ່ມຂຶ້ນ, ຍອດມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳບັນລຸຕາມຄາດໝາຍ, ການຜະລິດເປັນສິນຄ້າໄດ້ຂະຫຍາຍຕົວ ແລະ ມີຫຼາຍລາຍການສິນຄ້າໄດ້ຮັບກາໝາຍເປັນສິນຄ້າໂອດ໊ອບ ( ODOP ).

ພື້ນຖານໂຄງລ່າງ ແລະ ການບໍລິການຄົມມະນາຄົມ, ຂົນສົ່ງ

ມາຮອດປັດຈຸບັນເສັ້ນທາງແຕ່ເມືອງຫາບ້ານທຽວໄດ້ 2 ລະດູ ກວມເອົາ 80%; ໄດ້ເອົາໃຈໃສ່ຄຸ້ມຄອງ, ສ້ອມແປງ ແລະ ຟື້ນຟູເສັ້ນທາງໃນຕົວເມືອງ ແລະ ຊົນນະບົດທີ່ຖືກເປ່ເພຈາກໄພທໍາມະຊາດ ສາມາດສັນຈອນໄປໄດ້ປົກກະຕິ; ອັນພົ້ນເດັ່ນແມ່ນການປະກອບສ່ວນຂອງປະຊາຊົນ ແລະ ທຸລະກິດພາກເອກະຊົນເຂົ້າໃນການກໍ່ສ້າງ, ສ້ອມແປງເສັ້ນທາງ ແລະ ຂົວ ມູນຄ່າທັງໝົດ 107,54 ຕື້ກີບ.

ການສະໜອງໄຟຟ້າ

ຕານ່າງໄຟຟ້າອອກສູ່ເຂດຊົນນະບົດຫ່າງໄກສອກຫຼີກໄດ້ 94,73% ຂອງຈຳນວນບ້ານໃນທົ່ວແຂວງ, ຄອບຄົວຊົມໃຊ້ໄຟຟ້າ 97,71% ຂອງຄອບຄົວທັງໝົດ ທຽບໃສ່ປີ 2015 ເພີ່ມຂຶ້ນ 4,76%.

ເຂດເສດຖະກິດພິເສດ

ເຂດເສດຖະກິດພິເສດ  ແຂວງສະຫວັນນະເຂດ ມີບໍລິສັດມາຈົດທະບຽນລົງທຶນ 95 ບໍລິສັດ, ມູນຄ່າການລົງທຶນທັງໝົດ 354 ລ້ານໂດລາສະຫະລັດ, ສ້າງວຽກເຮັດໃຫ້ປະຊາຊົນໄດ້ 2.626 ຄົນ, ປະກອບສ່ວນໃນການສ້າງລາຍຮັບມອບເຂົ້າງົບປະມານໄດ້ 5,51 ລ້ານໂດລາສະຫະລັດ.

ວຽກງານພັດທະນາຊົນນະບົດ

ໄດ້ສຸມໃສ່ປະຕິບັດຕາມດໍາລັດ 348/ລບ ປະເມີນບ້ານພົ້ນທຸກໄດ້ 566 ບ້ານ ເທົ່າກັບ 55,27% ຂອງຈໍານວນບ້ານທັງໝົດ, ອັນພົ້ນເດັ່ນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນບ້ານຄໍາປ່າແໜ ເມືອງຊົນນະບູລີ ໂດຍການມີສ່ວນຮ່ວມຂອງ ທ່ານ ເກຍ ອູ໋ສິດທິເດດ ເຈົ້າຂອງໂຮງງານນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ປັດຈຸບັນກຳລັງສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຂດຈຸດສຸມຕັງອາໄລ ເມືອງນອງ ໂດຍການມີສ່ວນຮ່ວມຂອງ “ ໂຄງການຮ່ວມໃຈສາຍໃຍໂລມາຄຳ ” ເຊິ່ງໂຄງການດັ່ງກ່າວແມ່ນການຮ່ວມທຶນຈາກ ທ່ານ ເກຍ ອູ໋ສິດທິເດດ ແລະ ທ່ານ ສາຍສະໝອນ ກວານເມືອງຈັນ ເພື່ອພັດທະນາທ້ອງຖິ່ນດັ່ງກ່າວໃຫ້ຫຼຸດພົ້ນຈາກຄວາມທຸກຍາກຢ່າງເປັນຮູບປະທຳ.

ຂົງເຂດວັດທະນະທໍາ – ສັງຄົມ

ໄດ້ສຸມໃສ່ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ( SDGs ), ຍຸດທະສາດການສຶກສາ ແລະ ນະໂຍບາຍການສຶກສາ ເຊິ່ງມີຜົນສໍາເລັດບັນລຸໄດ້ຕາມຄາດໝາຍໃນຫຼາຍດ້ານ, ອັດຕາການເຂົ້າຮຽນຂອງນັກຮຽນແຕ່ລະຊັ້ນເພີ່ມຂຶ້ນ, ອັດຕາການປະລະການຮຽນ ແລະ ຄ້າງຫ້ອງຫຼຸດລົງ; ເດັກໃນເກນອາຍຸໄດ້ເຂົ້າຮຽນປົກກະຕິ.

ສ້າງບ້ານແບບຢ່າງສາທາລະນະສຸກ ກວມ 69,3% ຂອງບ້ານເປົ້າໝາຍ, ອັດຕາຊົມໃຊ້ນໍ້າສະອາດ ກວມ 97,1%;    ອັດຕາຊົມໃຊ້ວິດຖ່າຍ ກວມ 75,2%.