ເຈົ້າເມືອງທ່າປາງທອງ ພ້ອມການນໍາຂອງເມືອງ ສືບຕໍ່ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

85

ເນື່ອງຈາກສະພາບເກີດໄພພິບັດນໍ້າຖ້ວມໃນເດືອນຕຸລາທີ່ຜ່ານມາ ຢູ່ໃນຫຼາຍບ້ານ ຂອງ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ເຮັດໃຫ້ພໍ່ແມ່ປະຊາຊົນໄດ້ຮັບຜົນກະທົບເປັນວົງກວ້າງ ເປັນຕົ້ນກໍ່ແມ່ນເນື້ອທີ່ການຜະລິດກະສິກໍາ, ສັດລ້ຽງຕາຍຈໍານວນຫຼາຍ, ເຮືອນຊານ, ໂຮງຮຽນ, ຖືກນໍ້າຖ້ວມ ພ້ອມນັ້ນກໍ່ຍັງເຮັດໃຫ້ບັນດາພື້ນຖານໂຄງລ່າງຕ່າງໆ ໄດ້ຮັບຄວາມເສຍຫາຍຫຼາຍສົມຄວນ.

ຕໍ່ກັບເຫດການດັ່ງກ່າວ ດັ່ງນັ້ນມາໃນ ວັນທີ 4 ພະຈິກ ປີ 2020 ນີ້ ທາງການນໍາຂອງເມືອງທ່າປາງທອງ ເຊິ່ງນໍາໂດຍ ທ່ານ ຄຳປະສົງ ຂົງຄຳ ເລຂາພັກເມືອງ ເຈົ້າເມືອງທ່າປາງທອງ ມີບັນດານທ່ານກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຄະນະກອງບັນຊາການ ປກຊ-ປກສ ເມືອງ ຄະນະຫ້ອງການອ້ອມຂ້າງເມືອງ ພ້ອມດ້ວຍ ຄະນະກຳມະການຕ້ານໄພພິບັດຂັ້ນເມືອງ ກໍ່ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ເພື່ອ ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນ 2 ກຸ່ມບ້ານ ຄື: ກຸ່ມທ່າພີ່ ແລະ ກຸ່ມກະທອງໃຕ້, ມອບໃຫ້ກຸ່ມທ່າພີ່ ຈຳນວນ 293 ຖົງ ໃນນັ້ນບ້ານດອນຂາວ ຈຳນວນ 71 ຖົງ, ບ້ານທ່າພີຈຳນວນ 119 ຖົງ + ຄຸ່ມນາແຊງຈຳນວນ 88 ຖົງ.

ມອບໃຫ້ກຸ່ມກະທອງໃຕ້ ຈຳນວນ 184 ຖົງ, ໃນນັ້ນບ້ານ ນາທະມານຈຳນວນ 31 ຖົງ (ຄຸມ ດອນຊາດ ຈໍານວນ 27 ຖົງ) ບ້ານ ແກ້ງສັງກູຈຳນວນ 37 ຖົງ, ( ຄຸ້ມນາລະເວງຈຳນວນ 31 ຖົງ+ ຄຸ່ມໂນສົມບູນ ຈຳນວນ 21 ຖົງ ແລະ ບ້ານ ນາພະນຽດຈຳນວນ 37 ຖົງ ລວມທັງໝົດ 477 ຖົງ, ເຊິ່ງການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ທາງຄະນະນໍາຂອງເມືອງທ່າປາງທອງ ແມ່ນໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ທາງອຳນາດການປົກຄອງ ແຕ່ລະບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ທີ່ໄດ້ຮັບພົນກະທົບຈັກໄພນ້ຳຖ້ວມເຂົ້າຮ່ວມຮັບຢ່າງພ້ອມພຽງ.


ໃນການເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ກໍ່ແມ່ນເພື່ອເປັນການແບ່ງເບົາບັນທຸກ ໃຫ້ກັບຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນເດືອນຕຸລາທີ່ຜ່ານ ເຖິງແມ່ນວ່າຈະບໍ່ຫຼວງຫຼາຍພຽງພໍກັບຄວາມຕ້ອງການກໍ່ຕາມ ແຕ່ມັນກໍ່ສະແດງເຖິງຄວາມເປັນຫວງເປັນໃຍຂອງການນຳພັກ-ລັດ ເວົ້າລວມເວົ້າກໍ່ຄືການນຳເມືອງທ່າປາງທອງ ພ້ອມທັງໄດ້ລົງຢຽມຢາມຖາມຂ່າວ ພໍ່ແມ່ປະຊາຊົນ ເຖິງຊິວີດການເປັນຢູ່ ໃນການດຳລົງຊີວິດປະຈຳວັນໃນພື່ນທີ ໄດ້ຮັບຜົນກະທົບ.


ພາບ-ຂ່າວ : ຈັນທະຈອນ ເນື່ອງອຸທອນ